ຂະນະນີ້, ຂອງຂວັນທີ່ລັດຖະບານແລະປະຊາຊົນຈີນມອບໃຫ້ແກ່ວັນຊາດລາວ ເຮັດໃຫ້ຄູ່ຮ່ວມຊາຕາກຳ​ຈີນ-ລາວສະຫວ່າງສະໄຫວ

2020-12-02 17:11:46 |ມາຈາກ: CRI

ວັນທີ 2 ທັນວາ 2020 ນີ້ ແມ່ນວັນສະຖາປະນາ ສປປ ລາວຄົບຮອບ 45 ປີ. ກ່ອນໜ້າ​ນີ້, ​ໄດ້​ຈັດພິທີເປີດໂຄງການແສງສະຫວ່າງເທ​ສະ​ບານໃຈກາງນະຄອນຫຼວງວຽງຈັນທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ, ​ໂຄງ​ການ​ນີ້​ຖື​ວ່າ​ເປັນ​ຂອງ​ຂວັນຈາກລັດຖະບານ​ແລະປະຊາຊົນຈີນ ເພື່ອສະເຫຼີມສະຫຼອງວັນຊາດລາວ.

ຈີນ-ລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີ​ພູ​ຜາ​ແມ່ນ້ຳຕິດຈອດກັນ, ນັບແຕ່ສອງປະເທດຈີນ-ລາວສ້າງ​ສາຍພົວພັນທາງການທູດເປັນເວລາຫຼາຍກວ່າ ເຄິ່ງສະຕະຫວັດມານີ້, ສອງປະເທດໄດ້ສ້າງມິດຕະພາບ​ທີ່​ເລິກ​ເຊິ່ງ​ແໜ້ນ​ແຟ້ນ. ເດືອນເມສາປີ 2019, ທ່ານສີຈິ້ນຜິງ ເລຂາທິການໃຫ່ຍ​ຄະ​ນະ​ກຳ​ມະ​ການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລວາ,ປະທານປະເທດຈີນໄດ້ລົງ​ນາມ​ໃນ“ແຜນແມ່​ບົດ​ວ່າ​ດ້ວຍ​ການສ້າງ​ຄູ່ຮ່ວມຊາຕາກຳ​ຈີນ-ລາວ” ຢູ່ນະຄອນຫຼວງປັກກິ່ງ.

ນ້ີແມ່ນເອກະການການຮ່ວມມືສອງຝ່າຍກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳ​ຂອງ​ມວນ​ມະ​ນຸດສະບັບທຳອິດຂອງຈີນທີ່ລົງລາຍເຊັນໃນນາມພັກ ທັງແມ່ນໜຶ່ງໃນເອກະ ສານການຮ່ວມມືທີ່ມີໜ້ອຍທີ່ທ່ານສີຈິ້ນຜິງລົງລາຍເຊັນດ້ວຍຕົນເອງ.

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ຈີນ-ລາວມີອຸດົມການທີ່ເຊື່ອມໂຍງເຂົ້າກັນໄດ້, ມີລະບອບສັງຄົມທີ່ຄືກັນ, ມີເສັ້ນທາງການພັດທະນາທີ່ຄ້າຍຄືກັນ ແລະມີຊາຕາ ກຳທີ່ພົວພັນກັນ. ບໍ່ວ່າໃນສະໄໝສົງຄາມປະຕິວັດ ຫຼືໃນໄລຍະສ້າງສາສັງຄົມນິຍົມ, ສອງພັກ-ລັດ ແລະປະຊາຊົນສອງຊາດກໍໄດ້ສ້າງມິດຕະພາບ​ອັນ​ເລິກ​ເຊິ່ງ​ແລະ​ແໜ້ນ​ແຟ້ນ ເຊິ່ງໄດ້ສ້າງ​ແບບ​ຢ່າງ ທີ່ຢູ່ຮ່ວມກັນໂດຍສັນຕິ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.” ຄຳເວົ້າຂອງທ່ານສີຈິ້ນຜິງຕອນນີ້ເປັນຄຳສັ້ນໆ, ແຕ່ໄດ້ເວົ້າເຖິງ​ພື້ນຖານທາງປະ ຫວັດສາດແລະ​ສະ​ພາບ​ຄວາມ​ເປັນ​ຈິງ​ໃນປັດຈຸບັນຂອງການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.

ປະຈຸບັນ, ການພົວພັນລະຫວ່າງ​ຈີນ-ລາວພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະ ຫວັດສາດ. ຫຼັງຈາກທ່ານປະທານສີຈິ້ນຜິງສະເໜີແນວຄວາມຄິດກ່ຽວກັບການສ້າງ ປະຊາຄົມຮ່ວມຊາຕາກຳ​ຂອງມວນ​ມະ​ນຸດໃນເດືອນມີນາປີ 2013, ປະເທດລາວ​ກໍ​ໄດ້ເຫັນດີ ໃນລະດັບສູງແລະມີການຕອບ​ຮັບຢ່າງຕັ້ງໜ້າ.

ໃນເດືອນພຶດສະພາປີ 2018, ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວໄດ້ ເດີນທາງມາຢ້ຽມຢາມຈີນ ແລະ​ຢືນ​ຢັນວ່າ: ລາວຍິນດີເສີມຂະຫຍາຍບົດບາດນຳພາ ທາງການເມືອງຂອງການ​ພົວພັນສອງພັກທີ່ມີຕໍ່ການພົວພັນສອງປະເທດລາວ-ຈີນ ຮັກສາການພົບປະເຈລະຈາເປັນປະຈຳລະຫວ່າງການນຳ​ຂັ້ນສູງຂອງສອງພັກ, ເພີ່ມທະວີການ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ກໍ່​ສ້າງພັກ, ການບໍລິຫານປະເທດ ແລະການຮ່ວມມືຕົວຈິງໃນຂົງເຂດຕ່າງໆລະຫວ່າງລັດຖະບານ, ເລັ່ງລັດຊຸກຍູ້ ການຮ່ວມມືຂອງໂຄງການໃຫຍ່ໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການ ປະສານສົມທົບ​ກັນ​ໃນວຽກງານສາກົນແລະພາກພື້ນຢ່າງໃກ້ຊິດ, ຮ່ວມກັນສ້າງ​ຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ​ທີ່​ໝັ້ນ​ແກ່ນ, ສ້າງຄວາມສຸກໃຫ້ແກ່ປະຊາຊົນ ສອງປະເທດກໍຄືປະຊາຊົນໃນພາກພື້ນ.

“ພາລະກຳທີ່ຄືກນ, ຄວາມ​ໃຝ່ຝັນຮ່ວມກັນ, ກໍ​ປຽບເໝືອນ ແມ່ນຳລ້ານ ຊ້າງ-ແມ່ນ້ຳຂອງທີ່ເຊື່ອມຕໍ່​ສອງປະເທດຈີນແລະລາວ ໂດຍໄດ້ຜູກພັນອະນາຄົດຂອງ ພວກເຮົາຢ່າງແໜ້ນແຟ້ນ ແລະຈະເຮັດໃຫ້ຊາຕາກຳຂອງພວກເຮົາພົວພັນກັນ ຢ່າງໜັກແໜ້ນ.” ຄວາມປຽບທຽບຂອງທ່ານສີຈິ້ນຜິງ​ຄຳ​ນີ້ໄດ້ພັນລະນາເຖິງການ ພົວພັນຢ່າງໃກ້ຊິດລະຫວ່າງສອງປະເທດຈີນ-ລາວ. ປັດຈຸບັນນີ້ ໂຄງການແສງສະ ຫວ່າງ​ເທດ​ສະ​ບານ​ໃຈ​ກາງນະຄອນຫຼວງວຽງຈັນ ໄດ້ເຍືອງແສງໃຫ້ແກ່ປະເທດລາວ ກໍ​ຄື ​​ຄູ່ ຮ່ວມຊາຕາກຳຈີນ-ລາວໃຫ້ມີຄວາມສະຫວ່າງສະໄຫວ.