ບ້ານມານຈ້ຽນແຂວງຢຸນນານ: ການພັດທະນາການທ່ອງທ່ຽວຊົນນະບົດເພື່ອໃຫ້ນັກທ່ອງທ່ຽວໄດ້ຢູ່ດົນຂຶ້ນ

2020-12-02 17:21:09 |ມາຈາກ: Yunnan Gateway

ບ້ານມາງຈ້ຽນ ທີ່ຂຶ້ນກັບເມືອງປົກຄອງຕົນເອງຊົນເຜົ່າວາ ຊົນເຜົ່າໄທລື້ເກິງມ້າ ເມືອງຫຼີນຊາງ ທີ່ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ແມ່ນບ້ານທີ່ເຕົ້າໂຮມປະຊາຊົນຊົນເຜົ່າໄທລື້. ບ້ານນີ້ອຸດົມດ້ວຍຮີດຄອງປະເພນີຊົນເຜົ່າຢ່າງໜາແໜ້ນ, ມີພາບວິວທິວທັດທຳມະຊາດທີ່ສວຍງາມ, ແລະ ມີວັດທະນະທຳການເຮັດໄຮ່ໄຖໄຮ່ນາທີ່ມີປະຫວັດສາດອັນຍາວນານ.

ເປັນເວລາດົນນານມາແລ້ວ, ຊາວບ້ານໄດ້ດຳລົງຊີວິດໂດຍອາໄສການປູກເຂົ້າ, ຊາ ແລະ ອ້ອຍ. ປີ 2011, ບ້ານນີ້ໄດ້ສ້າງຕັ້ງບໍລິສັດພັດທະນາທ່ອງທ່ຽວວັດທະນະທຳຢີມິຊຸຍຢຸນຈຳກັດ. ຊາວບ້ານມີການປູກເຂົ້າ, ຍັງໄດ້ພັດທະນາຂະແໜງການເຊັ່ນ: ການປູກໝາກອະງຸ່ນ ແລະ ປູກໝາກໜອດ, ແລະ ເລີ່ມພັດທະນາການທ່ອງທ່ຽວຊົນນະບົດໂດຍມີວັດທະນະທຳເຂົ້າເປັນພື້ນຖານ.

ງານບຸນກູຮຸນມາງຈ້ຽນໄດ້ຈັດຂຶ້ນໃນບ້ານທຸກປີ, ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບຄວາມມ່ວນຊື່ນໃນການເຮັດໄຮ່ເຮັດນາເຊັ່ນ: ການເກັບກ່ຽວເຂົ້າ ແລະ ການຫາປາໃນທົ່ງນາ. ພ້ອມດຽວກັນນັ້ນ,ພາບວິວທິວທັດທຳມະຊາດ ແລະ ຮີດຄອງປະເພນີຢູ່ທີ່ນີ້ໄດ້ດຶງດູດນັກຖ່າຍຮູບສະໝັກຫຼິ້ນມາທີ່ນີ້. ໃນປັດຈຸບັນ, ຢູ່ບ້ານມີຮ້ານອາຫານ 5 ແຫ່ງ ແລະເຮືອນພັກ 21 ແຫ່ງ. ເວລາແຫ່ງການເກັບກ່ຽວໃນລະດູໃບໄມ້ຫຼົ່ນ, ເຮືອນພັກແມ່ນເຕັມຢູ່ທຸກໆມື້.

ອິງຕາມຂໍ້ມູນຂ່າວສານ, ແຕ່ກ່ອນນັກທ່ອງທ່ຽວມາບ້ານມາງຈ້ຽນ, ເມື່ອຊົມເບິ່ງພາບວິວແລ້ວກໍ່ກັບ, ປັດຈຸບັນນີ້, ນັກທ່ອງທ່ຽວສາມາດກິນ, ຢູ່ຄ້າງຄືນ, ສຳຜັດພາບວິວທີ່ສວຍງາມ, ນັກທ່ອງທ່ຽວໄດ້ໃຊ້ເວລາຢູ່ບ້ານມາງຈ້ຽນດົນຂຶ້ນຕື່ມອີກ.