ປູກມອນລ້ຽງມ້ອນຮ່ວມກັບບໍລິສັດຈີນ, ທຸກຄົນມີຊີວິດທີ່ດີນຳກັນ!

2020-12-07 17:53:07 |ມາຈາກ: Yunnan Gateway

ຕົ້ນເດືອນທັນວາ, ອາກາດທາງພາກເໜືອຂອງລາວຄ່ອຍໆເລີ່ມໜາວ, ທ່ານ ຄຳຊາຍ ໄຊສົງຄາມ ທີ່ມາຈາກເມືອງໄຊ ແຂວງອຸດົມໄຊ ກຳລັງກຳຈັດຂີ້ຊາຍ ແລະ ເຮັດຄວາມສະອາດໃນໂຮງລ້ຽງມ້ອນ, ແຕະມ້ອນແຕ່ລະແຕະມີຮັງໄໝຫ້ອຍເຕັມ, ມ້ອນລະດູໜາວໄດ້ຄາຍເສັ້ນໄໝສີເງິນອອກມາແລ້ວ, ຮັງໄໝສີຂາວທີ່ອິ່ມເຕັມ, ສີສັນເຫຼື້ອມແວວວາວ.

“ໂຕມ້ອນຊຸດນີ້ທັງໝົດມີ 60 ແຕະ, ຫຼັງຈາກນີ້ໜຶ່ງອາທິດກໍຜັນປ່ຽນກາຍເປັນດັກແດ້, ຕໍ່ມາກໍສາມາດສາວໄໝຂາຍໄດ້ແລ້ວ, ທຸກແຕະສາມາດຂາຍໄດ້ປະມານ 1 ລ້ານກີບ (ປະມານ 640 ຢວນ), ນີ້ແມ່ນໂຕມ້ອນຊຸດທີ 8 ທີ່ຂ້ອຍເກືອໃນປີນີ້ແລ້ວ”. ເດືອນມີນາ 2019 ເປັນໄລຍະຕົ້ນທີ່ ບໍລິສັດ ຊ່ວງໄຊພັດທະນາກະສິກຳຈຳກັດຜູ້ດຽວ ໄດ້ນຳເຂົ້າໂຄງການປູກມອນລ້ຽງມ້ອນ, ທ່ານ ຄຳຊາຍ ໄດ້ເໝົາດິນ 40 ເຮັກຕາເພື່ອປູກມອນລ້ຽງມ້ອນກັບບໍລິສັດ, ເປັນໜຶ່ງໃນຄອບຄົວທຳອິດທີ່ລ້ຽງມ້ອນນຳບໍລິສັດ ຊ່ວງໄຊພັດທະນາກະສິກຳ ຈຳກັດຜູ້ດຽວ.

ບໍລິສັດ ຊ່ວງໄຊພັດທະນາກະສິກຳ ຈຳກັດຜູ້ດຽວ ແມ່ນມາຈາກປະເທດຈີນ, ທ່ານ ຊ່ຽວຫຼຽງຊູ້(Xiao Liangshu) ຜູ້ຮັບຜິດຊອບຂອງບໍລິສັດໃຫ້ການແນະນຳວ່າ, ແຂວງອຸດົມໄຊມີອຸນຫະພູມທີ່ເໝາະສົມຕະຫຼອດປີ, ນ້ຳຝົນອຸດົມສົມບູນ, ມີເງື່ອນໄຂທາງທຳມະຊາດທີ່ເຕັມພ້ອມໃຫ້ແກ່ການລ້ຽງມ້ອນ “ພວກເຮົາໄດ້ສົມທົບກັບຄວາມເປັນຈິງໃນທ້ອງຖິ່ນ, ໃນປີ 2019 ກໍໄດ້ສະເໜີຮູບແບບການຮ່ວມມືຄື ‘ບໍລິສັດ + ຖານການຜະລິດ +ຄອບຄົວຊາວກະສິກອນ’ , ບໍລິສັດ ໄດ້ຈ່າຍຕົ້ນທຶນການລົງທຶນລ່ວງໜ້າເຊັ່ນ ຄ່າໃຊ້ຈ່າຍເບ້ຍມອນ, ປຸ໋ຍ, ຄ່າໄຖດິນເປັນຕົ້ນ, ແລະການສະໜັບສະໜູນດ້ານເຕັກນິກ, ທັງໄດ້ເຊັນສັນຍາຮັບຊື້. ຄອບຄົວຊາວກະສິກຳມີພຽງແຕ່ຮັບຜິດຊອບໃນການເບິ່ງແຍງສວນໄໝ ແລະ ລ້ຽງດູໂຕມ້ອນໃຫ້ດີ, ພາຍຫຼັງທີ່ບໍລິສັດຮັບຊື້ຮັງໄໝ, ຈຶ່ງໄດ້ແບ່ງຫັກຕົ້ນທຶນທີ່ບໍລິສັດໄດ້ຈ່າຍລ່ວງໜ້າໄປ.”

ມາຢູ່ອຸດົມໄຊສອງປີ, ທ່ານ ຊ່ຽວຫຼຽງຊູ້ ໄດ້ຮ່ວມກິນຮ່ວມຢູ່ກັບຄອບຄົວຊາວກະສິກອນ, ທຸກໆເທື່ອຕ້ອງໄດ້ໄປເບິ່ງບ້ານຄອບຄົວຜູ້ລ້ຽງມ້ອນ, ຊ່ວຍເຫຼືອພວກເຂົາໃນການແກ້ໄຂຂໍ້ສົງໄສທີ່ພົບໃນການລ້ຽງມ້ອນ. “ມ້ອນທີ່ຍັງນ້ອຍແມ່ນລ້ຽງຍາກທີ່ສຸກ, ພາຍຫຼັງທີ່ພວກເຮົາລ້ຽງມ້ອນທີ່ຍັງນ້ອຍຈົນໃຫຍ່ແລ້ວ, ຈຶ່ງສົ່ງອອກໄປໃຫ້ຄອບຄົວຊາວກະສິກອນ,ແບບນີ້ຈຶ່ງເປັນການຍົກລະດັບອັດຕາການລ້ຽງມ້ອນໃຫ້ລອດຫຼາຍຂຶ້ນ, ເປັນການເພີ່ມຄວາມກະຕືລືລົ້ນຂອງຄອບຄົວຊາວກະສິກອນ.” ຄາດວ່າ ຮອດເດືອນພຶດສະພາ 2021, ຄອບຄົວຜູ້ລ້ຽງມ້ອນຈະກວມເອົາຮ້ອຍກວ່າບ້ານ ໃນ 7 ເມືອງທົ່ວແຂວງອຸດົມໄຊ, ເນື້ອທີ່ການປູກຕົ້ນມອນຈະມີຮອດ 1000 ເຮັກຕາ.

ຊາວກະສິກອນເອງກໍຮູ້ສຶກເຖິງຄວາມປ່ຽນແປງທີ່ການລ້ຽງມ້ອນໄດ້ນຳພາມາ. ຜ່ານຄວາມພະຍາຍາມສອງປີ, ຖານລ້ຽງມ້ອນຂອງທ່ານ ຄຳຊາຍ ກໍໄດ້ເລີ່ມເຂົ້າເປັນຮູບເປັນຮ່າງ, ປັດຈຸບັນ ໄດ້ຈ້າງກຳມະກອນໄລຍະຍາວ 12 ຄົນ, ໄລຍະທີ່ໄດ້ໃຊ້ແຮງງານຫຼາຍທີ່ສຸດນັ້ນ ແຕ່ລະມື້ໄດ້ຈ້າງກຳມະກອນຊົ່ວຄາວ 60 ກວ່າຄົນ. ຫຼັງຈາກການລ້ຽງມ້ອນ, ສິ່ງທີ່ທ່ານ ຄຳຊາຍ ມັກທີ່ສຸດ ກໍຄືການໃຊ້ໂທລະສັບມືຖືບັນທຶກບັນຍາກາດການອອກແຮງງານທີ່ຟົດຟື້ນຂອງທຸກຄົນໃນທຸກຄັ້ງ. “ຜົນທີ່ໄດ້ຈາກການລ້ຽງມ້ອນແມ່ນດີກວ່າທີ່ຂ້ອຍປູກເຂົ້າ ແລະ ສາລີ ແບບດັ້ງເດີມຫຼາຍ. ທ້າຍປີນີ້ກໍໄດ້ເພີ່ມເນື້ອທີ່ດິນ 10 ກວ່າເຮັກຕາ, ໄດ້ເຮັດໃຫ້ດິນພຽງແລ້ວ, ກຽມປູກເບ້ຍຕົ້ນມອນ. ”

ພໍ່ເຖົ້າ ໜານຂອງ ໃນຄອບຄົວມີສະມາຊິກທັງໝົດ 6 ຄົນ, ອາໄສດິນພຽງ 11 ມູ້ ດຳລົງຊີວິດ, ປີທີ່ຜ່ານໆມາ ພາຍຫຼັງປູກນາເຂົ້າໜຶ່ງລະດູ ແລະ ສາລີ ໜຶ່ງລະດູ, ລູກຊາຍສອງຄົນ ແລະ ລູກສະໄພ້ຕ້ອງໄດ້ອອກໄປເຮັດວຽກເສີມເປັນເວລາຫຼາຍເດືອນ, ເພື່ອເປັນເງິນເສີມໃຊ້ຈ່າຍໃນເຮືອນ. “ນອກຈາກເດືອນມັງກອນທີ່ໜາວທີ່ສຸດແລ້ວ, ເດືອນອື່ນໆກໍສາມາດລ້ຽງມ້ອນໄດ້ຢ່າງປົກກະຕິ, ທຸກເດືອນມີລາຍໄດ້ປະມານ 6 ລ້ານກີບ ( ປະມານ 3840 ຢວນ), ຄອບຄົວສາມາດຫາເງິນໄດ້ຢູ່ກັບບ້ານ, ບໍ່ຕ້ອງອອກໄປນອກເຮັດວຽກເສີມແລ້ວ. ”

ທ່ານ ຈ່າງຖິງຈ່ຽງ(Zhang Tingjiang) ແມ່ນ ປະທານສະພາບໍລິຫານ ບໍລິສັດແມ່( ໂຮງງານປຸງແຕ່ງໄມ້ສຳເລັດຮູບອຸດົມໄຊສ່ວນບຸກຄົນ)ຂອງບໍລິສັດຊ່ວງໄຊ ພັດທະນາກະສິກຳຈຳກັດຜ້ດຽວ ໃນປີ 2000, ລາວໄດ້ອອກຈາກ ແຂວງເສສວນ ປະເທດຈີນ ດ້ວຍໂຕຄົນດຽວມາເຮັດວຽກຢູ່ລາວ, ຈາກ “ພໍ່ຄ້າ” ຜູ້ໜຶ່ງທີ່ເຂົ້າບ້ານນັ້ນອອກບ້ານນີ້ ໄດ້ກາຍເປັນນັກທຸລະກິດທີ່ຕັ້ງຫຼັກປັກຖານຢູ່ແຂວງອຸດົມໄຊ, ຄົນລາວທີ່ຊື່ສັດໃຈດີ ໄດ້ໃຫ້ຄວາມຊ່ວຍເຫຼືອອັນຍິ່ງໃຫຍ່ໃຫ້ແກ່ລາວ, ພາຍຫຼັງທີ່ກິດຈະການປະສົບຄວາມສຳເລັດ, ທ່ານ ຈ່າງຖິງຈ່ຽງກໍຫວັງຢາກຕອບແທນທ້ອງຖິ່ນ.

ເດືອນສິງຫາປີນີ້, ບໍລິສັດຊ່ວງໄຊພັດທະນາກະສິກຳຈຳກັດຜູ້ດຽວ ໄດ້ຈັດການຝຶກອົບຮົມເຕັກນິກການລ້ຽງມ້ອນທີ່ມີປະສິດທິຜົນສູງ ຄັ້ງທີ 1 ຂຶ້ນ. ທ່ານ ຈ່າງຖິງຈ່ຽງ ໄດ້ຮ່ຳຮຽນຄວາມຮູ້ທີ່ກ່ຽວຂ້ອງດ້ວຍຕົນເອງ, ທັງຍັງໄດ້ຮ່ວມການຝຶກອົບຮົມເອງ, ແລະ ໄດ້ຮ່ວມກັບຜູ້ຊ່ຽວຊານປະເທດຈີນທີ່ເຊີນມາເປັນພິເສດ ດຳເນີນການອະທິບາຍກ່ຽວກັບການເລືອກດິນປູກມອນ, ເວລາປູກມອນ, ລ້ຽງດູມ້ອນ ແລະ ການປ້ອງກັນພະຍາດໃນມ້ອນເປັນຕົ້ນ. ຊາວບ້ານຄົນລາວໃນທ້ອງຖິ່ນໄດ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ຫຼາຍຮ້ອຍຄົນ.

ທ່ານ ຈ່າງຖິງຈ້ຽນ ໃຫ້ການແນະນຳວ່າ, ໄໝທີ່ບໍລິສັດຜະລິດອອກມາໄດ້ສົ່ງອອກໄປສູ່ແຂວງກວາງສີ, ແຂວງເຈີ້ຈ້ຽງປະເທດຈີນ ແລະ ບ່ອນອື່ນໆ, ໃນປັດຈຸບັນ ປະລິມານຄວາມຕ້ອງການຂອງຕະຫຼາດແມ່ນມີຫຼາຍ. “ພາຍໃຕ້ການຊຸກຍູ້ຮ່ວມກັນກັບລັດຖະບານລາວ, ພາຍໃນອະນາຄົດ 5 ປີ ໂຄງການເນື້ອທີ່ການປູກຂອງບໍລິສັດຈະເພີ່ມຂຶ້ນຮອດ 3000 ເຮັກຕາ, ຈະກໍ່ຕັ້ງເປັນໂຮງງານສາວໄໝທີ່ມີເນື້ອທີ່ 50 ມູ້(1 ມູ້ເທົ່າກັບ 667 ຕາແມັດ), ນຳເຂົ້າອຸປະກອນການສາວໄໝທີ່ກ້າວໜ້າຂອງຈີນ, ເມື່ອຮອດຕອນນັ້ນມູນຄ່າການຜະລິດໃນປີຂອງໂຄງການມ້ອນຈະມີປະມານ 0,15 ຕື້ໂດລາສະຫະລັດ, ສາມາດນຳພາປະຊາຊົນໃນແຂວງອຸດົມໄຊ ຫຼຸດພົ້ນຈາກຄວາມທຸກຍາກໄດ້ 1 ແສນຄົນ”