ຍານອະວະກາດ “ຊາງເອີ 5” ໄດ້ບັນລຸການເຊື່ອມຕໍ່ກັນຢູ່ວົງໂຄຈອນດວງຈັນເປັນເທື່ອທຳອິດຂອງຈີນ, ໄດ້ເຮັດສຳເລັດການເອົາຕົວຢ່າງດວງຈັນ

2020-12-07 17:59:00 |ມາຈາກ: CRI

ອົງ​ການການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ວ່າ, ​ເວ​ລາ 5 ໂມງ 42 ນາ​ທີ​ຂອງຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ​ນີ້, ​ຍານ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ຂອງ​ຍານ​ອະ​ວະ​ກາດ​ຊາງ​ເອີ 5 ໄດ້​ເຊື່ອມ​ຕໍ່​ກັບ​ຍານ​ໂຄ​ຈອນ​ແລະ​ຍານ​ຂົນ​ສົ່ງ​ທີ່​ປະ​ກອບ​ເປັນ​ອັນ​ດຽວ​ກັນ​ຂອງ​ຍານ​ອະ​ວະ​ກາດ​ຊາງ​ເອີ 5 ຢູ່​ວົງ​ໂຄ​ຈອນດວງ​ຈັນ, ຍານ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ໄດ້​ຍົກ​ຍ້າຍ​ຕົວ​ຢ່າງ​ດິນ​ຂອງດວງ​ຈັນ​ເຂົ້າ​ໄປ​ໃນ​ຍານ​ຂົນ​ສົ່ງ​ຢ່າງ​ປອດ​ໄພ. ນີ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ທີ່​ເຮັດ​ສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ​ຢູ່​ວົງ​ໂຄ​ຈອນດ​ວງ​ຈັນ.