ຈີນ​ສົ່ງ​ດາວ​ທຽມ​ກ່າວ​ເຟິ່ນ 14 ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ

2020-12-07 17:59:37 |ມາຈາກ: CRI

ເວ​ລາ 11 ໂມງ 58 ນາ​ທີ​ຂອງວັນ​ທີ 6 ທັນ​ວາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ສີ່​ຊ່າງ, ຈີນ​ໄດ້​ສົ່ງ​ດາວ​ທຽມ​ກ່າວ​ເຟິ່ນ 14 ຂຶ້ນ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ CZ-3B ຢ່າງ​ສຳ​ເລັດ​ຜົນ.

ດາວ​ທຽມ​ກ່າວ​ເຟິ່ນ 14 ແມ່ນ​ດາວ​ທຽມ​ວັກ​ແທກ ແລະ ວາດ​ພາບ​ສາມ​ມິ​ຕິ​ວິ​ທະ​ຍາ​ສາດ​ວ່າ​ດ້ວຍ​ແສງ​ທີ່​ຂຶ້ນ​ກັບ​ໂຄງ​ການ​ສຳ​ຄັນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ຈີນ​ໃນ​ລະ​ບົບ​ສັງ​ເກດ​ໜ່ວຍ​ໂລກ​ດ້ວຍ​ອັດ​ຕາ​ການ​ຈຳ​ແນກ​ສູງ, ສາ​ມາດ​ສົ່ງ​ພາບ​ສາມ​ມິ​ຕິ​ຂອງ​ທົ່ວ​ໂລກ​ທີ່​ມີ​ຄວາມ​ລະ​ອຽດ​ສູງ, ທັງ​ສາ​ມາດ​ສະ​ໜອງ​ຂໍ້​ມູນ​ທາງ​ທໍ​ລະ​ນີ​ສາດ​ຂັ້ນ​ພື້ນ​ຖານ​ໃຫ້​ແກ່​ໂຄງ​ການ​ຕ່າງໆ ເຊັ່ນ: ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ເປັນ​ຕົ້ນ.