ທ່ານ​ສີ​ຈີ້ນ​ຜິງ:ຈີນ​ໄດ້ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຍຸກໃໝ່​ຕາມ​ເວ​ລາ​ກຳ​ນົດ

2020-12-07 18:00:23 |ມາຈາກ: CRI

ວັນ​ທີ 3 ທັນ​ວາ​ນີ້, ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປ​ະ​ຊຸມ ​ເພື່ອ​ຮັບ​ຟັງການ​ລາຍ​ງານ​ສະ​ຫຼຸບ​ກ່ຽວ​ກັບ​ວຽກ​ງານ​ລຶບລ້າງ​ຄວາມ​ທຸກ​ຍາກ. ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໂດຍ​ຊີ້​ໃຫ້​ເຫັນວ່າ, ໂດຍ​ຜ່ານ​​ການ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ 8 ປີ, ຈີນ​ໄດ້ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​​ລຶບລ້າງ​ຄວາມ​ທຸກ​ຍາກ​​ຍຸກໃໝ່​ຕາມ​ເວ​ລາ​ກຳ​ນົດ​ແລ້ວ. ​ຕາມ​ມາດ​ຖານ​ປັດ​ຈຸ​ບັນ, ປະ​ຊາ​ກອນ​ທຸ​ກ​ຍາກ​​ຢູ່ເຂດ​ຊົນ​ນະ​ບົດ​ຈີນ​ໄດ້​ຫຼຸດ​ພົ້ນ​​ອອກ​ຈາກຄວາມ​ທຸກ​ຍາກ​ທັງ​ໝົດ ແລະ ​ໄດ້​ລຶບ​ລ້າງ​ເມືອງ​ທຸກ​ທາກ​ທັງ​ໝົດ, ປະ​ຊາ​ກອນ​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ​ບັນ​ລຸ​​ການພົ້ນ​ທຸກ​ ເຊິ່ງ​ເປັນ​ໄຊ​ຊະ​ນະອັນ​ໃຫຍ່​ຫຼວງ​ທີ່​ປະ​ຈັກ​ສາຍ​ຕາ​ທົ່ວ​ໂລກ.

ພ້ອມ​ກັນ​ນັ້ນ, ກອງ​ປະ​ຊຸມ​ຍັງ​ຊີ້​ໃຫ້​ເຫັນວ່າ, ປັດ​ຈຸ​ບັນ, ບັນ​ຫາ​ການ​ພັດ​ທະ​ນາ​ບໍ່ດຸນ​ດ່ຽງ ແລະ ບໍ່​ເຕັມ​ທີ່​ຂອງ​ຈີນ​ຍັງ​ພົ້ນ​ເດັ່ນ​ຫຼາຍ, ການ​ປົກ​ປັກ​ຮັກ​ສາ ແລະ ຂະ​ຫຍາຍ​ຜົນ​ງານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຍັງ​ໜັກ​ໜາ​ຫຼາຍ. ຕ້ອງ​ຮັກ​ສາ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ, ການ​ສະ​ໜັບ​ສະ​ໜູນ​ເງິ​ນ​ທຶນ ແລະ ກຳ​ລັງ​ການ​ສະ​ໜັບ​ສະ​ໜູນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ, ສົ່ງ​ເສີມ ແລະ ສະ​ໜັບ​ສະ​ໜູນຂະ​ແໜງ​ການແບບ​ແຮງ​ງານ​ໂຮມ​ສູນ​ຢູ່​ພາກ​ກາງ ແລະ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ຍ້າຍ​ໄປ​ສູ່​ພາກ​ຕາ​ເວັນ​ຕົກ​ຂອ​ງ​ຈີນ, ຖື​ລະ​ບົບ​ປະ​ກັນ​ສັງ​ຄົມ​ໃນ​ປັດ​ຈຸ​ບັນ​ເປັນ​ພື້ນ​ຖານ, ຊຸກ​ຍູ້​ຄອບ​ຄົວ​ທີ່​ມີ​ຜູ້​ອອກ​ແຮງ​ງານ​ອ່ອນ​ແອ ແລະ ຜູ້​ອອກ​ແຮງ​ງານ​ນ້ອຍ ແລະ ເຖົ້າ​ໃຫ້​ປະ​ກອບ​ອາ​ຊີ​ຢູ່​ບ່ອນ​ພັກ​ອາ​ໄສ.