ຍອດມູນ​ຄ່າ​ຂາ​ເຂົ້າ​ຂາ​ອ​ອກ​ຂອງ​ຈີນ​ແຕ່​ເດືອນມັງ​ກອນ​ຫາ​ເດືອນ​ພະ​ຈິກ​ເພີ່ມ​ຂຶ້ນ1,8%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

2020-12-08 17:36:57 |ມາຈາກ: CRI

​ວັນ​ທີ 7 ທັນ​ວານີ້ ​ອົງ​ການ​ພາ​ສີ​ຈີນ​ໄດ້​ປະ​ກາດ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​​ນັບແຕ່​ເດືອນມັງ​ກອນ​ຫາ​ເດືອນ​ພະ​ຈິກປີນີ້, ຍອດມູນ​ຄ່າ​ຂາ​ເຂົ້າ​ຂາ​ອ​ອກ​​ສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ບັນ​ລຸ​ເຖິງ29040ຕື້ຢວນ,​ໄດ້​ເພີ່ມ​ຂຶ້ນ1,8%ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,​ມີ​ຈັງ​ຫວະເພີ່ມ​ຂຶ້ນຢ່າງ​​ຕໍ່​ເນື່ອງ​ແລະວ່ອງໄວ.

​ນັບແຕ່​ເດືອນມັງ​ກອນ​ຫາ​ເດືອນ​​ກັນ​ຍາ,​​ຈັບ​ຫວະຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ສາ​ມາດ​ພິກ​ຈາກ​ຕົວ​ເລກ​ລົບ​ເປັນ​ບວກ​ໄດ້​ເປັນ​ຄັ້ງ​ທຳ​ອິດ,ຄື​ໄດ້​ເພີ່ມ​ຂຶ້ນ0,7%ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ​ນັບແຕ່​ເດືອນມັງ​ກອນ​ຫາ​ເດືອນ​ຕຸ​ລາ​ຈັງ​ຫວະ​ຄວາ​ມ​ໄວ​ຂອງ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​1,1%; ເມື່ອ​ເຂົ້າ​ສູ່ເດືອນ​ພະ​ຈິກ​ແລ້ວ,​ຈັງ​ຫວະຄວາມ​ໄວ​​ຂອງການ​ເຕີບ​ໂຕ​ກໍ​ສືບ​ຕໍ່​ເພີ່ມ​ຂຶ້ນ.

ຂໍ້​ມູນຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ໃນ​ເດືອນ​ພະ​ຈິກ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ​ເຖິງ3090ຕື້ຢວນ,ເພີ່ມ​ຂຶ້ນ​7,8%.ນັບ​ແຕ່​ເດືອນມັງ​ກອນ​ຫາ​ເດືອນພະ​ຈິກ​​,ການ​ຄ້າ​ຂາ​ອອກ​ບັນ​ລຸ16130ຕື້ຢວນ,ເພີ່ມ​ຂຶ້ນ3,7%; ການ​ຄ້າ​ຂາ​ເຂົ້າ​ບັນ​ລຸ12910ຕື້ຢວນ,ຫຼຸດ​ລົງ0,5%.

ສຳ​ລັບ​ຄູ່​​ຄ້າ,ອາ​ຊຽນ​ໄດ້​ເປັນ​ຄູ່​​ຄ້າ​ໃຫຍ່ກວ່າ​ໝູ່​ສຳ​ລັບ​ຈີນ​ມາຕະ​ຫຼອດ. ໃນ11ເດືອນ​ຂອງປີນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ4240ຕື້ຢວນ,ເພີ່ມ​ຂຶ້ນ6,7%, ກວມ14,6% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.