ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ປ​ະນາມ​ອາ​ເມຣິກາ​ທີ່​ຂັດຂວາງ​ການ​​ແລກປ່ຽນ​​ວັດທະນະທຳ​ລະຫວ່າງ​ຈີນ-ອາ​ເມຣິກາ​ຕື່ມ​ອີກ

2020-12-08 17:37:39 |ມາຈາກ: CRI

ຕໍ່​ກັບ​ກໍລະນີທີ່​ອາ​ເມຣິກາ​ໄດ້​ປະກາດ​ວ່າ​ຈະ​ຢຸດຕິ​ຫຼາຍໂຄງການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຈີນ-ອາ​ເມຣິກາ​​ນັ້ນ, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ 7 ທັນວາ​ນີ້​ວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ອາ​ເມຣິກາ​ທີ່​ຂັດຂວາງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະ​ຫວ່າງ​ຈີນ-ອາ​ເມຣິກາ​ຕື່ມ​ອີກ, ​ຈີນ​ຈະ​​ເດັດດ່ຽວສືບ​ຕໍ່​ນຳ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​​ເພື່ອ​ຮັກສາ​ສິດ​ອະທິ​ປະ​ໄຕ, ຄວາມໝັ້ນຄົງ ​ແລະ​ຜົນ​ປະ​ໂຫຍ​ດການ​ພັດທະນາ​ຂອງ​ຕົນ.

ວັນ​ທີ 4 ທັນວາ​ທີ່​ຜ່ານ​ມາ, ທ່ານ​​ໄມ​ພົມ​ເພ​ວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຈະ​ຈຳກັດການ​ອອກ​ວີ​ຊາ​​ໃຫ້ພະນັກງານ​ຂອງ​ຄະນະ​ແນວ​ໂຮມ​ເອກະ​ພາບ​ພັກ​ກອມ​ມູນິດ​ຈີນ, ​ແລະ​ຢຸດຕິ​ໂຄງການ​​ແລກປ່ຽນ​ດ້ານ​ວັດທະນະທຳ​ຈີນ-ອາ​ເມຣິກາ 5 ສະບັບ​. ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງກ່າວ​ວ່າ: ອິດ​ທິກຳລັງປໍ​ລະ​ປັກ​ຈີນ​ຢູ່​ອາ​​ເມຣິກາ​​ໄດ້ຍຶດໝັ້ນ​ແນວ​ຄິດ​ສົງຄາມ​ເຢັນ, ​ມີເຈດ​ຕະນາ​​​ຍຸ​ແຍ່​ການ​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ໃນ​ດ້ານ​ຮູບ​ຖານ​ຈິດ​ສຳນຶກ, ​ເພື່ອ​ທຳລາຍ​ສາຍ​ພົວພັນ​ຈີນ-ອາ​ເມຣິກາ​ຕື່ມ​ອີກ. ການ​ກະທຳດັ່ງກ່າວ​ໄດ້​ລະ​ເມີດ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ປະຊາຊົນ​ສອງ​ຊາດ, ຝືນ​ກັບ​ກະ​ແສ​ການ​ພັດທະນາ​ຂອງ​ປະຫວັດສາດ, ຈະ​ຕ້ອງ​ປະລາ​ໄຊ​ແນ່ນອນ.