ບໍລິສັດຫລາຍກວ່າ 7,000 ແຫ່ງລົງທະບຽນເຂົ້າຮ່ວມ “ການວາງສະແດງທາງອອນລາຍຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ ”

2020-12-09 11:20:21 |ມາຈາກ: Yunnan Gateway

ຮອດວັນທີ 6 ທັນວາ,ໄດ້ມີບໍລິສັດຫລາຍກວ່າ 7,000 ແຫ່ງ ແລະ ຜູ້ຊື້ມືອາຊີບຫລາຍກວ່າ 2,000 ຄົນຈາກ 80 ກວ່າປະເທດ ແລະ ເຂດແຄວ້ນໄດ້ລົງທະບຽນເຂົ້າຮ່ວມ “ການວາງສະແດງທາງອອນລາຍຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ” ໃນປີນີ້.ທຸລະກິດທີ່ເຂົ້າຮ່ວມ ແລະ ຈຳນວນຂອງປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມງານວາງສະແດງທັງໝົດແມ່ນກາຍງານວາງສະແດງສິນຄ້າຈີນ-ອາຊີໃຕ້ໃນ 5 ຄັ້ງທີ່ຜ່ານມາ.

ໃນດ້ານບໍລິສັດຕ່າງປະເທດ, ໄດ້ມີ 1173 ບໍລິສັດຈາກ 82 ປະເທດ ແລະ ເຂດແຄວ້ນເຊັ່ນ ອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້, ຍີ່ປຸ່ນ, ເກົາຫຼີໃຕ້, ສາທາລະນະລັດເຊັກ ແລະ ອື່ນໆ ໄດ້ລົງທະບຽນເຂົ້າຮ່ວມງານວາງສະແດງ. ສ່ວນໃນປະເທດຈີນມີທັງໝົດ 294 ບໍລິສັດຈາກ 24 ແຂວງ (ເຂດ,ເມືອງ) ໄດ້ລົງທະບຽນເຂົ້າຮ່ວມງານວາງສະແດງ.

ນອກຈາກມີພິທີເປີດໃນລະຫວ່າງງານວາງສະແດງ, ຍັງຈະມີການຈັດງານວາງສະແດງຊາຍແດນຈີນ-ຫວຽດນາມ (ເຫີໂຄ) ຄັ້ງທີ 20, ກອງປະຊຸມເຈລະຈາຂອງນັກຊ່ຽວຊານວິຊາການ RCEP(ຢຸນນານ)ຄັ້ງທີໜຶ່ງ, ກອງປະຊຸມການຝຶກອົບຮົມຂະແໜງການກິລາແລະການດຶງດູດການລົງທຶນໃສ່ໂຄງການການທ່ອງທ່ຽວກິລາແຂວງຢຸນນານປີ 2020 ແລະກິດຈະກຳອື່ນໆ.

ງານວາງສະແດງຍັງໄດ້ບັນລຸຄວາມສາມາດການເຊັນສັນຍາເອເລັກໂຕຣນິກblockchainເປັນຕົ້ນ, ແລະ ການເປີດງານວາງສະແດງທີ່ມີລັກສະນະພິເສດຫຼາຍກວ່າ 10 ເຂດເຊັ່ນ: ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ, ຈຸດທົດລອງຕະຫຼາດການຄ້າການຈັດຊື້, ແລະການຊ່ວຍເຫຼືອຕ່າງປະເທດເປັນຕົ້ນ.

ໃນລະຫວ່າງງານວາງສະແດງຍັງຈະມີກິດຈະກຳປະເພດການຖ່າຍທອດສົດອີກຫຼາຍກວ່າ 500 ລາຍການ , ລວມທັງ "ການຖ່າຍທອດສົດຊື້ສິນຄ້າ" ໂດຍກົງສຸນໃຫຍ່ປະຈຳຢູ່ເມືອງຄຸນໝິງ, ການຖ່າຍທອດສົດຈາກສຳນັກງານຕົວແທນທຸລະກິດຢູ່ຕ່າງປະເທດ, ແລະການຖ່າຍທອດສົດການຄ້າທາງອີເລັກໂທຣນິກໃນເຂດຊົນນະບົດ.