ປະຊາກອນຜູ້ທຸກຍາກໃນເຂດຊົນນະບົດໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ທັງໝົດພາຍໃຕ້ມາດຕະຖານທີ່ປະຕິບັດໃນປະຈຸບັນຂອງຢຸນນານ

2020-12-10 16:01:32 |ມາຈາກ: Yunnan Gateway

ວັນທີ 8 ທັນວາປີ 2020, ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການຫຼຸດພົ້ນອອກຈາກຄວາມທຸກຍາກຂອງແຂວງຢຸນນານໄດ້ໄຂຂຶ້ນ. ໃນທ້າຍປີ 2012, ປະຊາຊົນຜູ້ທຸກຍາກໃນແຂວງຢຸນນານເກີນ 8,8 ລ້ານຄົນ. ຄວາມທຸກຍາກແມ່ນລັກສະນະພິເສດຂອງແຂວງຢຸນນານມາເປັນເວລາຫຼາຍຮ້ອຍຫຼາຍພັນປີແລ້ວ, ການຫຼຸດພົ້ນອອກຈາກຄວາມທຸກຍາກແມ່ນຄວາມໄຝ່ຝັນຂອງປະຊາຊົນບັນດາເຜົ່າແຂວງຢຸນນານ ຕະຫຼອດມາ. ໃນກອງປະຊຸມ ທ່ານ ລວນເຊິງຟາ ເລຂາຄະນະພັກແຂວງຢຸນນານກ່າວວ່າ, ປະຊາກອນຜູ້ທຸກຍາກໃນເຂດຊົນນະບົດ ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດພາຍໃຕ້ມາດຕະຖານທີ່ປະຕິບັດໃນປະຈຸບັນ ຂອງແຂວງຢຸນນານ, ມີເມືອງທຸກຍາກທັງໝົດ 88 ເມືອງ ແລະ ມີບ້ານທຸກຍາກ 8502 ບ້ານ ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ມີ 11 "ຊົນເຜົ່າຂ້າມຜ່ານໂດຍກົງ" ແລະ ຊົນເຜົ່ານ້ອຍທີ່ມີປະຊາກອນໜ້ອຍໄດ້ບັນລຸການຫຼຸດພົ້ນອອກຄວາມທຸກຍາກຢ່າງສົມບູນ.

ມາດຕະຖານການຫຼຸດພົ້ນອອກຄວາມທຸກຍາກຂອງຈີນ,ນີ້ແມ່ນມາດຕະຖານສັງລວມເຊິ່ງລວມມີ: ໃນປີ 2020, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນຈະບັນລຸ 4.000 ຢວນ (ປະມານ 5,700,000 ກີບ). ຄົນບໍ່ມີຄວາມກັງວົນໃຈກ່ຽວກັບອາຫານ ແລະ ເຄື່ອງນຸ່ງ. ການສຶກສາພາກບັງຄັບໄດ້ຖືກຮັບປະກັນ (ປະຊາກອນຜູ້ທຸກຍາກສາມາດໄປໂຮງຮຽນຈົນຈົບ ມັດທະຍົມຕົ້ນ), ການແພດຂັ້ນພື້ນຖານໄດ້ຮັບການຮັບປະກັນ, ແລະ ຄວາມປອດໄພດ້ານທີ່ຢູ່ອາໄສໄດ້ຮັບການຮັບປະກັນ.

ຊົນເຜົ່າຂ້າມຜ່ານໂດຍກົງ: ໃນໄລຍະເລີ່ມຕົ້ນການສ້າງຕັ້ງປະເທດຈີນໃໝ່, ຊົນເຜົ່າທີ່ຂ້າມຜ່ານຈາກສັງຄົມປະຖົມບູຮານ ມາສູ່ລະບອບສັງຄົມນິຍົມ.ຊົນເຜົ່າ ຂ້າມຜ່ານໂດຍກົງທີ່ອາໄສຢູ່ແຂວງຢຸນນານ ມີຄື: ຊົນເຜົ່າລີຊູ, ຊົນເຜົ່າດູລົງ, ຊົນເຜົ່າວາ, ຊົນເຜົ່າປູລັງ, ຊົນເຜົ່າຈີໂນ,ຊົນເຜົ່າເຕີອັງ ແລະ ຊົນເຜົ່າອື່ນໆ.