ໃນວັນທີ 23 ພະຈິກ 2020, ບັນຍາກາດພາຍໃນສູນວິເຄາະແລະລະບາດວິທະຍາແຫ່ງຊາດລາວທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ແມ່ນເລີ້ມຫຍຸ້ງວຽກງານຫຼາຍ, ໃນມື້ດຽວກັນ ນະຄອນຫຼວງວຽງຈັນໄດ້ລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19ທີ່ມາຈາກຕ່າງປະເທດລວມທັງ 14 ກໍລະນີ. ໃນປັດຈຸບັນ, ຫ້ອງທົດລອງກວດວິເຄາະໄວຣັດສຂອງສູນນີ້ໄດ້ແບກຫາບວຽກງານສ່ວນຫຼາຍຂອງການເກັບຕົວຢ່າງໂຄວິດ-19 ໃນທົ່ວປະເທດລາວ, ຫ້ອງທົດລອງພຽງຫ້ອງດຽວນີ້ຍາກທີ່ຈະສາມາດຮັບມືຕໍ່ຄວາມຕ້ອງການການວິເຄາະທີ່ນັບມື້ນັບຫຼາຍຂຶ້ນ.
ທ່ານ ນົງກາແສງສີ ສີຕິວົງ(ແປຕາມສຽງ) ຫົວໜ້າຫ້ອງການທົດລອງ ພັດບໍ່ໄດ້ເປັນຫວ່ງນໍາບັນຫາດັ່ງກ່າວນີ້, ໃນມື້ແລ້ວນີ້, ເຄື່ອງຊ່ວຍເຫຼືອອຸປະກອນວິເຄາະຈາກ ສປ ຈີນ ໃຫ້ແກ່ກະຊວງສາທາລະນະສຸກລາວ ໄດ້ຂົນສົ່ງມາເຖິງນະຄອນຫຼວງວຽງຈັນໂດຍຜ່ານທາງບົກ, ຄະນະຊ່ວຍເຫຼືອທາງການແພດຈາກ ສປ ຈີນກໍຈະເດີນທາງມາຮອດນະຄອນຫຼວງວຽງຈັນໃນວັນທີ 24 ເດືອນພະຈິກ ເພື່ອຊ່ວຍກໍ່ສ້າງຫ້ອງເກັບຕົວຢ່າງໂຄວິດ-19 ພ້ອມທັງຈັດວາງການຝຶກອົບຮົມໃຫ້ແກ່ຝ່າຍລາວ ເພື່ອບອກວິທີການນໍາໃຊ້ຫ້ອງທົດລອງ.
ຫ້ອງທົດລອງໃໝ່ນີ້ ເປັນໜຶ່ງໃນຜົນສໍາເລັດ ທີ່ບັນລຸໄດ້ໃນເມື່ອທ່ານຫວັງຢີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ ສປ ຈີນ ຢ້ຽມຢາມປະເທດລາວ---ນີ້ແມ່ນ ໂຄງການທີ່ຝ່າຍຈີນສະໜັບສະໜູນນະຄອນຫຼວງວຽງຈັນປະເທດລາວ ສ້າງຫ້ອງເກັບຕົວຢ່າງໂຄວິດ-19 ແລະ ຮັບຜິດຊອບການປະຕິບັດໂດຍແຂວງຢຸນນານ.
ວັນທີ 24 ເດືອນພະຈິກ, ຖ້ຽວບິນຖ້ຽວໜຶ່ງທີ່ເດີນທາງມາຈາກນະຄອນຄຸນໝິງໄດ້ລົງຈອດຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ. "ຫຼັງຈາກລົງຈາກເຮືອບິນແລ້ວ, ພວກເຮົາໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຢູ່ສະໜາມບິນກ່ອນ, ແລ້ວກໍລໍຖ້າຜົນກວດຢູ່ໃນໂຮງແຮມຕະຫຼອດ."ນາງ ໂຈ່ວແຈນານ ອາຍຸ 30 ປີທີ່ເປັນສະມາຊິກອາຍຸໜຸ່ມນ້ອຍທີ່ສຸດໃນຄະນະການຊ່ວຍເຫຼືອການແພດທີ່ມາຈາກສູນຄວບຄຸມ ແລະ ປ້ອງກັນພະຍາດລະບາດແຂວງຢຸນນານ. ໃນສາຍຕາຂອງລາວ, ລາວຮູ້ສຶກວ່າມາດຕະການຄວບຄຸມ ແລະ ປ້ອງກັນພະຍາດລະບາດຂອງສະໜາມບິນວັດໄຕເຮັດໄດ້ດີຫຼາຍ, "ເຮັດແບບດຽວກັບຢູ່ໃນປະເທດຈີນ."
ສະມາຊິກອີກຄົນໜຶ່ງຂອງຄະນະຊ່ວຍເຫຼືອການແພດ ກໍຄື ທ່ານໝໍຟາງສີ ທີ່ຂຶ້ນກັບພະແນກຄຸ້ມຄອງການຕິດເຊື້ອຂອງໂຮງໝໍປະຊາຊົນເລກໜຶ່ງ ແຂວງຢຸນນານ ເຄີຍມາປະເທດລາວເມື່ອວັນທີ 29 ມີນາ ຫາວັນທີ12 ເມສາປີ 2020 ໃນນາມທີ່ເປັນສະມາຊິກຂອງຄະນະການແພດຕໍ່ຕ້ານພະຍາດລະບາດໂຄວິດ-19 ສປຈີນ. "ຕັ້ງແຕ່ພວກເຮົາກັບຄືນປະເທດຈີນໃນເວລາເດືອນເມສາເປັນຕົ້ນມາ ປະເທດລາວບໍ່ປາກົດມີກໍລະນີຕິດເຊື້ອຢູ່ໃນປະເທດຂອງຕົນໃໝ່ອີກ, ຍິນດີທີ່ໄດ້ເຫັນວ່າການແລກປ່ຽນຂອງພວກເຮົາໃນເວລານັ້ນມີບົດບາດທີ່ດີ, ສິ່ງທີ່ຍິ່ງຍິນດີກ່ວານັ້ນ ແມ່ນການຄວບຄຸມ ແລະ ປ້ອງກັນພະຍາດຂອງປະເທດລາວແມ່ນເຮັດໄດ້ດີຫຼາຍ."
"ສໍາລັບຄົນທີ່ເຂົ້າມາຊາຍແດນລາວ ປະເທດລາວກໍມີກໍານົດການກ່ຽວກັບການກັກບໍລິເວນໃນໄລຍະ 14 ວັນຄືກັນ." ທ່ານເຜີງເສົາຢຸນ ທີ່ເປັນຫົວໜ້າຄະນະຊ່ວຍເຫຼືອການແພດກ່າວວ່າ, ພາຍຫຼັງໄດ້ຮັບຜົນການກວດວິເຄາະຕົວຢ່າງເຊື້ອໂຄວິດ-19 ທີ່ເປັນຜົນລົບແລ້ວ, ເຂົາເຈົ້າສາມາດປະຕິບັດການເຈລະຈາວຽກງານກັບສູນວິເຄາະແລະລະບາດວິທະຍາແຫ່ງຊາດລາວ ໃນວັນທີ 25 ຢ່າງທັນທີ, ນີ້ໄດ້ຮັບຜົນປະໂຫຍດຈາກ "ຊ່ອງທາງສີຂຽວ" ການໄປມາຫາສູ່ລະຫວ່າງພະນັກງານຈີນ-ລາວ---ນີ້ເປັນຄວາມເຫັນເອກະພາບກັນທີ່ໄດ້ບັນລຸເມື່ອການພົບປະເຈລະຈາຂອງທ່ານ ຫວັງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນເດືອນຕຸລາ ປີ 2020.
ຫຼັງຈາກດໍາເນີນການເຈລະຈາວຽກງານ ກວດເບິ່ງສະຖານທີ່ຫ້ອງທົດລອງ ແລະຄິດໄລ່ ເຮັດເຄື່ອງໝາຍຕໍ່ເຄື່ອງອຸປະກອນໄດ້ສໍາເລັດແລ້ວ, ວັນທີ 26 ຈຶ່ງເປັນວັນທີ່ "ເຮັດວຽກໜັກ". “ຄະນະວຽກງານຂອງພວກເຮົາລວມມີ 6 ຄົນ, ເມື່ອຂົນສົ່ງເຄື່ອງອຸປະກອນ ພະນັກງານຝ່າຍລາວໄດ້ສະໜອງການຊ່ວຍເຫຼືອຢ່າງຫຼວງຫຼາຍ.” ນາງ ໂຈ່ວແຈນານ ບອກໃຫ້ຮູ້ວ່າ, ຕູ້ປອດໄພຊີວະພາບໃຫຍ່ທີ່ໜັກຫຼາຍ, ແລະ ແຍກອອກເປັນສ່ວນບໍ່ໄດ້, ມີແຕ່ຕ້ອງຂົນຂຶ້ນສະຖານທີ່ຫ້ອງທົດລອງໃນຊັ້ນທີສອງໂດຍຜ່ານທາງຂັ້ນໄດ, “ພະນັກງານ 10 ກວ່າຄົນທັງຝ່າຍລາວແລະຈີນພະຍາຍາມຮ່ວມກັນ ຂົນເກືອບວ່າແຕ່ຕອນເຊົ້າຈົນເຖິງຕອນແລງ, ຊໍ້າບໍ່ໜຳາຍັງໄດ້ມ້າງຮາວມືຈັບຂອງຂັ້ນໄດອອກອີກ.”
“ເຖິງແມ່ນວ່າລຳບາກກໍຕາມ ແຕ່ຍ້ອນຄວາມພະຍາຍາມຮ່ວມກັນຂອງທັງສອງຝ່າຍເຮົາ ທຸກຢ່າງດຳເນີນໄປຢ່າງສະດວກ.” ທ່ານ ເຜິງເສົາຢຸນ ກ່າວວ່າ, ໃນຕອນແລງວັນທີ 27, ຫ້ອງທົດລອງໃໝ່ກໍສຳເລັດວຽກງານການກໍ່ຕັ້ງແລະການປັບປຸງ ແລະ ມອບໃຫ້ຝ່າຍລາວເລີ່ມການນຳໃຊ້ຕົວຈິງແລ້ວ. ພາຍຫຼັງສຳເລັດການກໍ່ຕັ້ງແລ້ວ, ຝ່າຍລາວສາມາດບັນລຸການເກັບຕົວຢ່າງວິເຄາະເຊື້ອໂຄວິດ-19 ຈຳນວນ 68 ຄົນພາຍໃນ 2 ຊົ່ວໂມງ, ຄວາມສາມາດການວິເຄາະຕົວຢ່າງອັນໃຫຍ່ທີ່ສຸດພາຍໃນມື້ດຽວໄດ້ເພີ່ມຈາກ 500 ຄົນມາເປັນ 3000 ຄົນ, ເຊິ່ງສາມາດຕອບສະໜອງຄວາມຕ້ອງການໃນການຄວບຄຸມ ແລະ ປ້ອງກັນພະຍາດລະບາດໂຄວິດ-19 ຢ່າງມີປະສິດທິພາບ.
ຫຼັງຈາກວັນທີ 28 ຫາວັນທີ 30 , ຄະນະຊ່ວຍເຫຼືອການແພດເລີ່ມປະຕິບັດການຝຶກອົບຮົມໃຫ້ແກ່ພະນັກງານການແພດຂອງສູນວິເຄາະແລະລະບາດວິທະຍາແຫ່ງຊາດລາວ ແລະ ພະນັກງານການແພດທີ່ມາຈາກແຂວງຫຼວງພະບາງ ແຂວງຈຳປາສັກແລະອື່ນໆ. “ຄວາມຕ້ອງການຂອງເຂົາເຈົ້າເຄັ່ງຮ້ອນຫຼາຍ ທັງຊັດເຈນຫຼາຍ, ຈຶ່ງຫວັງຢາກໃຫ້ພວກເຮົາສາມາດດຳເນີນການຝຶກອົບຮົມໃນ 5 ດ້ານຄື: ຄວາມປອດໄພຊີວະພາບ ການເກັບຕົວຢ່າງ ການຂົນສົ່ງຕົວຢ່າງ ການວັດແທກຕົວຢ່າງ ແລະ ການນຳໃຊ້ແລະການຮັກສາເຄື່ອງອຸປະກອນຂອງຫ້ອງທົດລອງ.” ທ່ານ ເຣີນສຽງ ພະນັກງານສູນການຄວບຄຸມ ແລະ ປ້ອງກັນພະຍາດລະບາດແຂວງຢຸນນານກ່າວດັ່ງນັ້ນ.
“ເມື່ອເຫັນພະນັກງານຝ່າຍລາວທີ່ໄດ້ຮັບການຝຶກອົບຮົມສາມາດປະຕິບັດການປ້ອງກັນຕົນເອງ ແລະ ປະຕິບັດການທົດລອງໄດ້ຢ່າງຊຳນິຊຳນານ, ຮູ້ສຶກວ່າດີໃຈຫຼາຍ.” ນາງຈິນສຽງເມີຍ ສະມາຊິກຂອງຄະນະຊ່ວຍເຫຼືອການແພດບອກໃຫ້ຮູ້ວ່າ, ລາວສາມາດສຳຜັດໄດ້ວ່າ ພະນັກງານການແພດລາວແມ່ນຖະໜອມຖ່ອມຕົວເຊັ່ນກັນ ແລະກໍລຳບາກຫຼາຍເຊັ່ນກັນ, ຫວັງວ່າເຂົາເຈົ້າຈະສາມາດປົກປ້ອງຕົນເອງໃຫ້ດີ ແລະ ທັງປົກປ້ອງປະຊາຊົນລາວໃຫ້ດີເຊັ່ນກັນ.
ສຽງ
ທ່ານເຜິງເສົາຢຸນ(ຫົວໜ້າຄະນະຊ່ວຍເຫຼືອທາງການແພດ ມາຈາກຫ້ອງການພົວພັນຕ່າງປະເທດຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ)
ປະຊາຊົນລາວຖືພວກເຮົາເປັນຍາດຕິພີ່ນ້ອງຂອງເຂົາເຈົ້າ, ໃນຫົວໃຈພວກເຮົາກໍຖືປະຊາຊົນລາວເປັນຍາດຕິພີ່ນ້ອງຂອງຕົນເອງ. ມິດຕະພາບຈີນ-ລາວ ມິດຕະພາບລາວ-ຢຸນນານ ໄດ້ລົງເລິກເຂົ້າໃນຫົວໃຈ.
ນາງ ໂຈ່ວແຈນານ(ສະມາຊິກຂອງຄະນະຊ່ວຍເຫຼືອທາງການແພດ)
ພະນັກງານການແພດຝ່າຍລາວຕໍ່ຕ້ານພະຍາດລະບາດໂຄວິດ-19 ປະຕິບັດຕາມໜ້າທີ່ຂອງເຂົາເຈົ້າ,ປົກປັກຮັກສາປະເທດຊາດ ແລະ ປະຊາຊົນຂອງຕົນ, ຂ້ອຍກໍຈະຮັກສາຈິດໃຈເບື້ອງຕົ້ນຂອງຕົນ ນັ້ນກໍຄື ປົກປັກຮັກສາປະເທດຊາດ ແລະ ປະຊາຊົນຂອງຕົນ.
ທ່ານເຣີນສຽງ(ສະມາຊິກຂອງຄະນະຊ່ວຍເຫຼືອທາງການແພດ)
ວຽກງານຄັ້ງນີ້ເປັນພາລະໜ້າທີ່ຮັບຜິດຊອບທີ່ປະຕິເສດບໍ່ໄດ້ຂອງພວກເຮົາ, ກໍເປັນໜ້າທີ່ພວກເຮົາຕ້ອງແບກຫາບຕໍ່ວຽກງານຕົນເອງ. ການຮັບມືກັບພະຍາດລະບາດໂຄວິດ-19 ຕ້ອງການຄວາມພະຍາຍາມຮ່ວມກັນຂອງມວນມະນຸດ.
ນາງຈິນສຽວເມີ້ຍ(ສະມາຊິກຂອງຄະນະຊ່ວຍເຫຼືອທາງການແພດ)
ການເດີນທາງໄປປະເທດລາວຄັ້ງນີ້, ຂ້ອຍໄດ້ສຳຜັດເຖິງຄວາມພະຍາຍາມອັນໃຫຍ່ຫຼວງຂອງທັງສອງຝ່າຍຈີນ ແລະ ລາວທີ່ໄດ້ເຮັດພາຍໃນໄລຍະການຕໍ່ຕ້ານພະຍາດລະບາດໂຄວິດ-19 ຮ່ວມກັນ. ຂ້ອຍຍັງສັງເກດເຫັນເຖິງຈິດໃຈຖະໜອມຖ່ອມຕົວຕໍ່ວຽກງານຂອງພະນັກງານການແພດຝ່າຍລາວ, ມັນໄດ້ເສີມຂະຫຍາຍສະຕິຮັບຜິດຊອບຂອງຂ້ອຍຢູ່ບ່ອນຕຳແໜ່ງວຽກງານຂອງຕົນ.
ນາງ ຕ້ຽນຈືສິນ(ສະມາຊິກຂອງຄະນະຊ່ວຍເຫຼືອທາງການແພດ)
ຂ້ອຍໄດ້ສຳຜັດເຖິງຄວາມຊື່ສັດ ແລະ ຄວາມອົບອຸ່ນຂອງໝູ່ເພື່ອນລາວ. ຫວັງວ່າພະຍາດລະບາດນີ້ຈະໝົດສິ້ນໄປໄວໆ, ເພາະຂ້ອຍຢາກພາລູກສາວຂີ່ລົດໄຟຈີນ-ລາວ ໄປທ່ຽວລາວໃນອະນາຄົດ.
ທ່ານ ຟາງສີ(ສະມາຊິກຂອງຄະນະຊ່ວຍເຫຼືອທາງການແພດ)
ຈິດໃຈຄວາມຮັກແພງຕົວຈິງໄດ້ສ່ອງແສງອອກມາໃນເມື່ອຍາມພົບພໍ້ກັບຄວາມຫຍຸ້ງຍາກ, ຮ່ວມມືຕໍ່ຕ້ານພະຍາດລະບາດນຳກັນ, ຮວມຕົວເຂົ້າກັນໃນການກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ແລະ ຮ່ວມກັນປະເຊີນໜ້າກັບສິ່ງທ້າທາຍຄວາມສ່ຽງທີ່ມີລັກສະນະສາກົນນຳກັນ.