ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ການແຂ່ງ​ຂັນ​ສີ​ມື​ແຮງ​ງານ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ

2020-12-11 17:25:13 |ມາຈາກ: CRI

ວັນ​ທີ 10 ທັນ​ວາ​ນີ້, ການແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຄັ້ງ​ທຳ​ອິດ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ທັງ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​ເຖິງ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລະ​ບຸກ​ຄະ​ລາ​ກອນ​ດ້ານ​ເຕັກ​ນິກ​ທັງ​ຫຼາຍ.

ໃນ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ​ຖັນ​ແຖວ​ນາຍ​ຊ່າງເຕັກ​ນິກ​ແມ່ນ​ກຳ​ລັງ​ສຳ​ຄັນ​ທີ່​ສະ​ໜັບ​ສະ​ໜູນ​ການ​ຜະ​ລິດ ແລະ​ການ​ປະ​ດິດ​ສ້າງ​ຂອງ​ຈີນ. ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໄດ້​ສ້າງ​ເວ​ທີ​ໃຫ້​ແກ່​ບຸກ​ຄະ​ລາ​ກອນ​ດ້ານ​ເຕັກ​ນິກ​ທັງຫຼາຍ ເພື່ອ​ສະ​ແດງ​ສີ​ມື​ທີ່​ດີ​ເລີດ​ຂອງ​ຕົນ, ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ເຊິ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​​ໃນ​ການຂະ​ຫຍາຍ​​ຖັນ​ແຖວ​ນາຍ​ຊ່າງ​ເຕັກ​ນິກ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ຈີນ, ກະ​ຊວງຊັບ​ພະ​ຍາ​ກອນມະ​ນຸດ​ແລະ​ປະ​ກັນ​ສັງ​ຄົມ​ຈີນ​ຈະ​ຈັດ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ໃນ​ທົ່ວ​ປະ​ເທດ ເຊິ່ງ​ຈະ​ເລີ່ມ​ແຕ່​ປີ 2020 ເປັນ​ຕົ້ນ​ໄປ. ການ​ແຂ່ງ​ຂັນ​ຄັ້ງ​ທຳ​ອິດ​ນີ້​ມີ​ຫົວ​ຂໍ້​ວ່າ: “ຍຸກ​ໃໝ່ ເຕັກ​ນິກ​ໃໝ່ ຄວາມ​ໄຝ່​​ຝັນ​ໃໝ່”, ​ການ​ແຂ່ງ​ຂັນ​ປະ​ກອບ​ມີ 86 ລາຍ​ການ ເຊິ່ງແມ່ນ​ການ​ແຂ່ງ​ຂັນ​ສີ​ມື​ດ້ານ​ເຕັກ​ນິກສັງ​ລວມ​ລະ​ດັບ​ຊາດ​ທີ່​ມີ​ລະ​ດັບ​ສູງ​ສຸດ, ມີ​ລາຍ​ການຫຼາຍ​ທີ່​ສຸດ ແລະມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ໄດ້​ສະ​ຖາ​ປະ​ນາເປັນ​ຕົ້ນ​ມາ.