ການວາງສະແດງທາງອອນລາຍ“ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ”ໄດ້ເປີດຂຶ້ນແລ້ວ

2020-12-14 18:06:25 |ມາຈາກ: Yunnan Gateway

ການວາງສະແດງທາງອອນລາຍ“ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ”ໄດ້ຈັດຂຶ້ນໃນວັນທີ 12-18 ທັນວາ. ມາຮອດວັນທີ 10 ທັນວາ ມີຫລາຍກວ່າ 9,300 ບໍລິສັດຈາກ 90 ກວ່າປະເທດ ແລະ ເຂດແຄວ້ນ ໄດ້ສຳເລັດການລົງທະບຽນເຂົ້າຮ່ວມການວາງສະແດງທາງອອນລາຍແລ້ວ, ໃນນັ້ນ, ບັນດາວິສາຫະກິດທີ່ມາຈາກ 10 ກວ່າປະເທດ ເຊັ່ນ ໂດມິນີກາ ແລະ ອູກັນດາ ຈະເຂົ້າຮ່ວມເປັນຄັ້ງທຳອິດ. ທຸລະກິດທີ່ເຂົ້າຮ່ວມ ແລະ ຈຳນວນຂອງປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມງານວາງສະແດງທັງໝົດແມ່ນລື່ນກາຍງານວາງສະແດງສິນຄ້າຈີນ-ອາຊີໃຕ້ ໃນ 5 ຄັ້ງທີ່ຜ່ານມາ.

ໃນເວລາ 10 ໂມງເຊົ້າຂອງວັນທີ 12 ທັນວາ, ພິທີເປີດການວາງສະແດງທາງອອນລາຍໄດ້ຈັດຂຶ້ນດ້ວຍການຖ່າຍທອດສົດທາງອອນລາຍ ແລະສົ່ງຜ່ານທຸກເຄືອຂ່າຍເວບໄຊ. ໃນກອງປະຊຸມ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ປະເທດລາວ ໄດ້ກ່າວຄຳອວຍພອນຊົມເຊີຍຜ່ານທາງວິດີໂອ.