ຊ່ວງເວລາທີ່ລືມຍາກຂອງນັກຂ່າວລາວ ໃນການເຂົ້າຮ່ວມງານວາງສະແດງ

2020-12-14 18:10:26 |ມາຈາກ: Yunnan Gateway

"ຍ່າງເລາະງານວາງສະແດງ, ກິນອາຫານ, ຊື້ເຄື່ອງ, ທຳຄວາມຮູ້ຈັກກັບໝູ່ເພື່ອນໃໝ່......ຍັງເຮັດໃຫ້ຂ້ອຍຮູ້ສຶກມີຄວາມສຸກ ເມື່ອຫວນຄືນສະພາບການທີ່ໄດ້ເຂົ້າຮ່ວມງານວາງສະແດງຈີນ-ອາຊີໃຕ້ທີ່ເມືອງຄຸນໝິງ ໃນສອງປີກ່ອນ." ນີ້ແມ່ນຄວາມຊົງຈຳກ່ຽວກັບງານວາງສະແດງຂອງ ທ່ານ ຫຸມແພງ ວິໄລພອນ ນັກຂ່າວໂທລະພາບລາວ.

ຫຸມແພງ ວິໄລພອນ ແມ່ນນັກຂ່າວລາວທີ່ມີປະສົບການສູງຜູ້ໜຶ່ງ, ເຄີຍໄປຢ້ຽມຢາມປະເທດຈີນເລື້ອຍໆຍ້ອນກິດຈະກຳການສຳພາດຂ່າວ, ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ຈັດຂຶ້ນຢູ່ເມືອງຄຸນໝິງ 3 ຄັ້ງແລ້ວ. ຫຸມແພງ ວິໄລພອນເວົ້າວ່າ: "ເມື່ອຂ້ອຍເຂົ້າຮ່ວມງານວາງສະແດງຄັ້ງທຳອິດ, ຂະໜາດຂອງງານວາງສະແດງແມ່ນຍັງຖືວ່ານ້ອຍ. ຕໍ່ມາ, ຂະໜາດຂອງການວາງສະແດງໄດ້ນັບມື້ນັບໃຫຍ່ຂຶ້ນກວ່າຄັ້ງຜ່ານໆມາ, ປະເທດທີ່ເຂົ້າຮ່ວມກໍນັບມື້ນັບຫຼາຍຂຶ້ນ. ເວົ້າໄດ້ຈະແຈ້ງວ່າການຈັດງານວາງສະແດງສິນຄ້າຈີນ-ອາຊີໃຕ້ ໄດ້ຢັ້ງຢືນເຖິງບົດບາດແຫ່ງການເປັນຂົວຕໍ່, ທັງໄດ້ສ້າງເປັນເວທີແລກປ່ຽນທາງທຸລະກິດການຄ້າໃຫ້ແກ່ບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້."

ຄຽງຄູ່ກັບຜູ້ເຂົ້າຮ່ວມວາງສະແດງຈາກບັນດາປະເທດທີ່ມາເຂົ້າຮ່ວມງານວາງສະແດງນັບມື້ນັບຫຼາຍຂຶ້ນນັ້ນ, ກໍມີນັກຂ່າວທີ່ມາຈາກບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ນັບມື້ນັບຫຼາຍຂຶ້ນ.ສຳລັບຕໍ່ນັກຂ່າວລາວ ຫຸມແພງ ວິໄລພອນ, ເມື່ອເຫັນຮູບຄວັດໄມ້ດູ່ໄມ້ແດງທີ່ວິຈິດງົດງາມຂອງປະເທດຕົນເອງໃນງານວາງສະແດງຈີນ-ອາຊີໃຕ້ແລ້ວ ຍິ່ງຮູ້ສຶກມີຄວາມພາກພູມໃຈເປັນຢ່າງຍິ່ງ. ທ່ານ ຫຸມແພງ ວິໄລພອນ ກ່າວວ່າ: "ຍ້ອນວ່າງານວາງສະແດງສິນຄ້າຈີນ-ອາຊີໃຕ້, ເຮັດໃຫ້ປະຊາຊົນຈາກຫຼາຍປະເທດຮູ້ຈັກຜະລິດຕະພັນດີເລີດທຸກປະເພດຂອງປະເທດລາວ, ພ້ອມດຽວກັນນັ້ນ, ງານວາງສະແດງຍັງສະໜອງໂອກາດໃຫ້ນັກຂ່າວສື່ມວນຊົນສາມາດສື່ສານແລກປ່ຽນເຊິ່ງກັນແລະກັນ, ແລະສົ່ງຕໍ່ຂໍ້ມູນຂ່າວສານຫຼາຍຂຶ້ນໃຫ້ແກ່ໝູ່ເພື່ອນທຸກແຫ່ງຫົນໃນທົ່ວໂລກໂດຍຜ່ານນັກຂ່າວ."

ການວາງສະແດງທາງອອນລາຍ“ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ”ໃນປີນີ້,ທ່ານ ຫຸມແພງ ວິໄລພອນ ມີຄວາມຫວັງາວ່າ: "ເຊື່ອວ່ານັກຂ່າວຈາກປະເທດຕ່າງໆກໍ່ຄືຂ້ອຍເຊັ່ນກັນ, ຈະເອົາໃຈໃສ່ຕິດຕາມງານວາງສະແດງສິນຄ້າຈີນ-ອາຊີໃຕ້ໂດຍຜ່ານທາງອິນເຕີເນັດ."