ຖ່າຍທອດສົດຂາຍສິນຄ້າໂດຍນັກການທູດຫວຽດນາມ: ພາທ່ານເລາະກິນອາຫານຫວຽດນາມຜ່ານທາງອິນເຕີເນັດ

2020-12-14 18:13:55 |ມາຈາກ: Yunnan Gateway

"ເບິ່ງນີ້! ພວກເຮົາໄດ້ນຳເອົາອາຫານຫວຽດນາມມາຫຼາຍຢ່າງ!"

ຕອນບ່າຍວັນທີ 12 ທັນວານີ້, ການຖ່າຍທອດສົດຄັ້ງທຳອິດໂດຍກົງສຸນໃຫຍ່ຈັດຂຶ້ນໃນການວາງສະແດງທາງອອນລາຍ“ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີຍາມຢຸດເຊົາ”ປີ 2020.ສະຖານກົງສຸນໃຫຍ່ຫວຽດນາມປະຈຳເມືອງຄຸນໝິງແນະນຳອາຫານຫວຽດນາມໂດຍຜ່ານການຖ່າຍທອດສົດ.

ທ່ານ ເຊີນໂກຢີ ກົງສຸນ ຈາກສະຖານກົງສຸນໃຫຍ່ຫວຽດນາມປະຈຳເມືອງຄຸນໝິງ ກ່າວວ່າ: “ການຖ່າຍທອດສົດຂາຍສິນຄ້າຄັ້ງນີ້, ພວກເຮົາວາງແຜນການແນະນຳສິນຄ້າ 27 ປະເພດຈາກ 18 ບໍລິສັດຂອງຫວຽດນາມ.”

ທ່ານ ກູໂກຊຽງ ກົງສູນການຄ້າ ຂອງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳເມືອງຄຸນໝິງ ໄດ້ຖ່າຍທອດສົດຂາຍສິນຄ້າຄັ້ງທຳອິດ. ນໍ້າເຜິ້ງ, ເຄື່ອງຫັດຖະກຳທີ່ເຮັດດ້ວຍມືຂອງຊາວເຜົ່າມົ້ງຫວຽດນາມ ແລະສິນຄ້າອຶ່ນໆ... ນັບແຕ່ສະຖານທີ່ຕົ້ນກຳເນີດມາຮອດຂັ້ນຕອນການຜະລິດ, ທ່່ານໄດ້ແນະນຳລາຍລະອຽດທີ່ດີເລີດ.

ທ່ານ ເຊີນໂກຢີ ເວົ້າວ່າ: “ງານວາງສະແດງສິນຄ້າທາງອອນລາຍສະໜອງເວທີທີ່ດີເພື່ອໃຫ້ທຸກປະເທດ, ບໍລິສັດສາມາດມີໂອກາດຊອກຫາຄູ່ຮ່ວມມື, ສິ່ງດັ່ງກ່າວມີຄວາມໝາຍຫຼາຍສຳລັບການພັດທະນາການຄ້າລະຫວ່າງຫວຽດນາມ ແລະຈີນ, ພິເສດແມ່ນລະຫວ່າງຫວຽດນາມ ແລະແຂວງຢຸນນານ.”

ທ່ານ ເຖົ້າຫວຽນຢິງ ທີ່ປຶກສາທູດການຄ້າ ຂອງສະຖານທູດຫວຽດນາມປະຈຳ ສປຈີນ ກໍໄດ້ເຂົ້າຮ່ວມການຖ່າຍທອດສົດຂາຍສິນຄ້າຄັ້ງນີ້, ທ່ານດຳລົງຊີວິດຢູ່ປະເທດຈີນເກືອບ 20 ປີແລ້ວ, ແລະທ່ານໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຫຼາຍຄັ້ງ, ທ່ານກ່າວວ່າ: "ສຳລັບທົ່ວໂລກ, ການວາງສະແດງສິນຄ້າທາງອອນລາຍແມ່ນສິ່ງໃໝ່. ໃນຊຸມປີມໍ່ໆມານີ້, ຫວຽດນາມແລະຈີນໄດ້ມີການຮ່ວມມືດ້ານເສດຖະກິດ ແລະການຄ້າຢ່າງມີປະສິດທິຜົນ, ເຊື່ອວ່າງານວາງສະແດງສິນຄ້າຈີນ-ອາຊີໃຕ້ ບໍ່ວ່າຈະແມ່ນທາງອອນລາຍ ຫລືທາງຕົວຈິງ ແມ່ນຈະນັບມື້ນັບດີຂຶ້ນໃນອະນາຄົດ."