ທ່ານ​ສີ​ຈີ້​ນ​ຜິງ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ສຸດຍອດຄວາມ​ທະ​ເຍີ​ທະ​ຍານ​ດິນ​ຟ້າ​ອາ​ກາດ

2020-12-14 18:15:03 |ມາຈາກ: CRI

ວັນ​ທີ 12 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ສຸດຍອດຄວາມ​ທະ​ເຍີ​ທະ​ຍານ​ດິນ​ຟ້າ​ອາ​ກາດ​ (Climate Ambition Summit), ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປ​າ​ໄສ​ສຳ​ຄັນ​ໂດຍ​ຜ່ານ​ທາງວິ​ດີ​ໂອ ທີ່​ມີ​ຫົວ​ຂໍ້​ວ່າ ”ສືບ​ຕໍ່​ກ້າວ​ໄປ​ໜ້າ ເລີ່ມ​ຕົ້ນ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ຮັບ​ມື​ກັບ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ”, ​ໂດຍປະ​ກາດ​​ວ່າ ຈີນ​ຈະ​ປະ​ຕິ​ບັດມາດ​ຕະ​ການ​ໃໝ່​ຕ່າງໆ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.

ທ່ານ​ສີ​ຈີ້ນ​ຜິງ​ໄດ້​ສະ​ໜີຂໍ້​ລິ​ເລີ່ມ 3 ຂໍ້, ຄື:

ໜຶ່ງ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນເພື່ອສ້າງ​ສະ​ພາບ​ການ​ໃໝ່​ໃນ​ການ​​ແກ້​ໄຂ​ບັນ​ຫາ​ດິນ​ຟ້າ​ອາ​ກາດ ທີ່​ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ສອງ, ​​ສ້າງ​ຄວາມ​ທະ​ເຍີ​ທະ​ຍານ ​​ເພື່ອສ້າງ​ລະ​ບົບໃໝ່​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ດິນ​ຟ້າ​ອາ​ກາດ ທີ່ທຸກ​ຝ່າຍ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ. ສາມ​​ເພີ່ມ​ຄວາມໝັ້ນ​ໃຈ, ຍຶດ​ໝັ້ນ​ແນວ​ຄິດ​ໃໝ່​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ດິນ​ຟ້າ​ອາ​ກາດ​ທີ່​ຟື້ນ​ຟູ​ສີ​ຂຽວ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ຖື​ແນວ​ຄວາມ​ຄິດການ​ພັດ​ທະ​ນາ​ແບບ​ໃໝ່​ເປັນ​ສິ່ງ​ຊີ້​ນຳ, ຊຸກ​ຍູ້​ການ​ຫັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເປັນ​ຮູບ​ແບບ​ສີ​ຂຽວ​ຮອບ​ດ້ານ​ ໃນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເພື່ອ​ປະ​ກອບ​ສ່ວນ​ໃຫຍ່ກວ່າ​ເກົ່າ ເຂົ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ.

ກອງ​ປະ​ຊຸມ​ສຸດຍອດຄວາມ​ທະ​ເຍີ​ທະ​ຍານ​ດິນ​ຟ້າ​ອາ​ກາດ ລິ​ເລີ່ມ​ແລະ​ຈັດ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ມີ​ຈຸດ​ປະ​ສົງ​ເພື່ອ​ລະ​ນຶກ “ສົນ​ທິ​ສັນ​ຍາ​ປາ​ຣີ” ເຊັນ​ກັນ​ຄົບ​ຮອບ 5 ປີ, ລະ​ດົມ​ປະ​ຊາ​ຄົມ​ໂລກ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາ​ກາດ, ແລະ​ຊຸກ​ຍູ້​ຂະ​ບວນ​ການ​ຫຼາຍ​ຝ່າຍ.