ຈີນຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານຊັບ​ພະ​ຍາ​ກອນ​ນ້ຳ​ແມ່​ນ້ຳ​ຢູ່​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​​ແໜ້ນ​ແຟ້ນ

2020-12-15 17:45:56 |ມາຈາກ: CRI

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ທັນ​ວາ​ນີ້, ທ່ານ​ວາງ​ເຫວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຊົມ​ເຊີຍ​ປະ​ເທດ​ນອກອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ທີ່​ໄດ້​ສະ​ເໜີ​ຄຳ​ເຫັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ​ການພັດ​ທະ​ນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາກອ​ນ​ນ້ຳ​ຂອງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ແຕ່​ຄັດ​ຄ້າ​ການປຸກ​ປັ່ນ​ຢ່າງ​ເດັດ​ດ່ຽວ. ຈີນ​ຈະຊຸກ​ຍູ້​ການ​ຮ່ວມ​ມື​​ດ້ານຊັບ​ພະ​ຍາ​ກອນ​ນ້ຳ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​ແໜ້ນ​ແຟ້ນບໍ່​ປ່ຽນ​ແປງ, ເພື່ອ​ສ້າງ​ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ​ແຈ້ງວ່າ, “ໂຄງ​ການ​ຕິດ​ຕາມ​ເຂື່ອນ​ແມ່​ນ້ຳ​ຂອງ” ທີ່​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ສະ​ໜັບ​ສະ​ໜູນເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 14 ທັນ​ວາ​ນີ້. ໂຄງ​ການ​ດັ່ງ​ກ່າວ​ສ້າງ​ຂຶ້ນ​ເພື່ອ​ຕິດ​ຕາມ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂື່ອນ​ຈີນ​ທີ່ສ້າງ​ຂຶ້ນ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ​ເຊິ່ງ​ເປັນຍານ​ເໜືອ​ຂອງ​ແມ່​ນ້ຳ​ຂອງ. ຕໍ່​ເລື່ອງ​ນີ້, ທ່ານ​ວາງ​ເຫວີນ​ປິ່ນ ຊີ້​ໃຫ້​ເຫັນ​ວ່າ: ພາຍ​ຫຼັງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ໃນແມ່​ນ້ຳ​ລ້ານ​ຊ້າງ​​ໄດ້ສ້າງຂຶ້ນ​​ເປັນ​ຕົ້ນ​ມາ, ໂດຍ​ຜ່ານ​ການ​ສະ​ສົມ​ນ້ຳ​ໃນ​ລະ​ດູ​ຝົນ​ແລະ​ປ່ອຍ​ນ້ຳ​ໃນ​ລະ​ດູ​ແລ້ງ, ຈີນ​ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ບໍ່​ໃຫ້​ເກີດ​ມີ​ສະ​ພາບ​ການ​ໄຫຼ​ຂອງ​ນ້ຳ​ມີ​ລັກ​ສະ​ນະ​ຫຼາຍ​ຫຼື​ໜ້ອຍ​ເກີນ​ໄປ. ວົງ​ການ​ວິ​ທະ​ຍາ​ສາດ​ສາ​ກົນ​ແລະ​ຄະ​ນະ​ກຳ​ມ​າ​ທິ​ການ​ແມ່​ນ້ຳ​ຂອງ​ລ້ວນ​ແຕ່​ເຫັນ​ວ່າ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ແມ່​ນ້ຳ​ລ້ານ​ຊ້າງ​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາບໍ​ລິ​ມາດ​ນ້ຳ​ໄຫຼ​ໄດ້​ຢ່າງ​ໝັ້ນ​ທ່ຽງ, ​ມີ​ຜົນ​ດີ​ຕໍ່​ວຽກ​ງານ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ແລະ​ໄພ​ແຫ້ງ​ແລ້ງ​ຂອງ​ປະ​ເທດ​ແມ່​ນ້ຳ​ຂອງ.