ທ່ານ ສີ​ຈິ້ນ​ຜິງ ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ກ່ຽວ​ກັບ​​ບົດ​ຮຽນ​ສຳ​ເລັດ​ຜົນ​ດ້ານການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ມວນມະ​ນຸດ

2020-12-15 17:46:37 |ມາຈາກ: CRI

​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ກ່ຽວ​ກັບ​​ບົດ​ຮຽນ​ສຳ​ເລັດ​ຜົນ​ດ້ານການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ມວນມະ​ນຸດ​ທີ່ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 14 ທັນ​ວາ​ນີ້​​.

​​ໃນ​ສານ​ຊົມ​ເຊີຍ​ຂອງທ່ານ ສີ​ຈິ້ນ​ຜິງ ໄດ້​ເນັ້​ນ​ໜັກ​ວ່າ: ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ຄວາມ​ໃຝ່​ຝັນ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ພັກ​ກອມ​ມູ​ນິດ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ຖື​​ເອົາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍແລະ​ໄດ້​​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​​ເປັນ​ເວ​ລາ​ດົນ​ນານ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້. ແຕ່​ປີ 2012 ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລີ່ມ​ເປີດ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃນ​ຂັ້ນ​ສຸດ​ທ້າຍຢ່າງ​ຮອບ​ດ້ານ​ບົນ​ພື້ນ​ຖານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ເມື່ອ​ກ່ອນ. ຜ່ານ​ຄວາມ​ພະ​ຍາ​ຍາມ​​ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ 8 ປີ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ໃນ​ຊົນ​ນະ​ບົດ​ຂອງ​ຈີນ​​ຕາມ​ມາດ​ຖານ​ໃນປັດ​ຈຸ​ບັນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງ​ໝົດ​ໃນ​ປີ​ນີ້, ເມືອງ​ທຸກ​ຍາກ​ໄດ້​​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ທັງໝົດ, ປະ​ຊາ​ກອນ​​ຜູ້ທຸກ​ຍາກ​ຢູ່​ໃນ​ຊົນ​ນະ​ບົດ​ເກືອບ 100 ລ້ານ​ຄົນ​ໄດ້​​ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​​ຢູ່ໃນ​ທົ່ວ​ໂລກ,ວຽກ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ,ຮ່ວມ​ມື​ກັນ​ຊຸກ​ຍູ້​ຂະ​ບວນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ສາ​ກົນ,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.