ທາງດ່ວນລາວ-ຈີນ ເສັ້ນທໍາອິດເປີດ​ນຳ​ໃຊ້ຢ່າງເປັນທາງການແລ້ວ

2020-12-22 09:32:59 |ມາຈາກ: CRI

 

ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ຫຼືທາງດ່ວນລາວ-ຈີນ ຊ່ວງທໍາອິດ ໄດ້ກໍ່ສ້າງສໍາເລັດຢ່າງສົມບູນແລ້ວ ແລະໄດ້ເປີດ​ນຳ​ໃຊ້ຢ່າງ​ເປັນທາງການ ​ໃນວັນທີ 20 ທັນວາ 2020, ໃຫ້ກຽດເຂົ້າຮ່ວມ ແລະຕັດແຖບຜ້າໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູງຂອງລັດຖະບານລາວ, ທ່ານເອກອັກຂະລັດຖະທູດຈີນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນເວລາດຽວກັນ, ຢູ່ແຂວງຢຸນນານ ສປ ຈີນ ການນໍາຂອງແຂວງ ກໍ່ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງທາງດ່ວນເສັ້ນນີ້ໄປພ້ອມໆກັນ ເພື່ອເປັນສັກຂີພິຍານ ແລະສະແດງຄວາມຊົມເຊີຍກັບຜົນສໍາເລັດອັນໃໝ່ຂອງ ສປປ ລາວ ແລະເປັນອີກໜຶ່ງຜົນງານທີ່ພົ້ນເດັ່ນໃນການສະເຫລີມສະຫລອງວັນຊາດລາວ ຄົບຮອບ 45 ປີ ອີກດ້ວຍ.

 

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ກ່າວໃນພິທີວ່າ: ທາງດ່ວນເສັ້ນນີ້ ຈະສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການຄົມມະນາຄົມ-ຂົນສົ່ງ, ສ້າງທາງເລືອກໃຫ້ແກ່ປະຊາຊົນ ແລະພາກທຸລະກິດ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ເດີນທາງດວ້ຍຄວາມສະດວກສະບາຍ, ວ່ອງໄວ ແລະຮັບປະກັນຂຶ້ນກວ່າເກົ່າ, ເຊິ່ງເປັນການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ແລະ ກະຕຸ້ນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ ຂອງນະຄອນຫລວງວຽງຈັນ ແລະແຂວງວຽງຈັນກໍ່ຄື ສປປ ລາວ.

 

 

 

ໃນໂອກາດດຽວກັນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງໄດ້ມີຄໍາເຫັນວ່າ: ໂຄງການທາງດ່ວນນີ້ ເປັນເສັ້ນທາງດ່ວນປະຫວັດສາດຂອງ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມ-ຂົນສົ່ງ, ທັງເປັນສັນຍາລັກແຫ່ງການຮ່ວມມື ພາຍໃຕ້ຂໍ້ລິເລິ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ ແລະເປັນມູນເຊື້ອໄມຕີຈິດມິດຕະພາບລາວ-ຈີນ, ຈີນ-ລາວ ແລະເປັນໂຄງການທີ່ສຳຄັນທາງດ້ານເສດຖະກິດ ແລະສັງຄົມ ຂອງການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ VIII ຂອງລັດຖະບານ ສປປ ລາວ, ເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະໂດຍສານ, ການຊຸກຍູ້ສົ່ງເສີມການຜະລິດຈໍລະຈອນແຈກຢາຍສິນຄ້າ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການບໍລິການ, ແລະປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະອື່ນໆ ຕາມແນວທາງນະໂຍບາຍຂອງພັກ ແລະລັດຖະບານໄດ້ກຳນົດໄວ້.

 

 

ທາງດ່ວນດັ່ງກ່າວມີຈຸດເລີ່ມຕົ້ນຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານເຊື່ອມຕໍ່ນະຄອນຫຼວງວຽງຈັນ ຄວາມຍາວທັງໝົດ 440 ກິໂລແມັດ. ສະເພາະທາງດ່ວນໄລຍະ 1 ກໍ່ຄືແຕ່ນະຄອນຫຼວງວຽງຈັນ-ວັງວຽງມີຄວາມຍາວທັງໝົດ 111 ກິໂລແມັດ, ກວ້າງ 23 ແມັດ ເປັນເສັ້ນທາງຄູ່ຂະໜານ, ມີ 4 ຊ່ອງທາງຈະລາຈອນ ແລະ 2 ແລວໄປ-ກັບ, ສ່ວນຄວາມໄວຢູ່ໃນລະດັບແຕ່ 80-100 ກ/ມ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ອຸມົງ 1 ແຫ່ງ (ເຂດພູພະນັງ), ຂົວ 36 ແຫ່ງ, ສະຖານີເກັບເງິນ 8 ບ່ອນ, ເຂດໃຫ້ການບໍລິການ 3 ບ່ອນ ແລະອື່ນໆ. ໃຊ້ເວລາໃນການເດີນທາງລະຫວ່າງ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ຫຼຸດລົງເປັນ 1 ຊົ່ວໂມງຈາກ 3,5 ຊົ່ວໂມງໃນເມື່ອກ່ອນ. ສ່ວນໃນພາຍໜ້າຖ້າໄດ້ສໍາເລັດໂຄງການທັງໝົດຈະເຊື່ອມຕໍ່ ນະຄອນຫຼວງວຽງຈັນ-ແຂວງວຽງຈັນ-ຫຼວງພະບາງ-ອຸດົມໄຊ ແລະ ແຂວງຫຼວງນໍ້າທາ, ຈາກນີ້ຈະເຮັດໃຫ້ເວລາເດີນທາງຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ໄປຫາ ນະຄອນຫຼວງວຽງຈັນເຫຼືອພຽງແຕ່ 5 ຊົ່ວໂມງ ຈາກ 20 ຊົ່ວໂມງໃນເມື່ອກ່ອນ.