ຄວາມມັກຮັກ ເປັນກຳລັງຊຸກດັນໃນການຮຽນພາສາໃດໜຶ່ງໃຫ້ໄດ້ດີ

2020-12-22 15:44:34 |ມາຈາກ: Yunnan Gateway

ການແປພາສາຄັ້ງທຳອິດ ແມ່ນແປໃຫ້ທ່ານຈູມມະລີ ໄຊຍະສອນ ເຊິ່ງເປັນອະດີດປະທານປະເທດລາວໃນເວລານັ້ນ; ເຄີຍໄດ້ຮັບຫຼຽນໄຊແຮງງານຊັ້ນສອງແຫ່ງຊາດລາວ ທີ່ເຊັນໃຫ້ໂດຍທ່ານຄໍາໄຕ ສີພັນດອນ ອະດີດປະທານປະເທດລາວ; ເຄີຍເປັນຜູ້ແປພາສາລາວ-ຈີນ ຫຼາຍເທື່ອໃຫ້ແກ່ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວປັດຈຸບັນຢູ່ທີ່ຫໍຄຳ ;ເປັນໝູ່ເພື່ອນທີ່ດີກັບທ່ານຈັນສະຫມອນ ຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວປັດຈຸບັນທີ່ຮູ້ຫນ້າຮູ້ຕາກັນເປັນເວລາຊາວກວ່າປີ……

“ຊຽນນັກແປພາສາ”ໃນວົງການແປພາສາລາວຄົນນີ້ ຊື່ວ່າ ຕົງເຈິຫຼິນ, ມີຊື່ລາວວ່າ ບຸນແກ້ວ,ຊື່ເນັດແມ່ນ“ຄົນລາວຢູ່ຈີນ”.

ອາຈານບຸນແກ້ວເກີດໃນປີ 1960, ມີປະສົບການໃນວຽກງານການແປພາສາ ແປແບບປາກເປົ່າ ,ແປແບບທັບສຽງ ແລະໃນການສອນພາສາລາວ ເປັນເວລາ 40 ກວ່າປີ. ຫຼາຍປີມານີ້, ໄດ້ພິມຈຳໜ່າຍປຶ້ມຮຽນຕ່າງໆ ເຊັ່ນ ຕຳລາຮຽນພາສາລາວສຳລັບຊັ້ນປະລິນຍາຕີທີ່ບໍ່ໃຊ້ໂດຍທົ່ວໄປ ແລະ “ຮຽນພາສາລາວດ້ວຍຄວາມຮູ້ຮອບຕົວທີ່ມີຄວາມສະຫນຸກ”ເປັນລໍາດັບ, ທັງເຄີຍເປັນນາຍພາສາເອກໃນການເຄື່ອນໄຫວດ້ານການຕ່າງປະເທດທີ່ສຳຄັນຫຼາຍກ່ວາ 60 ເທື່ອ ຕາມລຳດັບເຊັ່ນດຽວກັນ.

ໃນເບື້ອງຫຼັງຂອງຜົນສຳເລັດອັນພົ້ນເດັ່ນຂອງວຽກງານການແປເຫຼົ່ານີ້, ອາຈານບຸນແກ້ວ ຕົງເຈິຫລິນມີວິທີການຮຽນພາສາທີ່ເປັນອັນສະເພາະຂອງເພິ່ນເອງ.

ມັກຮັກປະເທດເປົ້າໝາຍ

“ຢາກຮຽນພາສາໃດໜຶ່ງໃຫ້ໄດ້ດີ ຕ້ອງການມັກຮັກປະເທດນັ້ນກ່ອນ.” ເນື່ອງຈາກວ່າມັກຮັກປະເທດລາວ, ໃນໄລຍະເວລາສີ່ປີກວ່າທີ່ເຮັດວຽກຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ສປປລາວ ອາຈານບຸນແກ້ວໄດ້ເຄີຍໄປທັດສະນະແຕ່ລະແຂວງຂອງລາວ,ໄດ້ຮູ້ຫນ້າຮູ້ຕາກັນກັບທຸກຊັ້ນຄົນ, ໄດ້ເຂົ້າໃຈພາສາລາວຈາກຄົນລາວທີ່ແຕກຕ່າງກັນ ຮຽນຮູ້ເຂົ້າໃຈສຳນຽງສຽງເວົ້າພາສາລາວຂອງແຕ່ລະບ່ອນ ສຳຜັດເຖິງວັດທະນະທຳທີ່ແຕກຕ່າງກັນ ແລະ ຮຽນເວົ້າໄດ້ພາສາລາວທີ່ແທ້ຈິງ, ອັນນີ້ ພາຍຫຼັງມາ ເຮັດໃຫ້ເພິ່ນສາມາດຮັບມືກັບການແປພາສາລາວທີ່ມີສຳນຽງທ້ອງຖິ່ນເຂົ້າໃຈຍາກໄດ້ຢ່າງສະບາຍຄືກັບປາໃນນໍ້າໃນເວລາເຄື່ອນໄຫວວຽກງານການແປພາສາ.

“ມີເທື່ອໜຶ່ງ ເມື່ອແປພາສາໃຫ້ແກ່ລັດຖະກອນຄົນໜຶ່ງຂອງປະເທດລາວ, ເພິ່ນໄດ້ຖາມຂ້ອຍວ່າເປັນຄົນມາຈາກບ່ອນໃດຂອງລາວ. ຂ້ອຍເວົ້າວ່າຂ້ອຍແມ່ນຄົນຈີນ, ລັດຖະກອນຄົນນັ້ນແປກໃຈຫຼາຍ.” ອາຈານບຸນແກ້ວ ເວົ້າຢອກວ່າ, ຕົນເອງເປັນຄົນລາວທີ່ດຳລົງຊີວິດຢູ່ປະເທດຈີນ.

ຍຶດໝັ້ນຕໍ່ການຮຽນ

“ອາຈານພຽງແຕ່ພານັກສຶກສາກ້າວເຂົ້າສູ່ປະຕູໃນໄລຍະເບື້ອງຕົ້ນ, ສ່ວນວ່າກ້າວຕໍ່ໄປແມ່ນຕ້ອງອາໄສຄວາມພະຍາຍາມຂອງຕົນເອງ.” ນີ້ເປັນຄໍາເວົ້າປະໂຫຍກໜຶ່ງທີ່ອາຈານບຸນແກ້ວມັກເວົ້າຕໍ່ນັກສຶກສາຂອງເພິ່ນ. “ສຳລັບຜູ້ທີ່ຮຽນພາສາແລ້ວ, ຄວນຖືສຳຄັນ ແລະ ຖະໜອມທຸກຊ່ວງເວລາຂອງການຮຽນຢູ່ໃນໂຮງຮຽນ, ສ້າງພື້ນຖານໃຫ້ດີເມື່ອເວລາຮຽນຢູ່ໂຮງຮຽນ ຈຶ່ງສາມາດຮັບຜົນສຳເລັດຢ່າງມີປະສິດທິພາບອັນດີໃນເວລາຕໍ່ມາ.”

ໃນໄລຍະການເຮັດວຽກການແປພາສາ 40 ກວ່າປີທີ່ຜ່ານມາ, ອາຈານບຸນແກ້ວສືບຕໍ່ຍຶດໝັ້ນຮໍ່າຮຽນຢ່າງບໍ່ຢຸດຢັ້ງ. ອ່ານປຶ້ມ,ອ່ານບົດທີ່ເປັນພາສາລາວ, ອ່ານຂ່າວສານພາສາລາວ ,ຮຽນຮູ້ເຂົ້າໃຈຂ່າວສານບ້ານເມືອງໃນປັດຈຸບັນ, ເຫຼົ່ານີ້ ໄດ້ກາຍເປັນວຽກທີ່ຕ້ອງເຮັດໃນທຸກມື້ຂອງເພິ່ນ. “ຫຼອມຕົວເຂົ້າກັບແວດລ້ອມພາສາທ້ອງຖິ່ນ ຈຶ່ງເປັນວິທີຮໍ່າຮຽນພາສາທີ່ດີທີ່ສຸດ. ຖ້າວ່າບໍ່ມີເງື່ອນໄຂ ຕົນເອງຕ້ອງສ້າງມັນຂຶ້ນມາ. ການຮໍ່າຮຽນແຕ່ລະເທື່ອ, ລ້ວນແຕ່ເປັນການກະກຽມເພື່ອ ‘ເຂົ້າສູ່ສົງຄາມທີ່ບໍ່ໄດ້ກະກຽມມາລ່ວງໜ້າ’ .” ໃນເທື່ອຕໍ່ໄປ.

ຊອກໃຫ້ເຫັນວິທີການແປພາສາທີ່ເໝາະສົມກັບຕົນເອງ

ໃນວຽກການແປພາສາ ອາຈານບຸນແກ້ວກໍເຄີຍປະສົບກັບອຸປະສັກຄືກັນ.

ມີເທື່ອໜຶ່ງ, ໃນການພົບປະເຈລະຈາສອງຝ່າຍຈີນ ແລະ ລາວຢູ່ທີ່ບ້ານພັກ,Diaoyutai, ອາຈານບຸນແກ້ວໄດ້ຮັບຮ່າງເອກະສານພາສາລາວທີ່ຈະຕ້ອງແປພຽງແຕ່ໃນເວລາບໍ່ເທົ່າໃດຊົ່ວໂມງ, ນີ້ຮ່າງເອກະສານນີ້ພັດມີເນື້ອໃນໜາເຖິງ 40 ໜ້າ, ເຖິງແມ່ນວ່າເພີ້ມໂມງເຮັດວຽກຕື່ມ ແຕ່ກໍບໍ່ສາມາດແປໄດ້ໝົດ, ພຽງແຕ່ສາມາດແປໄດ້ເຄິ່ງໜຶ່ງເທົ່ານັ້ນ. ເມື່ອການເຈລະຈາດໍາເນີນໄປເຖິງພາກສ່ວນທີ່ຍັງບໍ່ໄດ້ແປນັ້ນ ອາຈານບຸນແກ້ວ ກໍໄດ້ແຕ່ທັງອ່ານພາສາລາວທັງແປເປັນພາສາຈີນໄປນຳ, ພ້ອມດຽວກັນນັ້ນ ຍັງຕ້ອງການຄິດຄຳນຶງເຖິງຄວາມສຳພັນທາງດ້ານໄວຍາກອນ, ບວກກັບໃນໄລຍະນັ້ນປະສົບການເຮັດວຽກຍັງບໍ່ທັນຫຼາຍປານໃດ ຈຶ່ງເຮັດໃຫ້ການແປພາກສ່ວນນັ້ນກໍບໍ່ໄດ້ດີປານໃດ. ຕໍ່ມາ, ອາຈານບຸນແກ້ວ ປັບຍຸດໂທບາຍວິທີການໃໝ່ ບໍ່ຈໍາເປັນອ່ານຮ່າງເອກະສານພາສາລາວອີກແລ້ວ, ລາວຕັ້ງໃຈຟັງຕອນໃດ ແລ້ວກໍແປຕອນນັ້ນໄປເລີຍ, ສຸດທ້າຍຜົນການແປເຫັນວ່າດີກວ່າເກົ່າ. “ຕໍ່ມາ, ທຸກເທື່ອຖ້າພົບພໍ້ກັບສະພາບການແບບນີ້, ຂ້ອຍກໍບໍ່ອ່ານຮ່າງເອກະສານນັ້ນອີກແລ້ວ, ພຽງແຕ່ຕ້ອງຕັ້ງໃຈຟັງ ທັງທັງແປ, ເຫັນວ່າຍິ່ງແປຍິ່ງໄດ້ດີ, ອັນນີ້ ກໍໄດ້ກາຍເປັນໜຶ່ງໃນເຄັດລັບການແປຂອງຂ້ອຍ.”ອາຈານບຸນແກ້ວ ກ່າວວ່າ.

ຍຶດໝັ້ນຄວາມລຶ້ງເຄີຍທີ່ດີ

ດຽວນີ້ ອາຈານບຸນແກ້ວ ໄດ້ອອກບຳນານແລ້ວ,ການເຊື້ອເຊີນເພິ່ນໄປເປັນນາຍພາສານັບມື້ນັບຫລາຍຂຶ້ນ.ປັນຈຸບັນເພິ່ນຍັງໄດ້ຍຶດໝັ້ນຄວາມລຶ້ງເຄີຍທາງການຮຽນອັນພື້ນຖານໜຶ່ງຢູ່ນັ້ນກໍຄື ການການເກັບຈົດຈຳຄຳສັບໃຫມ່. ເມື່ອເຫັນຄໍາສັບໃໝ່ຄໍາໜຶ່ງ, ເພິ່ນຈະບັນທຶກມັນໄວ້ຢູ່ໃນມືຖືຫລືພັບຂຽນ,ໃນເວລາພວກຂ້ອຍໄປສໍາພາດເພິ່ນຍັງເຫັນຄຳສັບໃຫມ່ທີ່ເພິ່ນຈົດໄວ້ໃນມືຖືມີຈຳນວນພັນກວ່າໂຕ.ເວລາຜ່ານມາແຮ່ງດົນຫຼາຍເທົ່າໃດ, ສາງຄຳສັບຂອງເພິ່ນກໍນັບມື້ນັບເຕີບໃຫຍ່ຫຼາຍຂຶ້ນ.

“ການຮໍ່າຮຽນພາສາເປັນຂະບວນການເວລາທີ່ຍືດຍາວ, ຈະບໍ່ຍາມສິ້ນສຸດຕະຫຼອດການ. ຖ້າບໍ່ສະສົມບາດກ້າວເດີນແມ່ນ ຈະໄປບໍ່ຮອດບ່ອນຫ່າງໄກພັນຫລັກໄດ້; ຖ້າບໍ່ເຕົ້າໂຮມນໍ້າຫ້ວຍນໍ້າເຊນ້ອຍ ກໍຈະບໍ່ສາມາດກາຍເປັນແມ່ນໍ້າລໍາເຊໃຫຍ່ໄດ້. ນີ້ກໍຄືວິທີຮຽນອັນງ່າຍໆໃນການຮຽນແປພາສາຂອງຂ້ອຍ. ຫວັງວ່າເພື່ອນຮ່ວມອາຊີບທຸກຄົນທີ່ສູ້ຊົນຢູ່ໃນໜ້າທີ່ຕໍາແໜ່ງວຽກງານພາສາລາວນັ້ນ ລ້ວນແຕ່ຈະສາມາດຊອກເຫັນວິທີການແປພາສາທີ່ເໝາະສົມຕໍ່ຕົນເອງໄດ້.”