ງານວາງສະແດງຮູບພາບຮ່ວມສະໄໝຂອງລາວ: ຜ່ານຜົນງານຮູບຖ່າຍ, ພວກເຮົາເຫັນຮູ້ໄດ້ເຖິງຄົນ ແລະ ລາຍລະອຽດຂອງຊີວິດ.

2020-12-22 15:53:05 |ມາຈາກ: Yunnan Gateway

ນັກສິລະປະສາກົນ 47 ທ່ານ, ຜົນງານຮູບແຕ້ມ ແລະ ຮູບຖ່າຍ 208 ຜົນງານ, ສະແດງໂສມໜ້າສັງຄົມລາວໃນປັດຈຸບັນຢ່າງຄົບຖ້ວນ.

ໃນວັນທີ 16 ທັນວາ, ງານວາງສະແດງຮູບພາບຮ່ວມສະໄໝຂອງລາວ (LCPE)ໃນຫົວຂໍ້: ສິລະປະແຫ່ງແສງ ໄດ້ໄຂຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ້. ຈາກຮ້ານຄ້າທີ່ຕັ້ງລຽງກັນເປັນແຖວ ແລ້ວກ້າວຍ່າງເຂົ້າສູ່ຫໍວາງສະແດງ, ກໍແມ່ນພື້ນທີ່ສິລະປະອັນບໍລິສຸດ.

ທ່ານ ຫຼິວອ້າຍລຸນ(Alan Liu) ຜູ້ກໍ່ຕັ້ງໂຄງການ LCPE ຫວາງວ່າງານວາງສະແດງເທື່ອນີ້ຈະສາມາດຊ່ວຍເຫຼືອໃຫ້ຜູ້ຄົນສາມາດພົບກັບຈຸດນັດພົບກັນຈຳນວນໜຶ່ງພາຍໃຕ້ສະຖານະການລະບາດຂອງພະຍາດ ແລະ ສາມາດຮັບມືກັບການດຳລົງຊີວິດໄດ້ດີຍິ່ງຂຶ້ນ.

ໃນນາມທີ່ເປັນງານວາງສະແດງຮູບພາບຮ່ວມສະໄໝຄັ້ງທຳອິດໃນປະເທດລາວ, ງານວາງສະແດງຮູບພາບຮ່ວມສະໄໝຂອງລາວໄດ້ດຶງດູດຜູ້ຄົນຢ່າງຫຼວງຫຼາຍ, ໃນມື້ເປີດງານໄດ້ມີຜູ້ຊົມຈຳນວນ 500 ກວ່າຄົນເຂົ້າມາຢ້ຽມຊົມ. ນັກສິລະປະລາວທີ່ອາໄສຢູ່ຕ່າງປະເທດຈຳນວນຫຼາຍ, ກໍໄດ້ສົ່ງຜົນງານເຂົ້າຮ່ວມວາງສະແດງຕັ້ງແຕ່ຕອນຕົ້ນ. ທ່ານ ຫຼິວອ້າຍລຸນ ກ່າວວ່າ “ ບໍ່ແມ່ນວ່າງາມແລ້ວຈະໄດ້ເຂົ້າຮອບ, ຮູບທີ່ຖືກຄັດເລືອກລ້ວນແຕ່ແມ່ນສາມາດສະແດງໃຫ້ຮັບຮູ້ໄດ້ເຖິງຄວາມຮູ້ສຶກຜ່ານວິໄສທັດ, ເປັນຮູບພາບທີ່ມີຄວາມໝາຍຢ່າງເລິກເຊິ່ງ.”

ທ່ານ Kaxiong ຊ່າງພາບຄົນລາວທີ່ເຄີຍຈັດງານວາງສະແດງຮູບພາບສ່ວນບຸກຄົນ ທີ່ ປາຣີ ປະເທດຝຣັ່ງ ກໍໄດ້ຮີບເດີນທາງມາຈາກຫຼວງພະບາງໂດຍສະເພາະ, ທ່ານໄດ້ນຳຜົນງານຮູບຖ່າຍພິເສດທີ່ເປັນ “ຮູບພາບແຫ່ງຊີວິດ” ທີ່ປະສົມປະສານກັນລະຫວ່າງຮູບສ່ວນໜ້າ, ຮູບສ່ວນມື ແລະ ຮູບສ່ວນຂາຕີນ ທັງໝົດ 37 ຜົນງານມາງານວາງສະແດງ.

“ບໍ່ຄິດວ່າຈະມີຄົນຈັດງານວາງສະແດງແບບນີ້ຢູ່ປະເທດລາວ, ຮູ້ສຶກປະຫຼາດໃຈຫຼາຍ.” ຊ່າງພາບຄົນຕ່າງປະເທດຫຼາຍຄົນທີ່ອາໄສຢູ່ປະເທດລາວມາດົນ, ຕ່າງກໍພາກັນຍ້ອງຍໍງານວາງສະແດງດັ່ງກ່າວ.

ທ່ານ ຫຼິວອ້າຍລຸນ ມາຈາກປະເທດຈີນ. ໃນປີ 2013 ລາວໄດ້ສ້າງຕັ້ງຫ້ອງການ Hope Vision Photography ຂຶ້ນຢູ່ລາວ, ເຄີຍໄດ້ຮັບລາງວັນທີໜຶ່ງໃນງານແຂ່ງຂັນພາບຖ່າຍໃນໂອກາດຄົບຮອບ 55 ປີ ສາຍສຳພັນທາງການທູດລາວ-ຈີນ ແລະ ຫຼຽນຄຳໃນການແຂ່ງຂັນຮູບຖ່າຍນິວຢອກ PSA “ຮູບຖ່າຍຂອງປະເທດລາວຍັງຄ່ອນຂ້າງມີລັກສະນະຈຳກັດ, ໂດຍທົ່ວໄປຈະປາກົດອອກມາໃນສາມຮູບແບບກໍຄື ຮູບແຕ່ງງານ, ຮູບວິວທິວທັດ ແລະ ຮູບບຸກຄົນ. ຂ້ອຍຢາກນຳເອົາສິ່ງທີ່ຄົ້ນພົບ ແລະ ປະສົບການທີ່ຕົນເອງໄດ້ສະສົມມາແບ່ງປັນໃຫ້ຊາວໜຸ່ມລາວ, ໃຫ້ພວກເຂົາໄດ້ເຂົ້າໃຈເພີ່ມຕື່ມຕໍ່ກັບຄວາມຫຼາກຫຼາຍຂອງຮູບຖ່າຍ. ”

ທ່ານ ຫຼິວອ້າຍລຸນ ໄດ້ມາລາວຕອນເພິ່ນອາຍຸ 15 ປີ, ກໍໄດ້ຢູ່ລາວມາ 12 ປີແລ້ວ, ປະເທດລາວໄດ້ກາຍເປັນບ້ານຫຼັງທີສອງຂອງເພິ່ນ, ແຮງບັນດານໃຈໃນການຖ່າຍຮູບກໍເກີດຂຶ້ນຢູ່ນີ້ເຊັ່ນກັນ. ເພື່ອການວາງສະແດງການກຸສົນຄັ້ງນີ້, ທ່ານ ຫຼິວອ້າຍລຸນ ແລະ ໝູ່ເພື່ອນຂອງລາວໄດ້ໃຊ້ເວລາເກືອບ 4 ເດືອນກະກຽມເພື່ອງານນີ້. ທ່ານ ຫຼິວອ້າຍລຸນ ເວົ້າວ່າ, ຄືດັ່ງທີ່ທ່ານ ທາກູນ (Tagore) ກ່າວໄວ້ວ່າ, ພວກເຮົາມີຄວາມຮັກຫອມ, ພວກເຮົາຈຶ່ງຍັງຄົງຕົວຢູ່, ຍ້ອນວ່າຮັກຫອມປະເທດລາວ, ຮັກຫອມຊີວິດ, ຈຶ່ງໄດ້ມຸ່ງໝັ້ນເພື່ອເຮັດໃຫ້ງານວາງສະແດງເທື່ອນີ້ສຳເລັດຜົນດີ.

ຜົນງານຂອງ Alan Liu