ສຳເລັດການກໍ່ສ້າງໂຄງສ້າງຕົ້ນຕໍຂອງສະຖານີລົດໄຟບໍ່ເຕັນໂຄງການທາງລົດໄຟລາວ-ຈີນ

2020-12-23 17:05:31 |ມາຈາກ: Yunnan Gateway

ວັນທີ 22 ທັນວາ, ການກໍ່ສ້າງໂຄງສ້າງຕົ້ນຕໍຂອງສະຖານີບໍ່ເຕັນ ໂຄງການທາງລົດໄຟລາວ-ຈີນທີ່ຮັບເໝົາໂດຍກຸ່ມບໍລິສັດວິສະວະກຳກໍ່ສ້າງທາງລົດໄຟຈີນໄດ້ສຳເລັດການກໍ່ສ້າງ.

ສະຖານີບໍ່ເຕັນ ທີ່ຕັ້ງຢູ່ໃນເຂດພັດທະນາເສດຖະກິດບໍ່ເຕັນແຂວງຫຼວງນ້ຳທາ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃກ້ກັບສະຖານີກວດກາຊາຍແດນດ່ານພາສີແຫ່ງຊາດບໍ່ເຕັນປະເທດລາວ, ແລະ ມີຊາຍແດນຕິດກັບດ່ານບໍ່ຫານຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ ແຂວງຢຸນນານ ປະເທດຈີນ, ເປັນສະຖານີລົດໄຟແຫ່ງທຳອິດທີ່ເຂົ້າມາປະເທດລາວຈາກປະເທດຈີນ, ພື້ນທີ່ອາຄານຂອງສະຖານີມີເນື້ອທີ່ 6,500 ຕາແມັດ, ຂະໜາດການອອກແບບແມ່ນ 2 ສະຖານີ ແລະ 4 ສາຍ, ອາຄານສະຖານີ ຕັ້ງຢູ່ທາງທິດຕາເວັນຕົກຂອງສາຍຫຼັກ, ສະຖານີໄດ້ນຳໃຊ້ການອອກແບບໃຫ້ການຜ່ານດ່ານພາສີ ແລະ ການຜ່ານເສັ້ນທາງເປັນລະບົບໜຶ່ງດຽວກັນ. ໃນວັນທີ 16 ສິງຫາ ໄດ້ເລີ່ມຕົ້ນການກໍ່ສ້າງຢ່າງເປັນທາງການ, ຫລັງຈາກສ້າງສຳເລັດ ພື້ນທີ່ພາຍໃນຈະສາມາດບັນຈຸຄົນໄດ້ສູງສຸດເຖິງ 300 ຄົນ.

ອິງຕາມຂໍ້ມູນຂ່າວສານ, ເສັ້ນທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 422,4 ກິໂລແມັດ, ຈະ ສ້າງສຳເລັດ ແລະ ເປີດນຳ​ໃຊ້ຢ່າງເປັນທາງການໃນເດືອນທັນວາ ປີ 2021.