ຮອດ​ໄລຍະ​ທ້າຍຂອງ​ການປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 13 ພື້ນ​ທີ່​ກໍ່ສ້າງ​ຕົວ​ເມືອງ​ຈີນບັນລຸ​ຫຼາຍ​ກວ່າ 6 ໝື່ນກິ​ໂລ​ຕາແມັດ

2020-12-23 17:15:51 |ມາຈາກ: CRI

​ໃນ​ໄລຍະ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງຊາດ 5 ປີ​ຄັ້ງ​ທີ 13, ການ​ກໍ່ສ້າງ​ຕົວ​ເມືອງຈີນ​ໄດ້​ບັນລຸ​ໝາກຜົນ​ຢ່າງ​ພົ້ນ​ເດັ່ນ, ​ໄດ້​ລົງ​ເລິກ​ການ​ຫັນ​ເປັນ​ຕົວ​ເມືອງ​ໃໝ່​. ​ມາ​ຮອດໄລຍະ​ທ້າຍຂອງ​ການ​​ປະຕິບັດ​ແຜນການດັ່ງກ່າວ, ຈີນ​ມີ​ຕົວ​ເມືອງທັງ​ໝົດ 684 ​ແຫ່ງ, ​ພື້ນ​ທີ່​ກໍ່ສ້າງ​ຕົວ​ເມືອງ​ບັນລຸ​ເຖິງ 60300 ກິ​ໂລ​ຕາແມັດ.

ວັນ​ທີ 21 ທັນວາ​ນີ້, ທ່ານ​ວາງ​​ເມີງ​ຮຸ່ຍ ລັດຖະມົນຕີ​ກະຊວງພັດທະນາ​ເຮືອນຢູ່ ​ ກໍ່ສ້າງ​ຕົວ​ເມືອງ ​ແລະ​ຊົນນະບົດ​ຈີນ​ໄດ້​ກ່າວ​ໃນ​ກອງປະຊຸມ​ວຽກ​ງານ​ພັດທະນາເຮືອນ​ຢູ່ການ​ກໍ່ສ້າງ​ຕົວ​ເມືອງ ​ແລະ​ຊົນນະບົດ​ໃນ​ທົ່ວ​ປະ​ເທດຈີນ​ວ່າ: ​ໃນ​ໄລຍະ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13, ການ​ພັດທະນາ​ເຮືອນ​ຢູ່ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ກ້າວ​ໄປສູ່​​ເປົ້າ​ໝາຍ​ທີ່​ໃຫ້​ທຸກ​ຄົນ​ມີ​ເຮືອ​ນຢູ່, ​ໃນ​ປີ 2019, ​ເນື້ອທີ່​​ເຮືອນຢູ່ສະ​ເລ່ຍຕໍ່​ຫົວ​ຄົນຂອງ​ປະຊາຊົນ​​ໃນ​ຕົວ​ເມືອງ ​ແລະ​ຊົນນະບົດ​ໄດ້​ບັນລຸ​ເຖິງ 39,8 ຕາ​ແມັດ ​ແລະ 48,9 ຕາ​ແມັດ​ຕາມ​ລຳດັບ.

ທ່ານ​ກ່າວ​ຕື່ມ​ວ່າ: ​ໃນ​ປີ 2021, ຕ້ອງ​ຈັດ​ຕັ້ງປະຕິບັດ​​ໂຄງການ​ປັບປຸງ​ດັດ​ແປງ​ຕົວ​ເມືອງ​ທີ່​ມີ​ຢູ່​ແລ້ວ​ໃຫ້​ດີກ​ວ່າ​ເກົ່າ, ຊຸກຍູ້​ການ​ພັດທະນາ​ທີ່​ມີ​ຄຸນ​ນະພາ​ບສູງ. ຫັນປ່ຽນ​ວິທີ​ການ​ພັດທະນາ​ຂອງ​ຕົວ​​ເມືອງ​ໃຫ້​ພົ້ນ​ເດັ່ນຢ່າງ​ຈະ​​ແຈ້ງ, ລົງ​ເລິກການ​ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ໃໝ່​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ.