ຈີນ​ເພີ່ມ​​ການ​ລົງທຶນສຳລັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”

2020-12-29 17:33:31 |ມາຈາກ: CRI

ວັນ​ທີ 28 ທັນວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ພາຍ​ໃຕ້ສະພາບ​ທີ່​ເສດຖະກິດ​ໂລກ​ຊຸດ​ໂຊມ​ລົງ​ນັ້ນ, ການ​ລົງທຶນ​ຂອງ​ຈີນ​ສຳ​ລັບ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ລວມທັງ​​​ແລວເສດຖະກິດ​ຈີນ-ປາ​ກິດສະ​ຖານ​ບໍ່​ໄດ້​ຫຼຸດນ້ອຍ​ລົງ​ຈັກ​ເທື່ອ ມີ​ແຕ່​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ.

ມີ​ນັກ​ຂ່າວ​ຖາມວ່າ: ຕາມ​ການ​ລາ​ຍງານ​ຂອງ​ສື່​ມວນ​ຊົນ​ອິນ​ເດ​ຍ, ຈີນ​ອາດ​ຄ່ອຍໆ​ປະ​ຖິ້ມ​ຄຳ​ໝັ້ນ​ສັນຍາ​ທີ່​ຈະລົງ​ທຶນຢູ່​​ປາ​ກິດ​ສະຖານ​ຕາມ​ແລວເສ​ດຖະກິດ​ຈີນ-ປາ​ກິດ​ສະຖານ. ຕໍ່​ເລື່ອງ​ນີ້ ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ: ການລາຍ​ງານ​ດັ່ງກ່າວ​ບໍ່​ມີມູນ​ຄວາມ​ຈິງ​ໃດໆ.

ທ່ານ​ກ່າວ​ວ່າ: ​ໂດຍ​ຖື​ເປັນ​ໂຄງການ​ທຳ​ອິດ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ຂອບ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ແລວເສດຖະກິດ​ຈີນ-ປາ​ກິດ​ສະຖານ​ທີ່​ດຳ​ເນີນ​ມາ​ແຕ່​ປີ 2013 ນັ້ນ​ຍັງ​ຮັກສາທ່ວງທ່າການ​ພັດທະນາ​ໄດ້​ຢ່າງ​ຕັ້ງ​ໜ້າ. ນັບ​ແຕ່​ເກີດ​ມີການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ​ເປັນ​ຕົ້ນ​ມາ, ​ໂຄງການ​ຕ່າງໆ​ຕາມ​ແລວເສດຖະກິດ​ຈີນ-ປາ​ກິດ​ສະຖານ​ຍັງ​ບໍ່​ໄດ້​ເພີກ​ຖອນ ​ແລະ​ຫຼຸດ​ຈຳນວນ​ພະນັກ​ງານ​ລົງ ຫຼື​ຢຸດ​ການ​ປະຕິບັດ​ວຽກ​ງານ​ໃນ​ນັ້ນ​ໄດ້​ເຮັດ​ສຳໂຄງການ​ທີ່​ສຳຄັນ​ຕ່າງໆ ​ເຊິ່ງ​ໄດ້​​ກາຍເປັນ​ເສົາ​ຄ້ຳທີ່ແຂງ​ແຮງ​ໃຫ້​ປາ​ກິດ​ສະຖານ​​ໃນ​ການ​ຕ້ານ​ກັບ​ພະຍາດ ​ແລະ​ເຮັດ​ໃຫ້​ເສດຖະກິດ​ມີ​ຄວາມ​ໝັ້ນຄົງ.

ທ່ານຈ້າວ​ລີ້​ຈ່ຽນ​ໄດ້​​ແນະນຳ​ອີກວ່າ: ​ໃນ 3 ​ໄຕ​ມາດທຳ​ອິດ​ຂອງ​ປີ 2020, ການ​ລົງທຶນ​ໂດຍ​ກົງ​ຂອງ​ຈີນ​ທີ່​ບໍ່​ແມ່ນ​ຂະ​ແໜງການ​ເງິນ​ຢູ່​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ໄດ້ເພີ່ມ​ຂຶ້ນ​ເກືອບ 30% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນຂອງ​ປີ 2019. ຈີນ​ໄດ້​ສະໜອງ​ການ​ຊ່ວຍ​ເຫຼືອ ​ແລະ​ໃຫ້​ການ​ສະໜັບສະໜູນ​​ແກ່ຫຼາຍ​ປະ​ເທດ​ທີ່ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃນ​ການ​ຕ້ານ​ກັບ​ພະຍາດ ​ແລະຟື້ນຟູ​ເສດຖະກິດ.