ຈີນ​ປະກາດ​ບັນຊີຂະ​ແໜງການ ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ຂອງຕ່າງ​ປະ​ເທດ

2020-12-29 17:34:01 |ມາຈາກ: CRI

ວັນ​ທີ 28 ທັນວາ​ນີ້, ຄະນະ​ກຳມະການການ​ພັດທະນາ ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ ​ແລະກະຊວງ​ການ​ຄ້າ​ຈີນ​ໄດ້​ປະກາດ “ບັນຊີ​ຂະ​ແໜງ​ການ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ຂອງຕ່າງປະ​ເທດສະບັບ​ປີ 2020” ​ແລະ​ຈະ​​ເລີ່​ມ​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ວັນ​ທີ 27 ມັງກອນ​ປີ 2021 ​ເປັນ​ຕົ້ນ​ໄປ.

​ໃນ​ນັ້ນ, ບັນຊີ​ດັ່ງກ່າວ​ໄດ້​ເພີ່ມ​ໃໝ່ 65 ຂໍ້ ​ແລະດັດ​ແກ້​ໃໝ່ 51 ຂໍ້ ​ເຊັ່ນ: ການ​ຜະລິດ​​ເຄື່ອງ​ຊ່ວຍ​ຫາຍ​ໃຈ, ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ໃນ​ຫ້ອງ ICU (ECMO), ​ເຄື່ອງ​ຕິດຕາມ​ອາການ​ຄົນ​ເຈັບ ​ແລະ​ການ​ຜະລິດ​ເຄື່ອງ​ກວດ​ຫາ​ແຊນ (PCR), ການ​ໃຫ້ການ​ບໍລິການ​ດ້ານ​ການ​ສຶກສາ​ທາງ​ອອນ​ລາຍ, ການ​ປິ່ນປົວ​ພະຍາດ​ທາງ​ອອນ​ລາຍ ​ແລະ​​ການເຮັດ​ວຽກທາງ​ອິນ​ເຕີ​​ແນັດ, ກໍ​ຄື​ການ​ຄົ້ນຄວ້າ​ພັດທະນາ ​ແລະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ຜ່ານ​ມື​ຖື 5G ​ແລະ​ອື່ນໆ.

​ໂຄ​ງການ​ລົງທຶນຂອງ​ຕ່າງປະ​ເທດ​ທີ່ນອນ​ຢູ່​ໃນ​ບັນຊີ​ດັ່ງກ່າວ​ສາມາ​ດ​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ດ້ານ​ການ​ເກັບ​ພາສີ​, ການ​ນຳ​​ໃຊ້​ທີ່​ດິນ ​ແລະ​ດ້ານ​ອື່ນໆ​ໂດຍ​ອີງ​ຕາມ​ກົດໝາຍ, ລະບຽບການວ່າ​ດ້ວຍການ​ບໍລິຫານ ​ແລະ​ການ​ກຳນົດ​ຂອງ​ລັດຖະບານ.

​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ: ນີ້​ເປັນ​ມາດ​ຕະການ​ທີ່​ສຳຄັນ​ເພື່ອ​ດຶງ​ດູດການ​ລົງທຶນຂອງ​ຕ່າງປະ​ເທດ​ໃຫ້​ມີ​ຄວາມ​ໝັ້ນຄົງ​ຕື່ມ​ອີກ. ການ​ເປີດ​ກວ້າງ​ຂົງ​ເຂດການ​ລົງທຶນ​ຂອງຕ່າງປະ​ເທດ​​ເ​ທື່ອນີ້​ໄດ້​ສຸມ​ໃສ່​​ຂະ​ແໜງ​ການການ​ຜະລິດ, ຂະ​ແໜງ​ການ​ບໍລິການ​ໃນ​ຮູບ​ແບບ​ການ​ຜະລິດ ​ແລະ​​ໂຄງການ​ໃນ​ພາກ​ກາງ ​ແລະ​ພາກ​ຕາ​ເວັນ​ຕົກ ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ, ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ ​ແລະ​ຊຸກຍູ້​ໃຫ້​ທຶນ​ຕ່າງປະ​ເທດ ​ແລະ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ຂະ​ແໜງ​ການ​ຕ່າງໆ​ມີ​ຄວາ​ມໝັ້ນຄົງ​ຂຶ້ນ​ຕື່ມ.