ໂຄງການທາງລົດໄຟລາວ-ຈີນສໍາເລັດການວາງລາງຮອດຫຼວງພະບາງແລ້ວ

2020-12-30 15:35:46 |ມາຈາກ: CRI

ວັນທີ 29 ທັນວານີ້ ທີ່ນະຄອນຫຼວງພະບາງໄດ້ມີພິທີສະເຫຼີມສະຫຼອງຜົນການວາງລາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຫຼີຈື້ກົ່ງ ກົງສຸນໃຫຍ່ຈີນປະຈຳ ນະຄອນຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ສຸກັນ ບຸນຍົງ ໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານກໍ່ສ້າງທາງລົດໄຟທຸກໆທ່ານ ທີ່ໄດ້ທຸ້ມເທກໍາລັງເຫື່ອແຮງ ແລະສາມາດຍາດໄດ້ຜົນສໍາເລັດດັ່ງກ່າວ. ທ່ານກ່າວວ່າ: ເສັ້ນທາງລົດໄຟດັ່ງກ່າວ ບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະ ບົດ ກໍ່ຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງຫຼວງພະບາງນໍາອີກ ເຊິ່ງໄດ້ສະແດງບົດບາດ ແລະຄຸນຄ່າທີ່ສໍາຄັນໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດຂອງລາວ ແລະບັນດາປະເທດອ້ອມຂ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງເຮັດໃຫ້ໂຄງສ້າງເສດຖະກິດເຂັ້ມ ແຂງຂຶ້ນອີກດ້ວຍ.

ທ່ານ ຫຼີຈື້ກົ່ງ ໄດ້ກ່າວວ່າ: ຄຽງຄູ່ກັບບັນດາໂຄງການຮ່ວມມືຂະໜາດໃຫຍ່ລະຫວ່າງສອງປະເທດ ເປັນຕົ້ນແມ່ນທາງລົດໄຟລາວ-ຈີນ, ທາງດ່ວນວັງວຽງ-ວຽງຈັນ, ເຂື່ອນໄຟຟ້ານໍ້າອູ ແລະອື່ນໆ ໄດ້ສ້າງສໍາເລັດເປັນກ້າວໆ, ສົ່ງຜົນເຮັດໃຫ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໄດ້ເກີດດອກອອກຜົນຢ່າງງົດງາມ, ການພັດທະນາເສດຖະກິດ-ສັງຄົມໃນເຂດພາກເໜືອຂອງລາວເວົ້າລວມ, ເວົ້າສະເພາະນະຄອນຫຼວງພະບາງກໍ່ຈະໄດ້ຮັບການກະຕຸກຊຸກຍູ້ ແລະພັດທະນາຢ່າງແຂງແຮງ ແລະຈະເລີນຮຸ່ງເຮືອງກວ່າເກົ່າ.

ຂ່າວແຈ້ງຕື່ມວ່າ: ນັບຕັ້ງແຕ່ໄດ້ເລີ່ມລົງມືວາງລາງລົດໄຟຢູ່ນະຄອນຫຼວງວຽງຈັນໃນວັນທີ 27 ມີນາ ປີ 2020 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສໍາຄັນລະຫວ່າງການນໍາສູງສຸດຂອງສອງພັກ-ລັດ ຢ່າງຕັ້ງໜ້າ ເຊິ່ງໄດ້ເລັ່ງລັດຊຸກຍູ້ການກໍ່ສ້າງໂຄງການ, ເພີ່ມທະວີການກວດກາດ້ານຄຸນນະພາບ ແລະຄວາມປອດໄພ, ນອກຈາກນີ້ ຍັງໄດ້ຜ່ານຜ່າຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະສາມາດວາງລາງລົດໄຟຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ. ຜົນສໍາເລັດດັ່ງກ່າວ ເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການວາງລາງທັງໝົດໃຫ້ສຳເລັດໃນເດືອນພຶດສະພາ ແລະໃຫ້ທັນເປີດນຳໃຊ້ຢ່າງເປັນທາງການ ໃນເດືອນທັນວາ ປີ 2021.

ໂຄງການລົດໄຟລາວ-ຈີນ ເປັນໂຄງການເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເປັນຍຸດທະສາດ ຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຈອດ”. ໂຄງການທາງລົດໄຟດັ່ງກ່າວ ມີຄວາມຍາວທັງໝົດ 422,4 ກິໂລ ແມັດ ກໍ່ສ້າງຕາມມາດຕະຖານເຕັກນິກຂອງຈີນ ດ້ວຍການອອກແບບຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ທັງລົດໄຟໂດຍສານ ແລະລົດໄຟຂົນສົ່ງສິນຄ້າ, ແລ່ນດ້ວຍໄຟຟ້າ ຄາດວ່າຈະສຳເລັດການກໍ່ສ້າງ ແລະເປີດໃຫ້ບໍລິການໃນເດືອນ ທັນວາ ປີ 2021.