ນະຄອນຈ່າວທົ່ງ ເຄິ່ງເມືອງເຕັມໄປດ້ວຍກິ່ນຫອມໝາກແອບເປີ້ນ

2020-07-27 09:58:37 |ມາຈາກ: ວາລະສານ ຈຳປາ

ເມື່ອເປີດເບິ່ງກຸມໝູເພື່ອນ (Moments) ໃນວີແຊັດຂອງຊາວເມືອງຈາວທົ່ງ, ທານຈະພົບເຫັນວາ, ທຸກຄົນລວນແຕໄດຂາຍໝາກເເອບເປີ້ນເຂດພູພຽງແບບນິເວດ.

ນະຄອນຈາວທົ່ງ(Zhaotong City)ຕັ້ງຢູພາກຕາເວັນອອກສຽງເໜືອຂອງແຂວງຢຸນນານ. ໝາກແອບເປີ້ນທີ່ປູກຝັງໃນເຂດນີ້ ມີຊື່ສຽງໂດງດັງ, ເຊິ່ງອາໄສເອກະລັກສະເພາະຂອງຕົນເຊັ່ນ: ສຸກໄວ, ຫວານ, ຫອມນວນ ແລະ ເນື້ອກອບ. ປີມໆມານີ້, ແຂວງຢຸນນານໄດເນັ້ນໜັກການອຸດໜູນຂະແໜງການໝາກແອບເປີ້ນເປັນພິເສດ, ໂດຍຜານການພັດທະນາຫຼາຍປີ, ໝາກແອບເປີ້ນ “ນອຍ” ຂອງຈາວທົ່ງ ໄດກາຍເປັນຂະແໜງການໜຶ່ງທີ່ມີເອກະລັກທີ່ສຸດໃນຂະແໜງການໃຫຍກະສິກຳເຂດພູພຽງຂອງແຂວງຢຸນນານ.

ເມື່ອເວົ້າເຖິງການພັດທະນາຂອງຂະແໜງການໝາກແອບເປີ້ນ, ທ້າວ ເຊຍເຕີປິ່ງ(Xie Debin)ຜູເປັນສະມາຊິກຂອງສະຫະກອນປູກໝາກແອບເປີ້ນສະເພາະຂອງເຕິເອິນໃນເຂດຈາວຢາງ(Zhaoyang District)ນະຄອນຈາວທົ່ງ, ລາວບພຽງແຕເປັນຜູປະຕິບັດຕົວຈິງ, ທັງຍັງເປັນຜູທີ່ໄດຮັບຜົນປະໂຫຍດຈາກການປູກໝາກແອບເປີ້ນ ແລະ ເປັນສັກຂີພິຍານຂອງເຫດການດັ່ງກາວ.

ກອນໜານີ້ 10 ກວາປີ, ເຊຍເຕີປິ່ງຍັງເປັນຊາວກະສິກອນຜູໜຶ່ງໃນບານປາຍເຮີ້ (Baihe Village) ຕາແສງສາຢູ(Sayu Town)ເຂດຈາວຢາງ ນະຄອນຈາວທົ່ງ; ຕອນນັ້ນ ລາວມີແຕຮູປູກໝາກສາລີ ແລະ ມັນຝຣັ່ງເທົ່ານັ້ນ, ການອອກແຮງງານຢາງລຳບາກໃນໜຶ່ງປີ, ລາຍໄດໃນປີບທັນຮອດໜຶ່ງໝື່ນຢວນ(ເທົ່າກັບປະມານ 1300 ໂດລາ) ຊ້ຳ. ເຫດຜົນທີ່ ເຊຍເຕີປິ່ງ ເກີດໄອເດຍການປູກໝາກແອບເປີ້ນ ຍອນວາ ເກີດທຸລະກິດການເກັບຊື້ໝາກແອບເປີ້ນຄັ້ງໜຶ່ງໃນຫຼາຍປີກອນ ຢູທີ່ຕາແສງສາຢູ. ພຄາທີ່ມາເກັບຊື້ໝາກແອບເປີ້ນ ຢາກໄດໝາກແອບເປີ້ນປະເພດໜຶ່ງທີ່ມີຊື່ວາ “ຫົງລູ” ເປັນພິເສດ ແລະ ຈຳນວນທີ່ຕອງການກໍຫຼາຍ. ແຕວາໃນຕອນນັ້ນ, ປະຊາຊົນສວນຫຼາຍປູກໝາກແອບເປີ້ນແບບກະແຈກກະຈາຍ, ປະເພດໝາກມີຫຼາກຫຼາຍຊະນິດ ແລະ ໝາກແອບເປີ້ນທີ່ມີຄຸນນະພາບດີ ແລະ ຖືກຕາມມາດຖານຄວາມຮຽກຮອງມີຈຳນວນໜອຍ, ການຄາຂາຍທີ່ມາຮອດປະຕູບານເຮືອນຕົນເອງໃນເທື່ອນັ້ນ ກໍຜິດພາດໄປແບບນີ້, ເລື່ອງນີ້ເຮັດໃຫ ເຊຍເຕີປິ່ງ ຮູສຶກເສຍດາຍຫຼາຍ.

ສະພາບດັ່ງກາວໃນເຂດທອງຖິ່ນມີຈຳນວນບໜອຍ. ເພື່ອຊວຍເຫຼືອຊາວສວນຜູປູກໝາກໄມບຸກທະລຸແກໄຂຂໍ້ຫຍຸງຍາກດັ່ງກາວ, ອຳນາດການປົກຄອງນະຄອນຈາວທົ່ງຕັດສິນໃຈຢາງເດັດຂາດ ໃນການຫັນປຽນ ຮູບແບບການປູກຝັງການກະເສດດັ້ງເດີມແບບແຕລະຄອບຄົວວາງແຜນການປູກຝັງຢາງກະແຈກກະຈາຍ, ເພື່ອພັດທະນາກະສິກຳແບບທັນສະໄໝ, ສາງສວນໝາກໄມຂະໜາດແບບໃໝທີ່ມີມາດຖານສູງ, ດັດແປງ ແລະ ຍົກລະດັບສວນໝາກໄມເກົ່າໃຫມີຄຸນນະພາບສູງ, ຊກຍູການພັດທະນາການປູກໝາກແອບເປີ້ນ ໃຫຫັນເປັນຂະແໜງການຜະລິດ ແລະ ເປັນສິນຄາ. ​

ປີ 2017, ເຊຍເຕີປິ່ງ ຈັດຕັ້ງເຕົ້າໂຮມ ຊາວກະສິກອນບານປາຍເຮີ້ 40 ກວາຄອບຄົວ ສາງຕັ້ງສະຫະກອນປູກໝາກແອບເປີ້ນສະເພາະເຕິເອິນ ແລະ ນຳໃຊເຕັກນິກປູກຝັງທີ່ທັນສະໄຫມໃນໂລກ ຄື ເຕັກນິກການປູກແບບໃຊຫຼັກສັ້ນປັກຖີ່ກັນໃກຕົ້ນໄມ (Cultivation technology of short anvil close planting ) ປູກຕົ້ນໝາກແອບເປີ້ນ 1000 ຕົ້ນ. ປີ 2019 ໝາກຜົນການເກັບກຽວຈາກຕົ້ນໝາກແອບເປີ້ນທີ່ມີອາຍຸ 3 ປີ ມູໜຶ່ງມີ 4000 ກິໂລ (1 ມູ ເທົ່າກັບ 677 ຕາແມັດ), ລາຍໄດຮອດ 32000 ຢວນຕມູ(ປະມານ 4500 ໂດລາ) . ມາຮອດມື້ນີ້ບານປາຍເຮີ້ ທຸກໆຄອບຄົວປູກໝາກແອບເປີ້ນ, ທຸກຄອບຄົວກສາງເຮືອນຊານໃໝ. ຊາວສວນທີ່ປູກໝາກແອບເປີ້ນຄື ເຊຍເຕີປິ່ງ,ທຸກຄອບຄົວປູກໝາກແອບເປີ້ນ 15 ມູ (ເທົ່າກັບ 10155 ຕາແມັດ)ຂຶ້ນໄປ, ​ລາຍຮັບສຸດທິຕປີ ມີ 2 ແສນຢວນ(ປະມານ 28000 ໂດລາ)ຂຶ້ນໄປ .

ປັດຈຸບັນນີ້, ໝາກແອບເປີ້ນຈາວທົ່ງບພຽງແຕຈຳໜາຍໄປເຖິງຕົວເມືອງຕາງໆຂອງປະເທດຈີນ, ​ຍັງຂາຍໄປຮອດປະເທດອາຊີໃຕ ແລະ ອາຊີຕາເວັນອອກສຽງໃຕ ແລະ ປະເທດອາຊີກາງ, ຈຳນວນ ໝາກແອບເປີ້ນທີ່ຂາຍນອກເຂດຈາວທົ່ງຫຼາຍກວ່າ 80% ຂອງປະລິມານການຂາຍທັງໝົດ.