ທົ່ງຣາຍ: “ທ່າຜັກສາກົນ” ທີ່ຕັ້ງຢູ່ໃນເຂດພູດອຍ

2020-07-27 10:11:00 |ມາຈາກ: ວາລະສານ ຈຳປາ

ເວລາ 6 ໂມງເຊົ້າ, ຊາວສວນ ລີຊີ້ງຢຸນ(Li Xingyun) ກໍາລັງຫຍຸງກັບວຽກງານຢູນັ້ນ, ຢູທີ່ພື້ນທີ່ການກະສິກຳໜອງຊີຫູ (Qiluhu) ໃນເມືອງທົ່ງຮາຍ(Tonghai)ນະຄອນຢູຊີ(Yuxi)ແຂວງຢຸນນານ. ລາວຄອຍໆເອົາເຈຍດູດຊຶມຊັບນໍ້າຫຜັກກາດຂາວ,ແລວນຳເອົາຖົງຕາຂາຍໂຟມໃສອີກຮອບໜຶ່ງ. ລີຊີ້ງຢຸນ ອະທິບາຍວາ, “ການຫດວຍເຈຍກໍເພື່ອຮັບປະກັນການຂາດນໍ້າຂອງຜັກໃນການຂົນສົ່ງ, ຖົງຕາຂາຍໂຟມເພື່ອປອງກັນການຖືກກົດໜີບ”.

ຫລັງຈາກການຄັດເລືອກສຳເລັດແລວ, ຜັກກາດຂາວຈຳນວນນີ້ກໍຖືກສົ່ງໄປຊບເປີມາເກັດຂະໜາດໃຫຍທີ່ປະເທດໄທ. ອີງຕາມປະທານສະພາການຄາສາກົນເມືອງທົ່ງຮາຍ ທານຢາງເວີຍ(Yang Wei) ແນະນຳ, ໃນປີມໆນີ້, ພຽງແຕການສະ
ໜອງຜັກຂອງບາງກອກປະເທດໄທ ກໍມີ 30%-50% ແມນມາຈາກທ່ົງຮາຍ, ແລະ ຜັກທົ່ງຮາຍກໍຖືກສົ່ງອອກໄປລາວ, ຫວຽດນາມ, ຍີ່ປຸນ ແລະ ອີກ 20 ປະເທດ ແລະ ສະຖານທີ່ອື່ນໆ, ດວຍເຫດນີ້ ເຂດທົງຮາຍຈຶ່ງເອີ້ນວາ “ທາອາຫານສາກົນ”.

ເປັນຫຍັງເຂດທົ່ງຮາຍທີ່ລອມຮອບດວຍພູຜາ, ບວາຈະເປັນຕາມແຖວຊາຍແດນ ຫຼື ຕາມແຖວແຄມຝັ່ງ, ສາມາດເຮັດທຸລະກິດຜັກໄປທົ່ວໂລກໄດ? ນັກຂາວເອງໄດເຫັນກັບຕາຕະຫຼາດຜັກຈິນຊານ(Jinshan) ເມືອງທົ່ງຮາຍ, ມີການສົ່ງອອກສາລີສົດ, ກະລາປີ, ຜັກກາດຂາວຫົວໃຫຍ, ຜັກກາດດອກ, ຜັກເຊເລິຣີ(celery) ແລະ ອື່ນໆອີກເປັນຈຳນວນຫຼາຍ ຖືກສົ່ງອອກໄປຕະຫຼອດ, ໂຮງເຢັນເກັບຜັກສົດສາມາດເຫັນໄດທຸກໆບໍລິເວນໃນເຂດເມືອງ, ຜັກທີ່ເກັບຈາກສວນຈະຖືກເກັບໄວໃນ

ສາງເກັບເຄື່ອງ ເພື່ອລໍຖາການຊື້ຂາຍອີກຄັ້ງຕໄປ.ຜັກເຫຼົ່ານີ້, ຜະລິດຈາກເຂດແຄມນ້ຳໜອງໃຫຍຊີຫູ ໃນເນື້ອທີ່ 350.000 ມູ. ເມື່ອທຽບກັບພື້ນທີ່ທົ່ງພຽງແລວ, ຕົວເລກນີ້ ບໄດສຳຄັນຫຍັງເລີຍ. ແຕຖາໄດເດີນຍາງໄປເຂດອອມຮອບສວນຜັກແລວ ກໍຈະເຂົ້າໃຈຂໍ້ໄດປຽບຂອງສວນຜັກທົ່ງຮາຍ. ເຂດນີ້ ມີນໍ້າເຂົ້າມາຢາງພຽງພ, ທີ່ດິນອຸດົມສົມບູນ, ແສງແດດສອງຢາງພຽງພໍ, ອຸນຫະພູມສະເລຍຕະຫລອດທັງປີຢູໃນລະຫວາງ 16℃. ມີຮາກຖານໃນການປູກຝັງທາງການກະສິກຳທີ່ທັນສະໄໝ, ຄວາມຫຼາກຫຼາຍຂອງຜັກອຸດົມສົມບູນຫຼາຍ ບວາຈະເປັນຜັກເຊເລິຣີ ຫຼື ຜັກກາດຂາວ ກໍອີງຕາມມາດຕະຖານເພື່ອປູກຝັງ, ເຮັດເປັນລະບົບລະບຽບດີ.

ຮູບແບບຂອງການປູກຜັກທີ່ມີທັງຂະໜາດ ແລະ ມີທັງຄວາມລະອຽດປານິີດ, ຖືກວົງການທຸລະກິດເອີ້ນວາ: “ການຂະຫຍາຍຫັນເປັນຂະໜາດໃຫຍດວຍວິທີການທີ່ລະອຽດອອນປານີດ”, ນັ້ນຄືລັດຖະບານມີໜາທີ່ຮັບຜິດຊອບໃນການຊີ້ນຳ, ະໜັບສະໜູນ ແລະ ສາງໂຄງສາງພື້ນຖານໃນລັກສະນະທີ່ຮວມເປັນເອກະພາບກັນ,ວິສາຫະກິດຫຼັກແຫຼງ ມີຄວາມຮັບຜິດຊອບໃນການລວບລວມເອົາວັດສະດຸ, ການຜະລິດ ແລະ ການຈັດຫາແນວພັນ; ເຕັກໂນໂລຊີການເພາະປູກແບບເປັນໜຶ່ງດຽວ, ການລວມຫຸມຫ ແລະ ການຈຳໜາຍແບບໜຶ່ງດຽວ, ສະຫະກອນຮ່ວມມືທາງວິຊາການມີຄວາມຮັບຜິດຊອບໃນການຈັດຕັ້ງຊາວນາຊາວສວນ, ຊາວນາຊາວສວນແມນມີການປູກຝັງແບບອິດສະຫຼະຕາມມາດຕະຖານທີ່ວາງໄວ.

“ພວກເຮົາທຸກຄອບຄົວປູກຜັກໂດຍສະເລຍປະມານໜຶ່ງ ຫຼື ສອງມູ(1 ມູ ປະມານ 667​ ຕາແມັດ), ເພື່ອໃຫໄດຜົນຜະລິດສູງ ທຸກຄົນຈະເຮັດວຽກໜັກດວຍຄວາມເອົາໃຈໃສ.” ຊາວບານຕົງຊົງທີ່(Dong Congqi)ປູກພືດຜັກມານານກວາ 20 ປີ ເລົ່າໃຫນັກຂາວຟັງ, ຄົນທີ່ຢູທາງນອກລວນແຕເວົ້າວາ:“ຊາວນາທົ່ງຮາຍ ທຳການປູກຝັງ ເໝືອນກັນກັບການແສວດອກໄມ”, ເຊິ່ງເຮັດໃຫພວກເຂົາຮູສຶກພາກພູມໃຈຫຼາຍ.

ແນນອນວາ, ທຸລະກິດຜັກທົ່ງຮາຍສາມາດເຮັດໄປໄດທົ່ວໂລກ, ບພຽງແຕເປັນການປູກຜັກທີ່ດີແຕຢ່າງດຽວ. ຕາມທີ່ຮູ, ຢູທົ່ງຮາຍ, ມີຜູປະກອບການສົ່ງອອກປະມານ 60 ວິສາຫະກິດ ແລະ ມີທິມ “ຕົວແທນນາຍໜາຜັກ” ປະມານ 2000 ຄົນ, ພວກເຂົາມີເຄືອຂາຍການຂາຍຜັກທີ່ຄວບຄຸມໃນຕາງປະເທດ ແລະຂາຍຜັກໃນທອງຖິ່ນຂອງຕົນອອກໄປທາງນອກຢາງຕເນື່ອງ.

ຜູແທນຈຳໜາຍຜັກ ຈາງລົນຟາ (Zhang Lunfa) ເປັນໜຶ່ງໃນຄົນທໍາອິດທີ່ຂາຍຜັກທົ່ງຮາຍ ໃຫກັບປະເທດແຖບອາຊີຕາເວັນອອກສຽງໃຕ. ປັດຈຸບັນ, ບໍລິສັດໄດຈັດຕັ້ງສາຂາໃນປະເທດໄທ, ປະເທດຫວຽດນາມ ແລະ ສາງໂຮງງານປຸງແຕງແຊແຂງໃນປະເທດເຫຼົ່ານັ້ນ.

“ໃນຕອນທາຍຂອງສັດຕະວັດທີ່ຜານມາ, ພຄາຕາງຊາດເຂົ້າມາທົ່ງຮາຍເພື່ອເຮັດການນຳເຂົ້າຜັກ. ພວກເຮົາຄິດວາ,ໃນເມື່ອມີໂອກາດທາງທຸລະກິດ, ເປັນຫຍັງຄືບລົງມືເຮັດເອງເລີຍ.” ໃນປີ 2010, ຈາງລົນຟາ ແລະ ໝູເພື່ອນໄດກຕັ້ງບໍລິສັດຮວມກັນ, ເພື່ອນຳເອົາ ຜັກກະລາປີດອກຂຽວ(broccoli), ໝາກຖົ່ວຫິມະ(snow peas) ແລະ ອື່ນໆ ສົ່ງອອກສູປະເທດຫວຽດນາມ, ປະເທດໄທ ແລະ ສະຖານທີ່ອື່ນໆ.