“ຄວາມຝັນແຫ່ງກາເຟຊັ້ນຍອດ” ຂອງສາວພູເອີ

2020-07-27 10:21:41 |ມາຈາກ: ວາລະສານ ຈຳປາ

ບານຕາຄາຍເຫີ (Dakaihe Village)ຕັ້ງຢູເຂດຊື່ເໝົາ(Simao) ນະຄອນພູເອີ(Pu’er) ເເຂວງຢຸນນານ,ເຊິ່ງຕິດກັບສວນອຸທິຍານເເຫງຊາດທາຍຢາງເຫີ ຂອງພູເອີ. ບານຕາຄາຍເຫີໄດເລີ່ມປູກກາເຟ ໃນປີ 1995 ຈົນເຖິງປັດຈຸບັນ, ປະຊາຊົນໃນບານ ປູກກາເຟສະເລຍເເລວເເມນ 6 ມູຕໍ່ຄົນ ເເລະ ໄດກາຍເປັນຂະແໜງການຜະລິດໃນການປູກກາເຟຂະໜາດໃຫຍໄປເເລວ.

ນາງ ຫົວລຸນເມີຍ(Hua Runmei) ເປັນຄົນນະຄອນພູເອີ ຮຽນຈົນປະລິນຍາຕີ ໃນປີ 2015 ໄດກັບຄືນສູບານເກີດຂອງຕົນ ເພຶ່ອສືບທອດກິດຈະການຂອງພ ເເລະ ກາຍເປັນກະເສດຕະກອນທີ່ອາຍຸນອຍທີ່ສຸດ ໃນບານຕາຄາຍເຫີ. “ຂອຍຮູດີວາການເປັນຊາວກະສິກອນເປັນວຽກງານທີ່ລໍາບາກ ເຊິ່ງຕົນຫວັງວາຈະນໍາໃຊຄວາມຮູທີ່ຕົນຮຽນມາ ເພຶ່ອຊວຍເຫຼືອທຸກຄົນໃນການປູກກາເຟໃຫມີຄຸນນະພາບ ເເລະ ເພຶ່ອຊກຍູກາເຟທີ່ມີຄຸນນະພາບຂອງພູເອີ ໃຫໄດຮັບການພັດທະນາ”.

ນາງ ຫົວລຸນເມີຍ ເວົ້າວາ: ເມັດກາເຟຂອງພູເອີ ຈະເເຕກຕາງຈາກກາເຟທາງການຄາ ເພາະໝາກກາເຟທີ່ມີຄຸນນະພາບ ເວລາທີ່ຊົງນໍ້າຮອນ ຈະມີກິ່ນຫອມຂອງໝາກກາເຟ ກິ່ນຫອມດອກໄມ ເເລະ ອຶ່ນໆ, ເເຕປັດໃຈທີ່ສໍາຄັນທີ່ມີຜົນຕລົດຊາດເເມນຂຶ້ນກັບວິທີການເກັບ ເເລະ ວິທີການເເປຮູບ, ເເນນອນວາຖາຫາກຄົ້ນຫາການປຽນເເປງ ຈະຕອງເລີ່ມຈາກວິທີການຈັດການໝາກກາເຟສົດ, ເຊິ່ງຊາວກະສິກອນຂອງບານຕາຄາຍເຫີ ພວກເຂົາພຽງເເຕໃຊວິທີການເອົານໍ້າລາງກາເຟສົດເທົ່ານັ້ນ.ນາງ ຫົວລຸນເມີຍ ຜານການລອງຜິດລອງຖືກ ປະສົມກັບເງື່ອນໄຂດານສະພາບອາກາດຂອງພູເອີເຊິ່ງຕົນໄດຄິດຄົ້ນເເລະ ສອນວິທີການໃຊເເສງເເດດຕາກກາເຟ ເເລະ ວິທີການຈັດການກັບກາເຟ ໃຫເເກຊາວກະສິກອນໃນທອງຖິ່ນ ເພຶ່ອເພີ່ມລົດຊາດທີ່ເເຕກຕາງໃຫເເກໝາກກາເຟ.

ບພຽງເເຕເທົ່ານີ້ ນາງ ຫົວລຸນເມີຍ ຍັງໄດເປີດຫອງຝຶກອົມຮົມຢູບານຂອງຕົນຂຶ້ນ ເພື່ອຈັດຕັ້ງອົງກອນທົດລອງຊິມ ເເລະ ໃຫຄໍາຄິດເຫັນກຽວກັບກາເຟ. ຫຼັງຈາກຜານການຝຶກອົບຮົມໄປສອງສາມຊດເທົ່ານັ້ນ ເຮັດໃຫຊາວກະສິກອນສວນຫຼາຍມັກດື່ມກາເຟ. ໃນເເຕລະປີຂອງເດືອນພະຈິກ ຈົນເຖິງ ປີຕໄປຂອງເດືອນມີນາ ເປັນລະດູທີ່ໝາກກາເຟສຸກ, ເຊິ່ງຜານມາວິທີການເກັບໝາກກາເຟຂອງບານຕາຄາຍເຫີ ຈະເກັບເອົາທັງໜວຍດິບເເລະ ໜວຍສຸກ, ເເຕປັດຈຸບັນຫັນມາໃຊວິທີການເກັບເເຕໜວຍທີ່ສຸກເເລວ. ຄວາມໝາຍຂອງໜວຍສຸກທີ່ ນາງ ຫົວລຸນເມີຍ ໝາຍເຖິງນັ້ນ ຈະຕອງເປັນໝາກກາເຟທີ່ສຸກທັງໝົດໜວຍ, ເຊິ່ງໃນເວລາທໍາການເເປຮູບກາເຟ ຈະມີຄຸນນະພາບເພີ່ມຂຶ້ນ.

ຜານຄວາມພະຍາຍາມຫຼາຍປີ, ກາເຟຄຸນນະພາບດີທີ່ ນາງ ຫົວລຸນເມີຍປູກ ໄດດຶງດູດຄວາມສົນໃຈຈາກຍີ່ຫໍ້ກາເຟ Seesaw Coffee ຂອງນະຄອນຊຽງໄຮ, ເຊິ່ງຍີ່ຫໍ້ກາເຟດັ່ງກາວ ໄດສົ່ງພະນັກງານເຂົ້າມາສໍາຫຼວດຕົວຈິງໃນນະຄອນພູເອີ, ຫຼັງຈາກລອງຊິມເເລວ ພວກເຂົາຍອງຍໍລົດຊາດຂອງກາເຟວາ: “ລົດຊາດສົມດູນ, ລະດັບຄວາມສົ້ມພໍດີ, ມີກິ່ນຫອມຂອງຕົ້ນໄມສົນ ເເລະນໍ້າຕານເມເປີ້ນປະສົມຢູ, ຄວາມຮູສຶກແບບມີນໍ້າມັນເບີແບບນີ້ ເຮັດໃຫຄົນຫຼົງໄຫຼ.”

ອັນທີ່ແຮງເຮັດໃຫ ນາງ ຫົວລຸນເມີຍ ມີຄວາມໝັ້ນໃຈເພີ່ມຂຶ້ນແມນ, ເພຶ່ອເປັນການຊວຍເຫຼືອຊາວກະສິກອນໃຫຫຼາຍຂຶ້ນນັ້ນ, ເມືອງພູເອີໄດກສາງສູນເເລກປຽນກາເຟສາກົນຢຸນນານຂຶ້ນ. ອີງຕາມການນໍາສະເໜີຂອງ ທານ ຊຢາງ(Shu Yang) ຜູຈັດການຂອງສູນການເເລກປຽນ ໃຫຮູວາ: “ກາເຟເປັນຜະລິດຕະພັນກະສິກໍາລຸນທໍາອິດທີ່ເຊື່ອມຕກັບຕະຫຼາດສາກົນ, ເເຕລາຄາຂາຍໃນເວລານັ້ນ ຂອນຂາງບສາງຄວາມເພິ່ງພໍໃຈໃຫເເກຊາວກະສິກອນພຽງເທົ່າໃດ, ເຊິ່ງນີ້ເປັນສັນຍາເຕືອນຢາງໜຶ່ງໃຫເຮົາຄວນເດີນຕາມເສັ້ນທາງຂອງການເຟຄຸນນະພາບ.”

ຫຼາຍປີຜານມານີ້ ນະຄອນພູເອີໄດຍຶດໝັ້ນຫຼັກການກສາງ“ເມືອງກາເຟເເຫງປະເທດຈີນ” ເເລະ ຖືເອົາຫຼັກການກຕັ້ງ “ກາເຟພູເອີ” ເປັນເປົ້າໝາຍ, ສາງຂະແໜງການຜະລິດກາເຟ ໃຫກາຍເປັນກະສິກໍາເອກະລັກທີ່ຂຶ້ນຊື່ຂອງຢຸນນານ, ເຊິ່ງປັດຈຸບັນພູເອີກາຍເປັນເມືອງທີ່ມີເນື້ອທີ່ປູກຝັງຫຼາຍທີ່ສຸດໃນປະເທດຈີນ, ເປັນພື້ນທີ່ທີມີປະລິມານການຜະລິດກາເຟທີ່ສູງທີ່ສຸດ ເເລະ ຄຸນນະພາບທີ່ດີທີ່ສຸດ, ພອມທັງຂະຫຍາຍເນື້ອທີ່ປູກກາເຟຈໍານວນ 3 ແສນມູໄປຍັງປະເທດມຽນມາ ລາວ ເເລະປະເທດທີ່ຢູອອມຂາງອື່ນໆ, ເຊິ່ງວິສາຫະກິດກາເຟຍີ່ຫໍ້ເນັດສະເລ(Nestle) ສະຕາບັກ(Starbucks) ຍີ່ຫໍ້ວໍ້ເອີ (YUNNAN VOLCAFE CO.,LTD.) ເເລະ ຍີ່ຫໍ້ອຶ່ນໆທີ່ມີຊື່ສຽງຂອງສາກົນ ກໍໄດເຂົ້າມາຮວມມືດໍາເນີນກິດຈະການກາເຟໃນໄລຍະຍາວຢູນະຄອນພູເອີ.