ເມືອງຟູ້ມິນ:ສວນໝາກໄມ້ຢຸນນານ "ເພີ່ມມູນຄ່າ" ໃຫ້ແກ່ໝາກໄມ້ຢຸນນານ

2020-07-27 10:40:51 |ມາຈາກ: ວາລະສານ ຈຳປາ

ເມືອງຟູມິນທີ່ຢູໃກກັບນະຄອນຄຸນໝິງແຂວງຢຸນນານ(Fumin County, Kunming City), ມີເຂດສວນກະສິກຳອັນທັນສະໄໝທີ່ມີເນື້ອທີ່ແຜນຜັງ 5680 ມູ(ປະມານ 378,7 ເຮັກຕາ)ເຂດໜຶ່ງ, ນີ້ກໍແມນສວນຂະແໜງການຫມາກໄມຢຸນນານພູພຽງແຫງຊາດທີ່ເມືອງຟູມິນ(ເອີ້ນຫຍໍ້ວາສວນໝາກໄມຢຸນນານ).ໂດຍທີ່ເປັນ "ຖິ່ນກຳເນີດຂອງໝາກງາມ(ໝາກເບເບີລີແດງ)ຂອງຈີນ", ງານໝາກງາມໃນລະດູຮອນຂອງທຸກປີ ເປັນງານໃຫຍຫຼວງງານໜຶ່ງຂອງເມືອງຟູມິນ. ໃນວັນທີ 19 ພຶດສະພາ, "ງານໝາກງາມເມືອງຟູມິນ•ຈີນ" ປະຈຳປີ 2020 ພອມດວຍກິດຈະກຳປະສານງານການຜະລິດ ກັບ ການຈຳໜາຍຢາງປານີດຖືກບອນຖືກເວລາໄດຈັດຂຶ້ນທີ່ສວນໝາກໄມຢຸນນານ. ມີບໍລິສັດເກັບຊື້ ບໍລິສັດຕາງໜາຈຳໜາຍສິນຄາຈຳນວນ 45 ແຫງກໍຄື ບໍລິສັດຂະແໜງການກະສິກໍາດີຈີຕອນອາລີບາບາ(Alibaba Digital Agriculture), ບໍລິສັດຂົນສົ່ງອາຫານທະເລສົດຈິ່ງຕົ່ງ(JD Fresh Logistics), ບໍລິສັດການຄາເອເລັກໂຕຣນິກເມີຍຣືໂຍຊຽນປັກກິ່ງຈໍາກັດ (Beijing Daily Excellent Fresh E-commerce Co., Ltd.) ລວນແຕໄດມາເຖິງເມືອງຟູມິນ, ເພື່ອປະສານກັບຄອບຄົວທີ່ປູກຝັງຂອງທອງຖິ່ນແບບໜາຕໜາແບບຖືກບອນຖືກເວລາ, ແລະ ຂະຫຍາຍຊອງທາງການຈຳໜາຍໝາກງາມໃຫຫຼາຍກວາເກົ່າ.

"ເຂດສວນພວກເຮົາ ເລີ່ມເຂົ້າສູການນຳໃຊໃນປີ 2020, ໃນໄລຍະເລີ່ມຕົ້ນ ມີແຜນວາຈະສະເໜີນຳອອກໝາກໄມຄຸນນະພາບລະດັບສູງຂອງແຂວງຢຸນນານ, ເປົ້າໝາຍໄລຍະກາງແລະ ໄລຍະຍາວ ແມນດຶງດູດບໍລິສັດໝາກໄມໃນອາຊີໃຕອາຊີຕາເວັນອອກສຽງໃຕ ກໍຄືເຂດແຄວນຕາງໆ ມາຮວມມືກັນແລະ ສາງຜົນປະໂຫຍດນຳກັນ. ທານ ຊນຊິວເຢ(Sun qiuyue) ຜູຮັບຜິດຊອບຂອງສວນໝາກໄມຢຸນນານ ໄດແນະນຳໃຫຮູວາ,ໃນປັດຈຸບັນ ສວນໝາກໄມຢຸນນານກໍາລັງກສາງກຸມເຂດລວມ ບົດບາດທີ່ມີ 5 ກຸມບົດບາດ ຄື: ສູນປະດິດສາງຄູທີ່ ຄົ້ນຄວາວິທະຍາສາດໝາກໄມຢຸນນານ, ສູນການຄາຂະໜາດໃຫຍໝາກໄມຢຸນນານ, ສູນການຂົນສົ່ງຕໝາກໄມຢຸນນານ, ສູນຂໍ້ມູນຂະໜາດໃຫຍໝາກໄມຢຸນໜານ ແລະ ສຳນັກງານໃຫຍຫອງຮັບ ແຂກຂະແໜງກະສິກຳໝາກໄມຢຸນໜານ; ພອມທັງ ຖານການຄາອອນລາຍຮູບແບບ B2B (ວິສາຫະກິດກັບວິສາຫະກິດ)ຂອງໝາກໄມຢຸນໜານ, ແລະ ກໍໄດສາງຕັ້ງລະບົບ O2O (ທາງອອນລາຍເຖິງທາງອອບລາຍ)ຂອງຂະແໜງການຜະລິດໝາກ ໄມຢຸນນານ.

ໂດຍອາໄສຖານເວທີສວນໝາກໄມຢຸນນານ, ເມືອງຟູມິນບພຽງແຕໄດຊວຍຊາວສວນໝາກໄມທອງຖິ່ນຂະຫຍາຍຊອງທາງການຈຳໜາຍໝາກງາມຢັງເໝີຍເທົ່ານັ້ນ, ຍັງໄດດຶງດູດວິສາຫະກິດໝາກໄມຄະນະໃຫຍມາສາງສຳນັກງານສາຂາຢູທີ່ນີ້ຄືກັນ. ບໍລິສັດພັດທະນາເຕັກນິກຕົ່ງຊານຫຼິນໂກ(KunmingDongshan Forest Fruit Technology Development Co., Ltd.)ເອີ້ນຫຍໍ້ວາ ຕົ່ງຊານຫຼິນໂກ)ຄຸນໝິງກໍເປັນໜຶ່ງໃນບໍລິສັດເຫຼົ່ານັ້ນ.

"ສະພາບການຈຳໜາຍໝາກງາມຂອງພວກເຮົາຢູທີ່ຊບເປີມາກເກັດເຫີມາຊຽນເຊິ່ງ(He ma xian sheng)(ເປັນຊບເປີມາກເກັດຕອງໂສຂອງຈີນ)ແມນດີຫຼາຍ, ປະລິມານການ ຂົນສົ່ງສິນຄາໃນແຕລະມື້ມີປະມານ 200 ແກັດ." ເມື່ອເບິ່ງ ປະລິມານການຈຳໜາຍໝາກເຊີຣີໃນໄລຍະມື້ທີ່ຜານມາ, ນາງ ຫຼີສານຈວນ ຜູອຳນວຍການໃຫຍຂອງບໍລິສັດ ຈົ່ງຊານຫຼິນໂກ ໄດຍິ້ມດວຍຄວາມສຸກ. ໂດຍການແນະນໍາຈາກນາງ ຫຼີສານຈວນໃຫຮູວາ, ສະຖານທີ່ພື້ນຖານການປູກຝັງໝາກເຊີຣີຂອງ ບໍລິສັດ ຕົ່ງຊານຫຼີນໂກ ກໍຕັ້ງຢູບານຈູມີລີຕາແສງຊື້ຈິ້ວ(Jumili Village,Chijiu Town)ເມືອງຟູມິນ.

"ໝາກເຊີຣີຂອງພວກເຮົາກຳລັງຖືກຍົກລະດັບຢູ, ຈະກາຍເປັນ 'ໝາກເຊີຣີໃນບລອກເຊນ(Blockchain)'. ໃນຕໄປນີ້ຜູບໍລິໂພກພຽງແຕຕອງສະແກນລະຫັດ QR ກໍຈະສາມາດຮັບຮູຂໍ້ມູນຂອງໝາກເຊີຣີທີ່ກຽວຂອງແລວ, ເມື່ອກິນກໍຈະສາມາດໄວວາງໃຈໄດ." ນາງ ຫຼີສານຈວນ ໄດແນະນໍາວາ, ໃນຕົ້ນເດືອນເມສາ, ບໍລິສັດ ຕົ່ງຊານຫຼິນໂກ ໄດຮວມມືກັບສວນໝາກໄມຢຸນນານ, ນຳເຂົ້າລະບົບເຄືອຂາຍສັງເກດຕິດຕາມເຄື່ອງຂອງ,ເພື່ອບໍລິຫານຕເຂດປູກຝັງໝາກເຊີຣີ ແລະ ໝາກເລັ່ນທອງຖິ່ນທີ່ມີເນື້ອທີ່ 3000 ມູ(ປະມານ200 ເຮັກຕາ)ໃນສະຖານທີ່ພື້ນຖານກັບເຂດອອມຂາງ. ລະບົບນີ້ສາມາດສົ່ງສະພາບການປູກຝັງໃນສະຖານທີ່ພື້ນຖານຕົວຈິງຄືນທັນເວລາ, ຍັງສາມາດຊີ້ນຳການປູກຝັງດວຍຂໍ້ມູນຂະໜາດໃຫຍ; ພອມດຽວກັນນັ້ນ, ນຳໃຊເຕັກນິກຂອງບລອກເຊນມາປະດິດສາງລະບົບຊອກຄືນປະຫວັດຂອງຜົນຜະລິດຕະພັນ, ເມື່ອຜູບໍລິໂພກໄປຊື້ກໍສາມາດສະແກນລະຫັດ QR ຂອງໝາກໄມ ເພື່ອຮັບຮູຂໍ້ມູນໃນດານສະພາບການເຕີບໃຫຍ ປະເພດໝາກໄມ ສະຖານທີ່ພື້ນຖານການປູກ ຝັງ ຊດໝາກໄມ ເວລາເຂົ້າຕະຫຼາດ ບອນຜະລິດ ການຢັ້ງຢືນບັດຢັ້ງຢືນທີ່ກຽວຂອງ ແລະ ຂໍ້ມູນອື່ນໆໄດ, ເຊິ່ງໄດສະໜອງຫຼັກຖານໃຫແກການຊອກຄືນປະຫວັດເພື່ອຢັ້ງຢືນຄຸນນະພາບໄດ.

ຜູຮັບຜິດຊອບຂອງສວນໝາກໄມຢຸນນານໄດແນະນຳໃຫຮູວາ, ຫຼັງຈາກນຳໃຊເຕັກນິກບລອກເຊນ(blockchain) ມາບັນລຸການຍົກລະດັບຜົນຜະລິດຕະພັນໝາກໄມແລວ, ຈະປະດິດສາງຜົນປະໂຫຍດທາງເສດຖະກິດຍິ່ງສູງກວາເກົ່າ ມາສູຊາວສວນໝາກໄມ. ຕໄປ, ສວນໝາກໄມຢຸນໜານຈະເລັ່ງເຊື່ອມໂຍງເຕັກນິກບລອກເຊນ ກັບເຄືອຂາຍສັງເກດຕິດຕາມເຄື່ອງຂອງ(Internet of things,IoT) ໃຫລົງເລິກກວາເກົ່າ, ນໍາໃຊເຕັກນິກເຂົ້າໃນທັງໝົດຕອງໂສຂະແໜງການໝາກໄມກໍຄື ການເລືອກແນວພັນ ການຂົນສົ່ງຜົນຜະລິດຕະພັນ ການຂົນສົ່ງຕອງໂສສາຍເຢັນ ແລະ ການກວດກາຜົນຜະລິດຕະພັນເປັນຕົ້ນ, ເພື່ອຍົກສູງຄວາມສາມາດທາງການຄຸມຄອງຄຸນນະພາບຂອງໝາກໄມ.