ເລື່ອງ“ວັດທະນະທຳ”ຂອງເສດຖະກິດກາງຄືນ

2020-09-09 17:51:27 |ມາຈາກ: ວາລະສານ ຈຳປາ

ໃນຊີວິດກາງຄືນທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ, “ການໄປຫາຂອງກິນ” ແມນກິດຈະກຳທີ່ມັກທີ່ສຸດຂອງພວກ “ນົກເຄົ້າກາງຄືນ” (ໃນພາສາຈີນໃຊເອີ້ນພວກບຢາກນອນ, ກຸມຄົນທີ່ມັກອົດນອນ). ແຕວາເສດຖະກິດກາງຄືນພັດບແມນ ການຕີຄວາມໝາຍງາຍໆເປັນອາຫານຍາມເດິກ ແລະ ຕະ ຫຼາດກາງຄືນ. ການກິນດື່ມ, ການຊື້ເຄື່ອງ, ການພັກຜອນ, ການທອງທຽວ, ການອອກກຳລັງກາຍ, ການເຄື່ອນໄຫວວັດ ທະນະທຳ ແລະ ອື່ນໆ, ໄດຮວມກັນປະກອບເປັນເສດຖະກິດ ກາງຄືນທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ.

ການຈັດສັນເວລາກາງຄືນແຕ 8 ໂມງຮອດ 12 ໂມງແນວ ໃດນັ້ນ, ແມນທາງເລືອກຂອງບຸກຄົນ, ທັງແມນການທົດສອບສະຕິປັນຍາໃນການປົກຄອງສັງຄົມ, ໃນນັ້ນ ມັນຍັງໄດແຝງພະ ລັງງານໃໝໃນການພັດທະນາສັງຄົມຢາງໃຫຍຫຼວງ. ທັງຍັງ ໄດມີເນື້ອໃນຂອງຢີນທາງວັດທະນະທຳ (Cultural gene) ໃນ “ເສດຖະກິດກາງຄືນ” ທີ່ໄດສະແດງອອກມາຢາງມີພະລັງ, ທັງແມນການຫັນປຽນລັກສະນະການດຳລົງຊີວິດຂອງຜູຄົນ ໃນຊວງໄລຍະສະພາບການການລະບາດຂອງພະຍາດ.

ວັດທະນະທຳ ທີ່ເປັນຟອຍແຕມຮູບອັນງາມສະຫງາຫຼາຍ ສີສັນການນີ້, ໄດແຕມຄໍ່າຄືນຂອງປະເທດຈີນອອກມາເປັນທັດ ສະນີຍະພາບແນວໃດ?

ຮານຂາຍປຶ້ມຍາມເດິກທີ່ອົບອຸນຍາມຄໍ່າຄືນຂອງຕົວເມືອງ

ຄອຍຄາຍາມແລງມາເຖິງ, ໃນນາມທີ່ເປັນສະຖານທີ່ສັນ ຍະລັກທີ່ທັນສະໄໝ ແລະ ມີກະແສນິຍົມ, ຊານລີຖນ (Sanlitun) ຂອງ ເຂດສາວຢາງ (Chaoyang District) ນະຄອນຫຼວງ ປັກກິ່ງ (Beijing) ທີ່ຕັ້ງຢູນະຄອນຫຼວງຂອງປະເທດຈີນ, ກຸມ
ຄົນກຳລັງຫຼັ່ງໄຫຼເຂົ້າມາ. ຊາງຖາຍຮູບຕາມຖະໜົນຕັ້ງ “ເລັນ ກອງຍາວ” ຂຶ້ນເທື່ອລະຄົນ, ໂດຍເລັ່ງໄປທີ່ໜຸມຫຼສາວງາມທ່ີ ໄປໆມາໆ, ກົດປຸມຊັດເຕີ (shutter) ກອງຢາງບຢຸດເຊົາ; ປະ ຕູຮານບາງຮານມີແຖວລຽນຄິວຕແຖວທີ່ຍາວ; ຕັ່ງສູງຂອງ
ຮານເຫຼົ້າບາ (bar) ກໍມີຄົນນັ່ງເຕັມ...ໃນແສງລະຍິບລະຍັບ ຂອງໄຟນີອອນ (neon), ຊານລີຖນ ທີ່ອຶກກະທຶກຄຶກຄື້ນ, ຮານ ຂາຍປຶ້ມ ຊານຫຼຽນທາວເຟິ້ນ (Sanliantaofen) ກໍຕັ້ງເດັ່ນ ຢາງສະຫງົບຢູໃນນັ້ນ.

ສະຫງົບຈິດໃຈມາເລືອກປຶ້ມຈັກຫົວໜຶ່ງ ໄດກາຍເປັນທາງ ເລືອກການຈັບຈາຍໃຊສອຍໃນຍາມຄໍ່າຄືນຂອງຫຼາຍຄົນ. ທານ ຈາງເຢ (Zhang Yue) ຫົວໜາຜູຮັບຜິດຊອບຜຽນກາງຄືນ ຂອງ ຮານ ຊານຫຼຽນທາວເຟິ້ນ ໄດບອກວາ, ຮານປຶ້ມແມນ ເປີດດຳເນີນທຸລະກິດຕະຫຼອດ 24 ຊົ່ວໂມງ, ກຸມຜູບໍລິໂພກຕົ້ນ ຕໍແມນຄົນໄວໜຸມ. ພາຍຫຼັງທີ່ໄດມີການປະກາດນະໂຍບາຍ ເສດຖະກິດກາງຄືນຂອງປັກກິ່ງ, ການຈໍລະຈອນຂອງແຂກ ຮານປຶ້ມໜຶ່ງເດືອນເພີ່ມຂຶ້ນເກືອບຮອດພັນຄົນ, ຍອດຂາຍເມື່ອ ທຽບກັບເມື່ອກອນກໍເພີ່ມຂຶ້ນ 25%, ລາຍຮັບມື້ທຳມະດາຢູໃນ ລະຫວາງ 1 ຫາ 2 ໝື່ນຢວນ, ວັນທາຍອາທິດກໍຍິ່ງຫຼາຍຂຶ້ນ.

ໃນຄໍ່າຄືນຂອງຕົວເມືອງ, ຄວາມສາມາດຂອງຮານຂາຍ ປຶ້ມ ບພຽງແຕແບກຮັບເອົາວັດທະນະທຳ, ແຕຍັງມີຄວາມອົບອຸນ. ທານ ຊອນ ວອງ (Sean Wong) ຜູປະກອບອາຊີບທາງ ອິນເຕີເນັດຢູປັກກິ່ງ ເປັນລູກຄາຂາປະຈຳຂອງຮານຂາຍປຶ້ມ, ບາງເທື່ອນອນບຫຼັບ, ລາວກໍມັກມາອານປຶ້ມງຽບໆຢູຮານຂາຍ ປຶ້ມ, ບັນຍາກາດຢູນີ້ ມີສວນຊວຍໃນການຜອນຄາຍຄວາມກົດ ດັນພາຍໃນໃຈ.

ໃນໄລຍະເຂົ້າວຽກໃນຍາມກາງຄືນ, ທານ ຈາງເຢ ໄດ ພົບເຫັນແຂກທີ່ມາຈາກທົ່ວສາລະທິດແຕເໜືອຮອດໃຕ, ຫຼາຍ ຄົນມາຮານປຶ້ມຕອນທຽງຄືນ, ສັ່ງກາເຟຈອກໜຶ່ງ, ອານປຶ້ມ, ບາງເທື່ອກໍລົມກັບຄົນອື່ນດວຍສຽງຄອຍໆຈັກບຶດໜຶ່ງ, ຕອນເຊົ້າຂອງມື້ທີສອງກໍຮີບໄປຈຸດໝາຍປາຍທາງອີກບອນໜຶ່ງ.

ສຳຜັດຮູສຶກກັບ “ຄໍ່າຄືນມະຫັດສະຈັນຫໍພິພິທະພັນ”

ເວລາມາເລາະຫໍພິພິທະພັນຢູປະເທດຈີນ, ຫຼາຍຄົນເຄີຍ ມີປະສົບການແບບນີ້, ລະດູຮອນທີ່ກາງເວັນຍາວກາງຄືນສັ້ນ, ຕອນຄອຍແລງບຮອດ 5 ໂມງ, ຫໍພິພິທະພັນສວນຫຼາຍເລີ່ມເລັ່ງ ໃຫອອກຈາກຫໍ. ຄຽງຄູກັບນະໂຍບາຍເສດຖະກິດກາງຄືນທີ່ ອອກມາຢາງຕເນື່ອງ ແລະ ນຳໄປປະຕິບັດ, ໃນປັດຈຸບັນ, ຫໍພິ ພິທະພັນໃນເມືອງໃຫຍແຕລະແຫງຂອງປະເທດຈີນ ໄດຄອຍ ທະຍອຍຍືດເວລາການເປີດຫໍປະຈຳວັນ, “ຄຳຄືນມະຫັດສະຈັນ

ຫໍພິພິທະພັນ” ຢູປະເທດຈີນນັບມື້ນັບໄດຮັບຄວາມນິຍົມ. ຫໍພິພິທະພັນແຫງປະເທດຈີນ ທີ່ຕັ້ງຢູຝັ່ງຂາງຕາເວັນອອກ ຂອງ ສະໜາມທຽນອັນເໝິນ (Tiananmen Square) ນະ ຄອນຫຼວງປັກກິ່ງ (ຕໄປເອີ້ນຫຍໍ້ວາ ຫໍພິພິທະພັນແຫງຊາດ), ໃນປີ 2016 ກໍມີຜູເຂົ້າຊົມ 7,55 ລານຄົນ, ເຊິ່ງຈັດເປັນອັນດັບ ໜຶ່ງຂອງໂລກ, ກາຍເປັນໜຶ່ງໃນຫໍພິພິທະພັນທີ່ມີຄວາມໂດງ ດັງສູງ ແລະ ໄດຮັບຄວາມນິຍົມທີ່ສຸດໃນທົ່ວໂລກ. ນອກຈາກ ນັ້ນ, ຫໍພິພິທະພັນແຫງຊາດ ກໍແມນໜຶ່ງໃນຫໍພິພິທະພັນຊດທຳ
ອິດຂອງປະເທດຈີນທີ່ເປີດໃນຕອນຄຳຄືນ.

ຍາມຄອຍແລງ ເວລາຫາໂມງເຄິ່ງ, ປະຕູທິດເໜືອ ແລະ ປະຕູທິດຕາເວັນຕົກຂອງ ຫໍພິພິທະພັນແຫງຊາດ ຍັງຄົງມີຜູ ຊົມສືບຕຜານຈຸດກວດກາຄວາມປອດໄພເຂົ້າໄປໃນຫໍ. ທັງຍັງ ມີຜູຊົມຈຳນວນຫຼາຍທີ່ເຂົ້າໄປໃນຫໍແຕຕອນກາງເວັນ ແລະ ຢູໃນຫໍຕະຫຼອດຈົນຮອດຕອນກາງຄືນ.

ທານ ຫວາງສຽງ (Wang Qiang) ວິສະວະກອນຂໍ້ມູນແມນຜູທີ່ມັກຮັກໃນຫໍພິພິທະພັນ, ທັງແມນແຂກປະຈຳຄົນໜຶ່ງ ຂອງຫໍພິພິທະພັນ. ພາຍຫຼັງທີ່ລາວຮູກຽວກັບຂໍ້ມູນການຂະຫຍາຍ ເວລາເປີດຂອງຫໍພິພິທະພັນແຫງຊາດ, ລາວກໍຕັ້ງໃຈມາຫໍພິທະພັນແຫງຊາດ ແຕເຊົ້າ, ເບິ່ງຈົນໄປຮອດຕອນແລງ. “ຄື ກັນກັບການວາງສະແດງປະເທດຈີນໃນຍຸກບູຮານ, ວັດຖແຕ ລະຢາງລວນແຕມີຄຸນຄາໃນການຊົມເບິ່ງຢາງຍາວນານ,ຍັງ ຕອງໄດເຂົ້າອິນເຕີເນັດຄົ້ນຫາຂໍ້ມູນທີ່ກຽວຂອງ. ແຕກອນ ຄອຍແລງຫາໂມງກໍປິດຫໍແລວ, ຮູສຶກວາຍັງເບິ່ງບທັນເຕັມທີ່, ຕອນນີ້ແຕເຊົ້າຫາແລງ, ສາມາດເບິ່ງໜຶ່ງຮອບໄດຢາງຄົບຖວນ” ຫວາງເສສິນ (Wang Xueqin) ນັກສຶກສາສາຂາບູຮານ ວັດຖ ແລະ ຫໍພິພິທະພັນ ທີ່ ມະຫາວິທະຍາໄລ ມົງໂກນໃນ (Inner Mongolia University) ລາວໄດເອີ້ນຕົນເອງວາເປັນຜູທີ່ “ມາ ຍອນໄດຍິນຊື່ລືຊາ”, ໄດເຫັນບູຮານວັດຖອັນລຳຄາຈຳນວນ ຫຼວງຫຼາຍທີ່ຢູໃນປຶ້ມແບບຮຽນ. ລາວເວົ້າວາ “ແຕໃດມາບເຄີຍ ມາຫໍພິພິທະພັນໃນຍາມກາງຄືນ, ຮູສຶກອັດສະຈັນເປັນພິເສດ,ສຳລັບຄົນທີ່ມັກຫໍພິພິທະພັນ ນີ້ແມນຂາວດີໜຶ່ງ”

ການສະແດງສິລະປະວັນນະຄະດີ “ພົບພໍ້ກັບຍາມຄໍ່າຈິ່ນຫຼິງ”

ໃນວັນທີ 7 ມິຖນາ, ພາບຍາມກາງຄືນທີ່ຫາກໍ່ມາຮອດ. ແສງໄຟນີອອນທີ່ຮຸງແວວວາວຢູລະຫວາງຕຶກສູງ ແລະ ຖະໜົນໃໝ ທີ່ ນະຄອນນານກິ່ງ (Nanjing City) ແຂວງຈຽງຊ (Jiangsu Province), ທັນໃດນັ້ນ ກໍມີສຽງດົນຕີດັງແວວມາ. າຍຫຼັງການສະແດງອັນມວນຊື່ນຂອງເຄື່ອງດົນຕີຊົວນາ (Suo na, ເຄື່ອງດົນຕີດັ້ງເດີມຂອງຈີນ, ເຄື່ອງດົນຕີປະເພດທ) ແລະ ເຄື່ອງດົນຕີປານຫູ (Banhu, ເຄື່ອງດົນຕີພື້ນເມືອງຂອງຈີນ)ເຄື່ອງດົນຕີປະເພດດຶງສາຍ), ການບັນເລງດຽວເຄື່ອງດົນຕີກູ ເຈິງ (Guzheng, ເຄື່ອງດົນຕີດັ້ງເດີມຂອງຈີນ, ເຄື່ອງດົນຕີ ປະເພດດີດສາຍ) ໃນບົດເພງອັນມີຊື່ສຽງຂອງຈີນບູຮານທີ່ມີຊື່ວາ “ຜາສູງນໍ້າໄຫຼ” ກໍດັງມາຕາມລົມ. ຕາມຕິດມາດວຍ, ເຄື່ອງດົນຕີດັ້ງເດີມຂອງຈີນປະເພດຕາງໆທີ່ສືບຕດັງຂຶ້ນ.

“ພົບກັນຍາມຄໍ່າຈິ່ນຫຼິງ” (Jinling,ຈິ່ນຫຼິງ, ຊື່ເອີ້ນອີກຊື່ໜຶ່ງຂອງນານກິ່ງສະໄໝບູຮານ)ແມນໜຶ່ງໃນການດຳເນີນການກະຕຸນຕະຫຼາດກາງຄືນຂອງ ນະຄອນນານກິ່ງ, ໃນວັນທີ 7 ມິຖນາເປັນການສະແດງຮອບທີສາມໃນຊດດັ່ງກາວ. ກອນໜານີ້, ຕອນຄໍ່າຂອງ ວັນທີ 24 ພຶດສະພາ, ຕອນຄໍ່າຂອງ ວັນທີ 31 ພຶດສະພາ, ກຸມສິລະປະການສະແດງນະຄອນນານກິ່ງ ໄດກະຈາຍອອກໄປຕາມເຂດ ແລະ ສະໜາມທີ່ມີຄົນໄປໆມາໆຢາງໜາແໜນໃນນະຄອນນານກິ່ງ, ຂົວຄົນຍາງດວງຕານານກິ່ງ(Nanjing eye footbridge) ໂດຍສຳເລັດການສະແດງສອງຄັ້ງ, ໄດຮັບຄຳຊົມເຊີຍທີ່ດີຈາກຊາວເມືອງ ແລະ ນັກທອງທຽວ.

ທານ ຫຼີສຽວຫຼົງ (Li Xiaolong) ຜູຈັດການໃຫຍຂອງ ກຸມສິລະປະການສະແດງນະຄອນນານກິ່ງ ເວົ້າວາ “ໃນເມື່ອກອນການສະແດງສິລະປະວັນນະຄະດີ ຖາບຢູເທິງເວທີສະເພາະ, ກໍຕອງເຂົ້າໄປໃນເຂດຊມຊົນ, ນີ້ແມນຄັ້ງທຳອິດ ທີ່ກຸມສິລະປະ ການສະແດງນະຄອນນານກິ່ງ ໄດເຂົ້າມາສະແດງໃນຕະຫຼາດກາງຄືນໂລກທີ່ເຕັມໄປດວຍກິ່ນອາຍຂອງດອກໄມໄຟຂອງມະນຸດ, ໄດປະສົມປະສານເຂົ້າກັບຊີວິດຂອງຕົວເມືອງ”.