ນາງລາວຢຸນນານກັບຕົ້ນຊາບູຮານລາວ

2020-10-19 16:37:27 |ມາຈາກ: ວາລະສານ ຈຳປາ

ໃນປາດັ້ງເດີມພູພຽງຊຽງຂວາງປະເທດລາວ ຕົ້ນຊາບູຮານແຕລະຕົ້ນນັ້ນກະຈາຍຢູເປັນຍອມໆ. ຕົ້ນຊາເຫຼົ່ານີ້ທີ່ເຄີຍບຢູໃນສາຍຕາຂອງຄົນລາວ ຖືກຕັດອອກເລື້ອຍໆ, ການປຽນແປງເກີດຂຶ້ນທີ່ ນາງ ຈາງສາວຮຸຍ(Zhang Chaohui)ມາຮອດນີ້. ລາວນຳພາ ປະຊາຊົນທອງຖິ່ນຮັກສາຕົ້ນຊາ ແລະ ສອນວິທີຜະລິດຊາໃຫພວກເຂົາ.

ຊາໃບໜຶ່ງ ເຮັດໃຫ ຜູສາວຢຸນນານຜູກສາຍແນນກັບປະເທດລາວ ກໍເຮັດໃຫປະຊາຊົນລາວລ້ຳລວຍຂຶ້ນ.

ໃນປີ 2009 ນາງ ຈາງສາວຮຸຍ ມາປະເທດລາວເຮັດວຽກໂຕຄົນດຽວ. ໃນຕອນທຳອິດ ໄດມາແຂວງຊຽງຂວາງຮັບຊື້ເຂົ້າສານກັບຊາວບານ,ສົ່ງໄປວຽງຈັນ ເພື່ອຂາຍໃຫຮານອາຫານຈີນ. ມີຄັ້ງໜຶ່ງທີ່ເຂົ້າໄປໃນພູເພື່ອຮັບຊື້ເຂົ້າສານ, ນາງ ຈາງສາວຮຸຍ ຄົ້ນພົບວາ ໃນປາດັ້ງເດີມນັ້ນ ມີຕົ້ນຊາບູຮານຈຳນວນຫຼວງຫຼາຍ, ໃນຕອນນັ້ນ ລາຄາໃບຊາບໄດດີ,ຕົ້ນຊາບູຮານຈຶ່ງຖືກຖືວາແມນວັດຊະພືດ ແລະ ຖືກຕັດອອກເປັນເນື້ອທີ່ທີ່ກວາງຂວາງ.

ນະຄອນຈາວທົງ (Zhaotong city) ແຂວງຢຸນນານທີ່ເປັນບານເກີດຂອງ ນາງ ຈາງສາວຮຸຍ, ປະຊາຊົນແຖບນັ້ນມັກດື່ມຊາຫຼາຍ, ຕົ້ນຊາບູຮານຍິ່ງຖືກນັບຖືໃຫເປັນຊັບສົມບັດ. “ເມື່ອເຫັນຕົ້ນຊາທີ່ຖືກຕັດລົງໄປ, ຮູສຶກເຈັບປວດໃຈຫຼາຍ.” ຂໍພຽງແຕວາມີໂອກາດ ນາງຈາງສາວຮຸຍ ກໍຈະໃຫຄົນໃນບານພາລາວເຂົ້າໄປປາດັ້ງເດີມ, ຊອກຫາຕົ້ນຊາບູຮານທີ່ຖືກລືມ, ທັງເຮັດສັນຍາລັກໄວເປັນຢາງດີ.

ປີ 2016, ນາງ ຈາງສາວຮຸຍ ໄດຮັບເໝົາຕົ້ນຊາເປັນພັນຕົ້ນຢາງເປັນທາງການ ຢູແຂວງຊຽງຂວາງ, ລົງທຶນກຕັ້ງວິສາຫະກິດສັງລວມທີ່ລວມເອົາການຮັກສາ, ການເກັບ ແລະ ການຈຳໜາຍເຂົ້າເປັນໜຶ່ງລະບົບ, ເຊິ່ງກໍຄື ບໍລິສັດພັດທະນາຕົ້ນຊາບູຮານສາວຈັນ ຈຳກັດ. “ທຸກເທື່ອທີ່ມາເກັບໃບຊາຢູໃນພູ, ຄົນທອງຖິ່ນໄດເອີ້ນຂອຍຢາງເປັນກັນເອງວາ ‘ສາວຈັນ’, ຂອຍໄດຕັດສິນໃຈເອົາຊື່ນີ້ເປັນຊື່ຍີ່ຫໍ້.” ນາງ ຈາງສາວຮຸຍ ບອກກັບນັກຂາວວາ “ສາວຈັນ”ຄຳນີ້ ມາຈາກພາສາລາວ, ຄວາມໝາຍກໍຄືສາວທີ່ຊື່ຈາງ.

ການເລືອກເອົາໃບຊາຂອງ ຊາສາວຈັນ ມາຈາກຕົ້ນຊາທີ່ຢູສູງກາຍກວາລະດັບໜານ້ຳທະເລ 1500 ແມັດ, ຕົ້ນຊາບູຮານໃນຕົ້ນລະດູບານໃໝທີ່ມີອາຍຸກາຍ 300 ປີນັ້ນ ມີໃບສົດ ແລະ ບໍລິສຸດ. ເນື່ອງຈາກວາຕົ້ນຊາໄດເຕີບໃຫຍຢູໃນປາດັ້ງ
ເດີມທີ່ຢູຫາງໄກຜູຄົນ, ເກີດມາກັບດອກໄມໃບຫຍາທີ່ຢູອອມຂາງ, ເຮັດໃຫໃບຊາມີກິ່ນຫອມຂອງໝາກໄມປາ ແລະ ກິ່ນຫອມຂອງນ້ຳເກສອນດອກໄມອັນເຂັ້ມຂຸນ.

ເດືອນເມສາຂອງທຸກປີ ແມນໄລຍະເວລາເງິນເວລາຄຳຂອງການເກັບຊາລະດູບານໃໝ, ພາຍຫຼັງທີ່ໃບຊາໄດແປຮູບໃນຂັ້ນຕົ້ນແລວ ກໍຖືກສົ່ງຜານດານບຫານໄປຍັງປະເທດຈີນ, ໂດຍສົ່ງໄປສາຂາຂອງບໍລິສັດເມືອງວັດທະນະທຳຊາຄາງເລີ້ຄຸນໝິງ(Kunming Kangle tea culture city )ເພື່ອດຳເນີນການບີບອັດລົງແມພິມຫີນ ແລະ ຫຸມຫ. ນາງ ຈາງສາວຮຸຍ ແນະນຳວາ, ຕົ້ນຊາບູຮານຂອງປາດັ້ງເດີມປະເທດລາວ ເມື່ອນຳໃຊເຕັກນິກການຜະລິດຊາຂອງຈີນແບບນີ້, ຈຶ່ງມີກິ່ນຫອມສົດຊື່ນເປັນເອກະລັກ, ສີຄືອຳພັນ, ໄດຮັບການສະໜັບສະໜູນຈາກໝູເພື່ອນຜູຮັກຊາຢາງກວາງຂວາງ.

ພາຍຫຼັງທີ່ບໍລິສັດກາວເຂົ້າສູການຜະລິດຂະໜາດໃຫຍ, ນາງ ຈາງສາວຮຸຍ ເກືອບວາທຸກປີ ລວນແຕໄດຖືເອົາໃບຊາໄປນຳສະເໜີຢູງານວາງສະແດງສິນຄາຈີນ-ອາຊີໃຕ ແລະ ງານວາງສະແດງສິນຄາຈີນ-ອາຊຽນ. ໃນປັດຈຸບັນ ຜູຈັດຈຳໜາຍ ແລະ ຕົວແທນຂອງຕົ້ນຊາບູຮານສາວຈັນ ໄດຂະຫຍາຍພັດທະນາໄປຮອດແຂວງຫູເປີຍ (Hubei), ຈົງກິ່ງ (Chongqing), ປັກກິ່ງ (Beijing), ເຊສວນ (Sichuan) ແລະ ເຂດອື່ນໆ, ຜະລິດຕະພັນສົ່ງອອກໄປຮອດເອີລົບ-ອາເມລິກາ, ຍີ່ປຸນ, ເກົາ
ຫຼີ ແລະ ຕະຫຼາດຂອງປະເທດອື່ນໆ. ກະຊວງອຸດສາຫະກຳ ແລະ ການຄາຂອງປະເທດລາວ ແລະ ສະຖານກົງສຸນລາວປະຈຳໜານໜິງ ກໍໄດກຳນົດເອົາຊາທີ່ພວກເຂົາເຈົ້າຜະລິດເປັນຂອງຂວັນໂດຍສະເພາະ.

“ໂດຍຜານມາຫຼາຍປີ, ພວກເຮົາຕາງຝາຍກໍນັບກັນເປັນຄືຍາດພີ່ນອງ.” ນາງ ຈາງສາວຮຸຍ ແນະນຳວາ, ບໍລິສັດໄດຈາງພະນັກງານຄົນລາວໃນໄລຍະຍາວປະມານ 10 ຄົນ, ໃນລະດູການເກັບຊາທີ່ຫຍຸງວຽກກໍເພີ່ມຂຶ້ນຮອດ 40 ຫາ 50 ຄົນ.
“ພວກເຮົາຮັບເອົາຄົນທອງຖິ່ນມາເຮັດວຽກປົກປັກຮັກສາພູຊາ, ຕົ້ນຊາ, ເກັບຊາ, ຜະລິດຊາ, ຊາວບານຈຳນວນບໜອຍທີ່ຜານການເຮັດວຽກເສີມກັບໂຮງງານຊາ ສາມາດຊື້ລົດຈັກ, ປຸກບານເຮືອນໃໝ.”

ນັບແຕປີ 2018 ເປັນຕົ້ນມາ, ນາງ ຈາງສາວຮຸຍ ໄດຊວຍເຫຼືອນັກຮຽນທອງຖິ່ນຂອງລາວ 100 ກວາຄົນ ໃຫມາຮຽນຢູຈີນ, ໃນນັ້ນ ຍັງໄດໃຫທຶນຊວຍເຫຼືອແກເດັກນອຍທີ່ມາຈາກພູຊາ 2 ຄົນ. “ພູຊາປະເທດລາວຊວຍເຫຼືອພວກເຮົາກາວ
ສູຄວາມສຳເລັດ, ຂອຍກໍຫວັງວາຈະເຮັດອັນໃດຈັກໜອຍໜຶ່ງເພື່ອຕອບບຸນແທນຄຸນຕສະຖານທີ່ແຫງນີ້. ” ນາງ ຈາງສາວຮຸຍ ເວົ້າ.