ເມືອງມີເລີ້ ແຂວງຢຸນນານ: ຫອມກິ່ນນ້ຳຕານແດງ

2021-01-19 15:51:29 |ມາຈາກ: Yunnan Gateway

ເມືອງຈູຢວນ ທີ່ຕັ້ງຢູ່ເມືອງມີເລີ້ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີຊົ່ນເຜົ່າຢີຮົງເຫີທາງພາກຕາເວັນອອກສ່ຽງໃຕ້ຂອງແຂວງຢຸນນານ, ຢູ່ທີ່ນີ້ມີນ້ຳຕານແດງເຮັດດ້ວຍມືທີ່ຜະລິດດ້ວຍເຕັກນິກພື້ນເມືອງ, ລົດຊາດແມ່ນຫວານ ແລະ ຫອມ, ມີປະຫວັດສາດຫຼາຍຮ້ອຍປີ, ແລະ ໄດ້ຮັບຄວາມນິຍົມໃນຕະຫຼາດ. ປະຈຸບັນ, ໃນເມືອງຈູຢວນ ມີບໍລິສັດຫຼາຍກວ່າ 10 ແຫ່ງທີ່ຜະລິດນ້ຳຕານແດງທີ່ເຮັດດ້ວຍມື, ໃນນັ້ນ, ໂຮງງານຜະລິດອາຫານຈູເຊີງໄດ້ຜະລິດນ້ຳຕານແດງ 1500 ໂຕນໃນປີ 2020, ບັນລຸມູນຄ່າການຜະລິດຫຼາຍກວ່າ 9,5 ລ້ານຢວນ (1,46 ລ້ານໂດລາ), ເຮັດໃຫ້ຊາວບ້ານມີລາຍໄດ້ເພີ່ມຂຶ້ນ ແລະ ກ້າວສູ່ຄວາມຮັ່ງມີ.