ນົກກົກຄໍສີນ້ຳຕານ ນົກທີ່ໃກ້ສູນ ພັນ ໄດ້ປະກົດຕົວຢູ່ເມືອງຢິງຈ່ຽງ ແຂວງຢຸນນານ

2021-03-12 15:54:15 |ມາຈາກ:

ວັນທີ 7 ມີນາ, ຊ່າງຖ່າຍຮູບນິເວດຈຳນວນໜຶ່ງໄດ້ຖ່າຍຮູບພາບຂອງນົກກົກຄໍສີນ້ຳຕານ 3 ໂຕຢູ່ໃນປ່າທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລກວ່າ 2,000 ແມັດ ຢູ່ເຂດເມືອງຢິງຈ່ຽງກິ່ງແຂວງເຕີຮົງ ແຂວງຢຸນນານ. ບັນດາຮູບພາບທີ່ ຖ່າຍໄດ້ໃນຄັ້ງນີ້ໄດ້ພິສູດໃຫ້ເຫັນຢ່າງເຕັມທີ່ວ່ານົກກົກຄໍສີນ້ຳຕານ ໄດ້ມີການຢູ່ແຈກຢາຍ ໃນແຂວງຢຸນນານ. ນົກກົກຄໍສີນ້ຳຕານ ແມ່ນສັດທີ່ໄດ້ຮັບການອະນຸຮັກລະດັບໜຶ່ງຂອງຊາດ, ແລະ ໄດ້ຖືກຈົດທະບຽນເປັນປະເພດສັດທີ່ໃກ້ຈະສູນ ພັນ. ນົກນີ້ອາໃສຢູ່ໃນເຂດພູດອຍທີ່ມີອາກາດຄ່ອນຂ້າງເຢັນ ແລະ ມີຄວາມ ສູງຈາກລະດັບນໍ້າທະເລ 1500 ແມັດ.