ຊ່າງເຄື່ອງຈັກຜູ້ຍິງຮັກສາຄວາມປອດໄພຂອງລົດໄຟດ່ວນ

2021-03-16 16:13:38 |ມາຈາກ:

ໃນເວລາກາງຄືນ, ໃນສາງກວດກາສ້ອມແປງລົດໄຟດ່ວນຄຸນໝິງ, ນາງ ເຊີງຢ້ຽນຊີ ໄດ້ຖືໄຟສາຍ, ແລະ ກວດເບິ່ງອະໄຫຼ່ຊິ້ນສ່ວນໃຫຍ່ນ້ອຍໆຕ່າງໆ ທີ່ຢູ່ທາງລຸ່ມຂອງຈຸຫົວລົດໄຟດ່ວນຄັນໃຫຍ່. ນາງ ເຊີງຢ້ຽນຊີ ແມ່ນຊ່າງເຄື່ອງຈັກພາກພື້ນດິນ, ຮັບຜິດຊອບກວດກາສ້ອມແປງອະໄຫຼ່ພາກສ່ວນໃຫຍ່ຫົກສິບຫາເຈັດສິບອັນ,ແລະ ອະໄຫຼ່ສ່ວນນ້ອຍຫລາຍໝື່ນອັນໃນທຸກໆມື້, ນາງ ເຊີງຢ້ຽນຊີ ກ່າວວ່າ: "ຕ້ອງຮັບປະກັນວ່າບໍ່ມີບັນຫາໃນທຸກບ່ອນເຊື່ອມຕໍ່, ແລະ ໃຫ້ລົດໄຟເຄື່ອນທີ່ດ່ວນທີ່ຂ້ອຍກວດກາສ້ອມແປງສາມາດເດີນທາງອອກໄປຢ່າງປອດໄພ ແລະ ກັບມາຢ່າງປອດໄພ. "

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ
ນັກຂ່າວ:ນຽນຊິນຫົງ