ເມືອງມີເລີ້ ແຂວງຢຸນນານ: ນ້ຳຕານແດງຊ່ວຍໃຫ້ຊາວບ້ານມີຊີວິດທີ່ມີຄວາມສຸກ

2021-03-19 15:44:48 |ມາຈາກ:

ສີມືຂອງການເຮັດນ້ຳຕານແດງໃນຕາແສງຈູຢວນເມືອງມີເລີ້ແຂວງຢຸນນານມີປະຫວັດສາດມາຫຼາຍຮ້ອຍປີ, ລົດຊາດຫວານ ຫອມ,ໂຮງງານເຮັດນ້ຳຕານແດງຂອງທ່ານ ທາງຊາວຢົວ ຊາວບ້ານບ້ານຈູຢວນຕາແສງຈູຢວນ ນັບແຕ່ການຜະລິດນ້ຳຕານແດງມາແຕ່ເດືອນມັງກອນປີນີ້ເປັນຕົ້ນມາ,ໄດ້ຜະລິດແລະ ຈຳໜ່າຍ ນ້ຳຕານແດງຫລາຍກວ່າ 20 ໂຕນ ແລະນ້ຳຕານແກ້ວ 2 ໂຕນ,ເຊິ່ງມີລາຍຮັບຫລາຍກວ່າ 10 ລ້ານຢວນ. ນ້ຳຕານແດງ,ນ້ຳຕານແກ້ວໄດ້ຖືກຂາຍໄປໃຫ້ແຂວງເຮີຍລອງຈຽງ,ແຂວງເຈີ້ຈຽງ,ແຂວງກວາງຕຸ້ງ ແລະອື່ນໆ, ເຮັດໃຫ້ຊາວບ້ານມີລາຍໄດ້ເພີ່ມຂຶ້ນ ແລະ ກ້າວສູ່ຄວາມຮັ່ງມີ.

 

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ພູຈຽຍຢົງ