ພູເກົ່າຫຼີກົງ: ມະນຸດແລະທຳມະຊາດດຳລົງຊີວິດຢ່າງກົມກຽວກັນຢູ່ທີ່ນີ້

2021-03-31 17:02:52 |ມາຈາກ:

ພູເກົ່າຫຼີກົງ, ເຕົ້າໂຮມແລະແຈກຢາຍພືດພັນຊັ້ນສູງ ປະມານ 17% ຂອງປະເທດຈີນ, ສັດລ້ຽງລູກດ້ວຍນໍ້ານົມປະມານ 30% ຂອງປະເທດຈີນ, ແລະປະເພດນົກຫຼາຍກວ່າ 35% ຂອງປະເທດຈີນ. ໃນຊຸມປີມໍ່ໆມານີ້, ທ້ອງຖິ່ນໄດ້ຜ່ານວິທີການຕ່າງໆເຊັ່ນ ການເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ການເພີ່ມທະວີການຕິດຕາມກວດກາແລະການຄົ້ນຄວ້າ ແລະການຄົ້ນຄວ້າຄຸ້ມຄອງຊຸມຊົນ, ຈຶ່ງເຮັດໃຫ້ ອັດຕາປົກຄຸມປ່າໄມ້ຂອງພູເກົ່າຫຼີກົງ ໄດ້ເພີ່ມຂຶ້ນ, ຈຳນວນປະເພດພືດພັນຕ່າງໆທີ່ໃກ້ຈະສູນພັນ ໄດ້ເພີ່ມຂື້ນ, ພືດພັນໃໝ່ໄດ້ຖືກຄົ້ນພົບຢ່າງຕໍ່ເນື່ອງ, ມະນຸດແລະທຳມະຊາດຢູ່ທີ່ນີ້ດຳລົງຊີວິດຢ່າງກົມກຽວນຳກັນ.