ຂະແໜງການເຄື່ອງປັ້ນດິນເຜົາສີມ່ວງພັດທະນາຮຸ່ງເຮືອງ

2021-04-19 16:03:19 |ມາຈາກ:

ເດືອນພຶດສະພາ ປີ 2005, ເມືອງຈ້ຽນສຸຍ(Jianshui) ເຂດປົກຄອງຕົນເອງຊົນເຜົ່າຮ່ານີ(Ha ni)ແລະ ຊົນເຜົ່າຢີ(Yi)ແຂວງຢຸນນານ ໄດ້ກຳນົດເອົາເຄື່ອງປັ້ນດິນເຜົາສີມ່ວງຈ້ຽນສຸຍ(Jianshui)ເປັນຂະແໜງການດ້ານວັດທະນາທຳທີ່ສຳຄັນ. ເດືອນກັນຍາ ປີ 2015, ຖະໜົນເຄື່ອງປັ້ນດິນເຜົາສີມ່ວງໄດ້ເປີດຂຶ້ນຢ່າງເປັນທາງການ; ເດືອນມັງກອນ ປີ 2018, ສູນກາງໂຄສະນາຂາຍເຄື່ອງປັ້ນດິນເຜົາ ສ້າງຕັ້ງຂຶ້ນຢູ່ທີ່ຖະໜົນເຄື່ອງປັ້ນດິນເຜົາຈ້ຽນສຸຍ(Jianshui).ເດືອນກັນຍາ ປີ 2019, ອົງການສະຫະພັນອຸດສາຫະກຳເບົາຂອງຈີນ ໄດ້ມອບນາມມະຍົດ ໃຫ້ແກ່ເມືອງຈ້ຽນສຸຍວ່າ “ນະຄອນແຫ່ງເຄື່ອງປັ້ນດິນເຜົາສີມ່ວງຂອງຈີນ·ຈ້ຽນສຸຍ” . ຮອດປີ 2020, ຈຳນວນພະນັກງານໃນຂະແໜງການເຄື່ອງປັ້ນດິນເຜົາຈ້ຽນສຸຍ(Jianshui)ໄດ້ເພີ່ມຂຶ້ນຈາກ 22 ພັນຄົນໃນປີ 2017 ເປັນ 40ພັນກວ່າຄົນ, ມູນຄ່າການຜະລິດຈາກ 1,725ຕື້ຢວນ ເພີ່ມຂຶ້ນເປັນ 4 ກວ່າຕື້, ບັນລຸການຍົກລະດັບຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມໄປພ້ອມກັນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຫຼິວຕົງ