ໂລກໃໝ່ຂອງແມ່ຍິງທິເບດ 5 ຄົນ

2021-04-19 16:06:13 |ມາຈາກ:

ໃນເຂດທິເບດ, ປະຊາຊົນມັກເອີ້ນແມ່ຍິງວ່າ "ໂຈມ້າ" ແລະ ຜູ້ຍິງກໍມັກໃຊ້ຊື່ "ໂຈມ້າ". ໂຈມ້າຫ້າຄົນທີ່ມີອາຍຸແຕກຕ່າງກັນ, ແລະ ອາຊີບທີ່ແຕກຕ່າງກັນກໍມີເລື່ອງເລົ່າຂອງຕົນເອງ.

ນາງ ເຕີຊີງໂຈມ້າ ມີອາຍຸ 65 ປີ, ອາໃສຢູ່ໃນຊຸມຊົນເຄິສົ່ງ ເຂດນາຍດົງ ເມືອງຊານນານ, ນາງໄດ້ເກີດຢູ່ໃນແຫລ່ງລ້ຽງງົວຄວາຍຂອງຊຸມຊົນເຄິສົ່ງ, ຈົນຮອດປີ 1959, ຜູ້ນຳພັກກອມມູນິດຈີນໄດ້ ນຳພາປະຊາຊົນຂອງທິເບດດຳເນີນການປະຕິຮູບປະຊາທິປະໄຕ, ນາງ ເຕີຊີງໂຈມ້າ ໄດ້ຍ້າຍອອກຈາກແຫລ່ງລ້ຽງງົວຄວາຍ, ມີເສລີພາບ, ແລະ ເລີ່ມຕົ້ນຊີວິດໃໝ່.

ນາງ ໂຈມ້າ ທີ່ມີອາຍຸ 52 ປີ, ລາວເປັນນັກສຶກສາຂອງມະຫາວິທະຍາໄລລຸ້ນທຳອິດໃນຄອບຄົວຂອງລາວ, ແລະ ຫຼັງຈາກນັ້ນ, ລາວໄດ້ເປັນຫົວໜ້າຊ່ຽວຊານຂອງຫ້ອງການຕິດຕາມ ແລະ ປະເມີນຜົນດິນຟ້າອາກາດຂອງສູນອຸຕຸນິຍົມເຂດປົກຄອງຕົນເອງຕິເບດ;

ນາງ ຊີລັງໂຈມ້າ ທີ່ມີອາຍຸ 40 ປີ, ລາວເປັນພະນັກງານຂອງທາງລົດໄຟລຸ້ນທຳອິດໃນທິເບດ, ລາວໄດ້ຕ້ອນຮັບລົດໄຟຂະບວນທຳອິດຂອງເສັ້ນທາງຊິງໄຫ-ທິເບດທີ່ແລ່ນເຂົ້າໄປສູ່ ນະຄອນລາຊາ ເຂດທິເບດ.

ນາງ ໂລຊາງໂຈມ້າ ທີ່ມີອາຍຸ 30 ປີ, ລາວໄດ້ສ້າງຕັ້ງສະຖາບັນຝຶກອົບຮົມນາງແບບ ແລະ ຄວາມງາມ ໃຫ້ແກ່ເດັກນ້ອຍໃນນະຄອນລາຊາ ບ້ານເກີດຂອງນາງ ໃນປີ 2016. ນາງຢາກໃຫ້ເດັກນ້ອຍຮູ້ວ່າ, ຄວາມງາມບໍ່ມີມາດຕະຖານມາກຳນົດ, ແລະ ຄວາມງາມແມ່ນຄວາມໝັ້ນໃຈໃນຕົວເອງ.

ນາງ ໂດຈີໂຈມ້າ ທີ່ມີອາຍຸ 13 ປີ, ນາງມັກຫລິ້ນກິລາບານເຕະ, ນາງໄດ້ເຂົ້າຮ່ວມກຸ່ມທີ່ສົນໃຈບານເຕະຂອງໂຮງຮຽນ. ໃນຮູບພາບແມ່ນນາງກຳລັງແລ່ນກັບໝູ່ຢູ່ເທິງສະໜາມເຕະບານທີ່ມີຄວາມສູງກວ່າລະດັບໜ້ານ້ຳທະເລ 4000 ແມັດ...

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຊຸນເລີຍໂປ