ສາວພາກເໜືອແຕ້ມຮູບເມກໃນຕ້າຫຼີ້

2021-04-20 16:19:31 |ມາຈາກ:

ຕ້າຫຼີ້(Dali)ຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງແຂວງຢຸນນານ, ມີພູຊັງຊັ່ນ(Cangshan)ແລະ ໜອງເອີໄຮ(Eehai), ເງື່ອນໄຂດິນຟ້າອາກາດດີ, ສະພາບແວດລ້ອມທຳມະຊາດສວຍງາມ ແລະ ຮີດຄອງປະເພນີຂອງຊົນເຜົ່າໃນທ້ອງຖິ່ນມີເອກະລັກພິເສດ, ໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາທ່ຽວຫຼິ້ນ ແລະ ພັກເຊົາຢູ່ທີ່ນີ້.

ຫຼັງຈາກມາຢູ່ ແລະ ດຳລົງຊີວິດທີ່ຕ້າຫຼີິ້(Dali), ເມກທີ່ສວຍງາມໄດ້ດຶງດູດສາຍຕາຂອງສາວພາກເໜືອ ທີ່ຊື່ ນາງ ໂຈ່ວໂຈ່ວຢີ (Zhouzhouyu), ນາງເລີ່ມຈັບແປງແຕ້ມຮູບຂຶ້ນມາ, ດຳເນີນການແຕ້ມຮູບຮ່າງພື້ນຖານຂອງເມກ, ນັບແຕ່ວັນທີ 18 ເດືອນສິງຫາ ປີ 2019 ເປັນຕົ້ນມາ, ນາງແຕ້ມຮູບກ້ອນເມກຢູ່ຕ້າຫຼີ້ໜຶ່ງກ້ອນທຸກມື້, ຮອດປັດຈຸບັນນີ້, ນາງໄດ້ແຕ້ມຮູບ 600 ກວ່າແຜ່ນ.

ຮູບແຕ້ມຂອງໂຈ່ວໂຈ່ວຢີ(Zhouzhouyu), ກ້ອນເມກປ່ຽນຮູບຮ່າງເປັນປາວານ ໂຕແມວ ນົກກາງແກ ແລະ ອື່ນໆ, ນາງຕັ້ງຊື່ໃຫ້ເມກທຸກກ້ອນ, ພ້ອມທັງປະກອບເລື່ອງສັ້ນທີ່ອົບອຸ່ນ, ຫຼັງຈາກ ໂຈ່ວໂຈ່ວຢີ ສົ່ງຮູບແຕ້ມຂຶ້ນເວທີເຄືອຂ່າຍສັງຄົມອອນລາຍ, ນາງໄດ້ຮັບການຍ້ອງຍໍຫຼາຍຈາກຊາວເນັດ, ກໍ່ໄດ້ຮັບຄວາມມັກຮັກບໍ່ໜ້ອຍ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ໜ້ຽນ ຊິງຫົງ