ລົດເມໃນຫົວຂໍ້ “ດອກຫຼານຫົວຢີງນະຄອນຄຸນໝິງ” ອອກເດີນທາງແລ້ວ

2021-04-25 17:02:53 |ມາຈາກ:

ນະຄອນຄຸນໝິງ ແຂວງຢຸນນານ, ເປັນສະຖານທີ່ທີ່ມີດອກໄມ້ສົດຕະຫຼອດສີ່ລະດູ. ທ້າຍເດືອນເມສາ, ດອກຫຼານຫົວຢີງ(Jacaranda)ເຂົ້າສູ່ໄລຍະເບັ່ງບານອອກດອກ, ຖະໜົນຫຼາຍເສັ້ນໃນນະຄອນຄຸນໝິງຖືກຕົບແຕ່ງດ້ວຍດອກໄມ້ສີມ່ວງ, ເຕັມໄປດ້ວຍຄວາມສວຍງາມ ແລະ ຄວາມໂຣແມນຕິກ.

ວັນທີ 20 ເດືອນເມສາ, ລົດເມເລກ 104 ໃນຫົວຂໍ້ “ຫຼານຫົວຢີງ” ກຳລັງອອກເດີນທາງເທິງຖະໜົນກາງຈ້ຽວສ້າງ ນະຄອນຄຸນໝິງ, ຢູ່ໃນລົດຄັນນີ້, ຫຼັງຄາລົດ ຝາ ທາງຫຼັງຕັ່ງອີງ ບ່ອນຈັບ ແລະ ອື່ນໆ, ທັງໝົດຕົບແຕ່ງດ້ວຍຮູບແຕ້ມໃນຫົວຂໍ້ຫຼານຫົວຢີງ.

ຜູ້ໂດຍສານຖືກອ້ອມຮອບໃນບັນຍາກາດໂຣແມນຕິກທີ່ເປັນສີຟ້າ, ທັງໃນລົດ ແລະ ນອກລົດມີທິວທັດສວຍງາມ,ເຮັດໃຫ້ຜູ້ໂດຍສານຮູ້ສຶກພັກຜ່ອນຢ່ອນໃຈ, ຄວາມຮູ້ສຶກໃນການນັ່ງລົດໂດຍສານກໍດີເລີດ.

ຕາມຂໍ້ມູນຂ່າວສານ, ລົດເມເລກ 104 ເປີດສາຍໃຫ້ບໍລິການຢ່າງເປັນທາງການແຕ່ວັນທີ 19 ໂດຍໄດ້ຮັບການນຳສະເໜີຈາກທີມລົດເລກ 24 ຂອງບໍລິສັດລົດເມເລກຫົກ, ປັດຈຸບັນລົດເມນີ້ມີສອງຄັນ, ອອກເດີນທາງປະສົມກັບລົດທຳມະດາ, ຜ່ານຖະໜົນກາງຈ້ຽວສາງ ທີ່ຢູ່ໃນສວນສາທາລະນະທີ່ມີຫົວຂໍ້ຫຼານຫົວຢີງ ແລະ ລຽບຕາມແລວທາງມີການສ້າງສະຖານີ 4 ແຫ່ງ, ເພື່ອສະໜອງຄວາມສະດວກໃຫ້ແກ່ຊາວເມືອງ ແລະ ນັກທ່ອງທ່ຽວນອກເມືອງໃນເວລາທີ່ຊົມເບິ່ງ ແລະ ສຳຜັດທິວທັດອັນສວຍງາມຂອງນະຄອນລະດູບານໃໝ່ນີ້, ທັງເປັນການລິເລີ່ມສົ່ງເສີມ ແນວຄິດການຮັກສາສິ່ງແວດລ້ອມ ແລະ ການຫຼຸດກາກບອນໃນການເດີນທາງແບບສີຂຽວໂດຍຜ່ານຫົວຂໍ້ “ຫຼານຫົວຢິງ”.



ມາຈາກ:ສຳນັກຂ່າວຢຸນນານ (ເວັບໄຊ້ຢຸນນານ)

ນັກຂ່າວ:ຢາງເຈີນ