ຄວາມຝັນການຍ້ອມສີຜ້າດ້ວຍຂີ້ເຜິ້ງ(Batik)ຂອງຫວາງຊິນຢິງ

2021-04-27 14:27:11 |ມາຈາກ:

ຫວາງຊິນຢິງ (Wangxinying) ອາຍຸ 21 ປີ ເປັນຄົນເມືອງຕ່ານຈາຍ(Danzhai), ນາງໄດ້ສຳຜັດກັບການຍ້ອມສີຜ້າດ້ວຍຂີ້ເຜິ້ງໃນຕອນອາຍຸ 6 ປີ, ຖືກມອບໝາຍໃຫ້ເປັນຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸເມື່ອອາຍຸ 19 ປີ.

ການຍ້ອມສີຜ້າດ້ວຍຂີ້ເຜິ້ງເປັນສີມືສິລະປະທີ່ສືບທອດກັນມາຫຼາຍເຊັ່ນຄົນຂອງປະຊາຊົນຊົນເຜົ່າມົ້ງ, ຜະລິດຕະພັນສຳເລັດຮູບມີສີທີ່ສະຫງ່າງາມ ຮູບແບບວິຈິດງົດງາມ, ປະກອບດ້ວຍຮີດຄອງປະເພນີຂອງຊົນເຜົ່າທີ່ເຕັມປ່ຽມ ແລະ ມີເອກະລັກຂອງພາກພື້ນ, ໄດ້ຖືກບັນຈຸເຂົ້າໃນລາຍການມໍລະດົກວັດທະນາທຳທີ່ບໍ່ເປັນວັດຖຸຊຸດທຳອິດຂອງປະເທດຈີນ.

ປີ 2017, ຫວາງຊິນຢິງ ກັບ ຄອບຄົວຂອງລາວໄດ້ເປີດ ຮ້ານສຳຜັດປະສົບການການຍ້ອມສີດ້ວຍຂີ້ເຜິ້ງ ໃນຕາແສງນ້ອຍວ້ານຕາ(Wanda)ຕ່ານຈາຍ ແຂວງກຸ້ຍໂຈ່ວ, ພານັກທ່ອງທ່ຽວສຳຜັດສີມືການເຮັດຍ້ອມສີຜ້າດ້ວຍຂີ້ເຜີ້ງ. ນອກຈາກຮ້ານສຳຜັດປະສົບການການຍ້ອມສີດ້ວຍຂີ້ເຜີ້ງ, ຫວາງຊິນຢິງ ກັບ ຄອບຄົວຂອງລາວຍັງເປີດໂຮງງານຍ້ອມສີຜ້າດ້ວຍຂີ້ເຜີ້ງໃນທ້ອງຖິ່ນອີກ, ຕົ້ນຕໍດຳເນີນວຽກການຜະລິດ ການຄົ້ນຄວ້າ ການຈຳໜ່າຍຜະລິດຕະພັນທີ່ຍ້ອມສີດ້ວຍຂີ້ເຜິ້ງຊົນເຜົ່າມົ້ງ, ແລະ ກໍຍ້ອນເຫດຜົນນີ້ ຄອບຄົວຫວາງຊິນຢິງ ຈຶ່ງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ເດືອນເມສາປີນີ້, ຫວາງຊິນຢິງ ໄດ້ຮັບການເຊື້ອເຊີນໄປເຂົ້າຮ່ວມສັບປະດາແຟຊັນຊຽງໄຮ, ຫວາງຊິງຢິງ ເວົ້າວ່າ “ເມືອງທາງນອກງາມຫຼາຍ, ຕຶກສູງແທ້, ແຕ່ຂ້ອຍມີຄວາມຮູ້ສຶກວ່າບ້ານເກີດເໝາະສົມກັບຂ້ອຍຫຼາຍກວ່າ, ມີແຕ່ການຍ້ອມສີຜ້າດ້ວຍຂີ້ເຜິ້ງເທົ່ານັ້ນ ທີ່ຈະເຮັດໃຫ້ຂ້ອຍກ້າວໄປໄດ້ໄກກວ່າ. ກ້າວຕໍ່ໄປ, ຂ້ອຍຈະນຳເອົາສ່ວນປະກອບຂອງການຍ້ອມສີຜ້າດ້ວຍຂີ້ເຜີ້ງເຂົ້າໃນການອອກແບບເຄື່ອງນຸ່ງ, ເພື່ອໃຫ້ຄົນມັກການຍ້ອມສີດ້ວຍຂີ້ເຜີ້ງນັບມື້ນັບຫຼາຍຂຶ້ນ.”

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ໂອ່ວຕ່ອງຊູ