ທ່ານ ເຊີນຢິງຮວາ ແສ່ວດວງດາວເທິງທ້ອງຟ້າ

2021-04-27 14:33:20 |ມາຈາກ:

ທ່ານ ເຊີນຢິງຮວາ (Chenyinghua), ເກີດຢູ່ ເຈີ້ນຫູ(Zhenhu)ນະຄອນຊູໂຈ່ວ(Suzhou)ທີ່ມີຊື່ນາມມະຍົດວ່າ “ເມືອງແຫ່ງສິລະປະການແສ່ວ”.

ໂອກາດຂອງຄວາມບັງເອີນ, ທ່ານ ເຊີນຢິງຮວາ ໄດ້ສຳຜັດກັບຮູບຖ່າຍລະບົບດວງດາວຂອງຈັກກະວານ, ທ່ານເປັນຄົນທີ່ມີຄວາມມຸ່ງມາດປາຖະໜາຕໍ່ກັບດາວມາຕັ້ງແຕ່ໄວເດັກ, ທ່ານໄດ້ຕັດສິນໃຈໃຊ້ດ້າຍໃນມືຂອງຕົນ ແສ່ວຮູບທາງຊ້າງເຜືອກທີ່ທ່ານສົນໃຈມາຫຼາຍປີ. ເພື່ອສະແດງແສງຂອງບັນດາດາວເທິງທ້ອງຟ້າທີ່ຄ່ອຍໆຫາຍໄປ, ທ່ານ ເຊີນຢິງຮວາ ໄດ້ທົດລອງນຳໃຊ້ວິທີການແສ່ວຫຼາຍວິທີ, ຈົນສາມາດປະດິດວິທີໃໝ່ໃນການແສ່ວໄດ້.

ເລີ່ມແຕ່ປີ 2000 , ທ່ານ ເຊີນຢິງຮວາ ໄດ້ແສ່ວຮູບດາວມາຢ່າງຕໍ່ເນື່ອງເປັນຈຳນວນ 26 ແຜ່ນ. ຜົນງານການແສ່ວລະບົບດວງດາວ ໄດ້ຮັບຄວາມມັກຮັກຫຼາຍຈາກຊາວເມືອງ. ທ່ານຫວັງວ່າ ຈະໄດ້ສ້າງສັນຜົນງານການແສ່ວແບບຊູໂຈ່ວ(Suxiu)ໃຫ້ຫຼາຍຂຶ້ນອີກໃນອະນາຄົດ, ໃຫ້ຄົນໄດ້ເຫັນການແສ່ວຊູໂຈ່ວນັບມື້ນັບຫຼາຍຂຶ້ນ ແລະ ຮັກວັດທະນາທຳການແສ່ວຂອງຊູໂຈ່ວ.



ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຫຼີ້ໂປ