ແມງຫິ່ງຫ້ອຍທີ່ສວນພືດສາດເຂດຮ້ອນກິ່ງແຂວງສິບສອງພັນນາ

2021-05-14 18:09:58 |ມາຈາກ:

ສວນພືດສາດເຂດຮ້ອນ ກິ່ງແຂວງສິບສອງພັນນາ ຂອງສະຖາບັນຄົ້ນຄວ້າວິທະຍາສາດຈີນ ຕັ້ງຢູ່ແຂວງຢຸນນານ, ສາມາດຊົມເບິ່ງແມງຫິ່ງຫ້ອຍທີ່ບິນເປັນກຸ່ມໃນຕອນກາງຄືນ. ເດືອນເມສາ ຫາ ເດືອນສິງຫາໃນແຕ່ລະປີ, ແມ່ນໄລຍະເວລາການເຂົ້າຊົມແມງຫິ່ງຫ້ອຍທີ່ດີທີ່ສຸດໃນສວນນີ້, ເມື່ອຮອດຍາມກາງຄືນ, ແມງຫິ່ງຫ້ອຍຫຼາຍພັນກວ່າໂຕກໍອອກມາເປັນກຸ່ມເປັນຄູ່, ບິນຢູ່ລະຫວ່າງໃບໄມ້, ພຸ່ມຫຍ້າ, ໜ້າໜອງ ຄືດວງດາວທີ່ສ່ອງປະກາຍໃນທ້ອງຟ້າ, ຄືດັ່ງຢູ່ໃນໂລກເທບນິຍາຍ.