ມາເບິ່ງກວາງທີ່ເຂດສະຫງວນກວາງທຳມະຊາດ ນະຄອນສືໂສວ

2021-05-21 16:26:37 |ມາຈາກ:

ວັນທີ 17 ເດືອນພຶດສະພາ, ມີກວາງກຸ່ມໜຶ່ງກຳລັງມີການເຄື່ອນໄຫວໃນເຂດສະຫງວນກວາງທຳມະຊາດແຫ່ງຊາດທີ່ນະຄອນສືໂສວ.ເຂດສະຫງວນກວາງທຳມະຊາດແຫ່ງຊາດ ຕັ້ງຢູ່ຖ່ຽນເອີໂຈ(Tianezhou)ທີ່ນະຄອນສືໂສວ ແຂວງຫູເປ, ມີກວາງອາໄສເຕີບໃຫຍ່ຢູ່ທີ່ນີ້ເປັນກຸ່ມ, ພາຍໃຕ້ຄວາມພະຍາຍາມຫຼາຍປີຂອງພະນັກງານຜູ້ປົກປັກຮັກສາສັດປ່າ, ຝູງກວາງມີການຂະຫຍາຍເຕີບໂຕຢ່າງວ່ອງໄວ, ຜ່ານການນຳເຂົ້າກວາງ 94 ໂຕໃນສາມຄັ້ງ ຄື ໃນປີ 1993, ປີ 1994, ປີ 2002 ຈາກສວນກວາງທີ່ນານໄຮຈື(Nanhaizi) ນະຄອນຫຼວງປັກກິ່ງ ໃນຕອນນີ້ກວາງໄດ້ຂະຫຍາຍເປັນປະມານ 2000 ໂຕ (ສວນກວາງທີ່ນານໄຮຈື ເປັນເຂດສະຫງວນກວາງແຫ່ງທຳອິດ ທີ່ລ້ຽງແບບປ່ອຍທຳມະຊາດຂອງປະເທດຈີນ), ພວກມັນທັງໝົດຖືກລ້ຽງແບບປ່ອຍເຂົ້າສູ່ທຳມະຊາດ, ຟື້ນຟູວິຖີການດຳລົງຊີວິດແບບສັດປ່າ, ເຂດສະຫງວນທຳມະຊາດແຫ່ງນີ້ໄດ້ກາຍເປັນດັ່ງສະຫວັນຂອງກວາງ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຣາວຣາວ