ເມືອງຢ້າງປີ ແຂວງຢຸນນານ ດຳເນີນວຽກກູ້ໄພແຜ່ນດິນໄຫວຢ່າງເປັນລະບຽບ

2021-05-25 16:23:28 |ມາຈາກ:

ໃນຕອນຄ່ຳຂອງວັນທີ 21 ເດືອນພຶດສະພາ, ເມືອງຢ້າງປີ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍແຂວງຢຸນນານ ເກີດແຜ່ນດິນໄຫວທີ່ມີຄວາມແຮງສັ່ນສະເທືອນວັດແທກໄດ້ 6,4 ຣິກເຕີ. ປັດຈຸບັນນີ້, ວຽກກູ້ໄພແຜ່ນດິນໄຫວກຳລັງດຳເນີນຢ່າງເປັນລະບຽບ, ເຊັ່ນການມອບເຄື່ອງຊ່ວຍເຫຼືອກູ້ໄພ, ຍ້າຍ ແລະ ຈັດສັນປະຊາຊົນໃຫ້ໄປຢູ່ບ່ອນປອດໄພ, ລາຍງານກ່ຽວກັບການກວດສອບສະພາບການ, ການປິ່ນປົວ ແລະ ຊ່ວຍເຫຼືອຄົນເຈັບ, ຈັດງານສົບຂອງຜູ້ຖືກເຄາະຮ້າຍ, ກວດເບິ່ງ ແລະ ແກ້ໄຂຄວາມສ່ຽງຕໍ່ຄວາມປອດໄພ, ປ້ອງກັນໄພທີ່ຈະເກີດນຳຫຼັງ, ກະກຽມກຳລັງແຮງໃນການກູ້ໄພ ແລະ ອື່ນໆ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຫຼຽງຈື້ຊຽງ