ມ້າໄມ້: ຂອງຂວັນວັນເດັກນ້ອຍສາກົນທີ່ມີຄວາມໝາຍສຳຄັນ

2021-06-02 16:13:00 |ມາຈາກ:

ໂຄວຊິນໝິງ ອາຍຸ 34 ປີ, ເປັນກຳມະກອນກໍ່ສ້າງຜູ້ໜຶ່ງ, ລູກຊາຍຂອງລາວມີອາຍຸສາມປີປາຍແລ້ວ, ໄດ້ຍິນຄົນໃນຄອບຄົວເວົ້າວ່າ ຊ່ວງນີ້ລູກຊາຍມັກມ້າໝຸນ, ລາວກໍ່ເຮັດມ້າໄມ້ໂຕໜຶ່ງມອບໃຫ້ລູກຊາຍເປັນຂອງຂວັນວັນເດັກນ້ອຍສາກົນ “ວັນທີໜຶ່ງເດືອນມິຖຸນາ”.ສອງປີກ່ອນ, ຂອງຂວັນວັນເດັກນ້ອຍ ທີ່ໂຄວຊິນໝິງໃຫ້ລູກຊາຍແມ່ນຊື້ຈາກຮ້ານຄ້າ, ປີກ່ອນແມ່ນໂຕຕໍ່ໄມ້, ປີກາຍແມ່ນເຮືອບິນ.ປີນີ້, ລາວຫາວັດຖຸດິບທີ່ເປັນສິ່ງເສດເຫຼືອຈາກການກໍ່ສ້າງທີ່ສະໜາມກໍ່ສ້າງ, ເຮັດມ້າໄມ້ດ້ວຍຕົນເອງ, ທັງຮັກສາສິ່ງແວດລ້ອມທັງມີຄວາມຄິດປະດິດສ້າງໃໝ່.ເລີກການແລ້ວ, ໂຄວຊິນໝິງຖືເອົາຂອງຂວັນທີ່ຕົນເຮັດໃຫ້ລູກຊາຍແລະ ຮີບກັບບ້ານ. ມ້າໄມ້ຍັງວາງບໍ່ທັນທ່ຽງ, ລູກຊາຍກໍອົດໃຈລໍຖ້າບໍໄດ້ ແລະ ຂຶ້ນຂີ່ຫຼິ້ນ, ໃບໜ້າຂອງໂຄວຊິນໝິງກໍເຕັມປ່ຽມດ້ວຍຄວາມສຸກ.