ໃນຊ່ວງເວລາວັນເດັກນ້ອຍສາກົນ “ວັນທີ 1 ເດືອນມິຖຸນາ”, ທ້ອງຖິ່ນຕ່າງໆຂອງຢຸນນານໄດ້ປະສານສົມທົບກັບສະພາບການຕົວຈິງສຸມໃສ່ການດຳເນີນຊຸດກິດຈະກຳທີ່ມີເອກະລັກພິເສດ.

ນະຄອນລີ້ຈ່ຽງ:
ສວນສະໜຸກ “ຮວງເຢຈືກົວ” ທີ່ຕາແສງສິລະປະຂອງພູຫິມະນະຄອນລີ້ຈ່ຽງ ໄດ້ເປີດສວນຢ່າງເປັນທາງການ. ງານວາງສະແດງຮູບແຕ້ມຂອງເດັກນ້ອຍຈັດຂຶ້ນທີ່ຫໍສະແດງສິລະປະຫິມະ.





ກິ່ງແຂວງຕີຊິ້ງ:
ຕູເຄີ້ຈົ່ງຮວາຊ້ຽງ ນະຄອນຊຽງເກີລີລາຈັດງານທ່ຽວສວນສະໜຸກສຳລັບເດັກນ້ອຍ



ກິ່ງແຂວງປົກຄອງຕົນເອງຕ້າລີ:
ພວກເດັກນ້ອຍໄດ້ສຳຜັດກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຄື ການຕັດເຈ້ຍ, ສິລະປະການເຮັດເຈ້ຍຈາໝ້າ ແລະ ອື່ນໆ. ສຳນັກງານວັດທະນະທຳ ແລະ ທ່ອງທ່ຽວຂອງເມືອງຢ້າງປີຮ່ວມກັບຫໍສະໝຸດເມືອງ, ມອບເຄື່ອງໃຊ້ ແລະ ອຸປະກອນຕ່າງໆເຊັ່ນ: ເຄື່ອງອຸປະກອນດ້ານການຮຽນ, ດ້ານສິລະປະ, ດ້ານກິລາ, ປຶິ້ມ.





ນະຄອນຢິ້ຊີ:
ບັນດາໂຮງຮຽນຈັດການແຂ່ງຂັນຮ້ອງເພງ, ແຂ່ງຂັນການເລົ່າເລື່ອງ, ການສະແດງທາງສິລະປະແລະອື່ນໆ, ກິດຈະກຳຕ່າງໆກໍດຳເນີນຢ່າງຕໍ່ເນື່ອງ.



ນອກນັ້ນ, ປີນີ້ເປັນປີສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ໂຮງຮຽນຫຼາຍແຫ່ງກໍຈັດກິດຈະກຳຫຼາຍຢ່າງໃນມື້ດຽວກັນ, ເຊັ່ນດຳເນີນການແຂ່ງຂັນຮ້ອງເພງປະຕິວັດ, ຈັດຕັ້ງນັກຮຽນເບິ່ງຮູບເງົາທີ່ມີເນື້ອໃນກ່ຽວກັບປະຫວັດສາດຂອງພັກກອມມູນິດຈີນ ແລະ ປະຫວັດສາດຂອງຈີນເປັນຕົ້ນ, ບັນຍາຍໂຄສະນາໃນຫົວຂໍ້ປະຫວັດສາດຂອງພັກກອມມູນິດຈີນ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ.