ນະຄອນເມີງຈື້ແຂວງຢຸນນານ: ດວງດາວທີ່ບ້ານຊານີພີສວຍງາມສົດໃສ

2021-06-07 16:15:13 |ມາຈາກ:

ຊຸມມື້ມໍ່ໆມານີ້, ຢູ່ທີ່ບ້ານຊານີພີ ຕາແສງຈືຊຸນ ແລະ ຕາງແສງຊີເປີຍເລີ້ຂອງນະຄອນເມີງຈື້ ແຂວງຢຸນນານ, ຜູ້ມັກຖ່າຍຮູບໄດ້ກະຈາຍກັນຖ່າຍພາບດວງດາວທີ່ສວຍງານສົດໃສ.ເດືອນ ຕຸລາ ປີ 1928, ກອງປະຊຸມໃຫຍ່ຜູ້ແທນຄັ້ງທຳອິດຂອງແຂວງຢຸນນານພັກກອມມູນິດຈີນໄດ້ໄຂຂຶ້ນທີ່ບ້ານຂອງທ່ານ ຫຼີ້ໄຄ່ເຫວິນ ຜູ້ທີ່ເປັນສະມາຊິກພັກກອມມູນິດຈີນ ບ້ານຊານີພີ. ມາຮອດປັດຈຸບັນ, 93 ປີໄດ້ຜ່ານໄປ, ດວງດາວໃນທ້ອງຟ້າຂອງບ້ານຊານີພີຍັງສວຍງາມສົດໃສຄືເກົ່າ.ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຊູຈ່ຽງ ນັກຖ່າຍຮູບນະຄອນເມີງຈືໃຊ້ເວລາປະມານໜຶ່ງປີໃນການໄປມາບ້ານຊານີພີຫຼາຍເທື່ອ, ຖ່າຍຮູບເສັ້ນແສງດາວທີ່ສວຍງາມຢ່າງມີຄວາມຄິດປະດິດສ້າງໃໝ່, ຢືມເອົາແສງດວງດາວ, ສະແດງເຖິງນ້ຳໃຈມູນເຊື້ອການປະຕິວັດຂອງຊານີພີທີ່ຍັງຄົງຢູ່ຕະຫຼອດມາ.ຕາແສງຊີເປີຍເລີ້ເຄີຍເປັນບ່ອນທີ່ລົມແຮງ, ຕົ້ນໄມ້ໜ້ອຍ, ຫີນຫຼາຍ, ຫຼາຍປີທີ່ຜ່ານມາ, ລັດຖະບານໄດ້ສຸມກຳລັງແຮງພັດທະນາຂະແໜງການໝາກໂປມ, ດອກດາວເຮືອງ (Marigold) ແລະ ອື່ນໆ, ໃຫ້ບ້ານທຸກຍາກນີ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນກວ່າເກົ່າ.

ມາຈາກ: ສູນສື່ມວນຊົນນະຄອນເມີງຈື

ນັກຂ່າວ: ຈ່ຽງຢ້ານເອີ