ທ່ານນາງ ຈ່າງກຸຍເມີຍ ຜູ້ໄດ້ຮັບລາງວັນ“ ຫຼຽນໄຊ 1 ກໍລະກົດ”

2021-07-02 16:21:03 |ມາຈາກ:

ໃນການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ,ພິທີປະດັບ “ ຫຼຽນໄຊ 1 ກໍລະກົດ- ຫຼຽນໄຊວັນສ້າງຕັ້ງພັກກອມມູນິດຈີນ”ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນໃນວັນທີ 29 ມິຖຸນານີ້, ທ່ານ​ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການທະຫານສູນກາງຈີນໄດ້ປະດັບ “ ຫຼຽນໄຊ 1 ກໍລະກົດ- ຫຼຽນໄຊວັນສ້າງຕັ້ງພັກກອມມູນິດຈີນ” ໃຫ້ຜູ້ໄດ້ຮັບຫຼຽນໄຊ ແລະ ກ່າວຄຳປາໄສສຳຄັນ.

ທ່ານນາງ ຈ່າງກຸຍເມີຍ ໄດ້ຮັບ“ ຫຼຽນໄຊ 1 ກໍລະກົດ”ໃນພິທີມອບ“ ຫຼຽນໄຊ 1 ກໍລະກົດ- ຫຼຽນໄຊວັນສ້າງຕັ້ງພັກກອມມູນິດຈີນ” . ທ່ານນາງ ຈ່າງກຸຍເມີຍ ເປັນເລຂາທິການສາຂາພັກ ແລະ ຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍແມ່ຍິງຫົວຜີງເມືອງຫຼີ້ຈ່ຽງແຂວງຢຸນນານ, ແລະ ຜູ້ອຳນວຍການໂຮງລ້ຽງເດັກກຳພ້າເມືອງຫົວຜີງ.

ລາວມີອາຍຸ 64 ປີ, ນາງໄດ້ສ້າງຕັ້ງໂຮງຮຽນມັດທະຍົມຕອນປາຍສຳລັບແມ່ຍິງ ແບບບໍ່ເກັບຄ່າຮຽນແຫ່ງທຳອິດໃນປະເທດຈີນ, ແລະ ລາວໄດ້ຊ່ວຍເຫຼືອເດັກຍິງເກືອບ 2.000 ຄົນໃນແຂວງຢຸນນານໃຫ້ມີໂອກາດໄດ້ຮຽນຢູ່ໂຮງຮຽນມັດທະຍົມປາຍ ແລະ ເສັງເຂົ້າມະຫາວິທະຍາໄລ! ປັດຈຸບັນ, ເພິ່ນເອງພັດເປັນພະຍາດຫຼາຍຢ່າງ.

ຂອບໃຈທ່ານຫຼາຍໆ, ທ່ານນາງ ຈັ່ງກຸຍເມີຍ. ຊົມເຊີຍທ່ານ!